ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Khan ສືບຕໍ່ນໍາພາ ຂະບວນລົດ ຕໍ່ຕ້ານຍົນໂດຣນ


ທ່ານ Imran Khan ນັກກິລາ cricket ທີ່ກາຍມາເປັນນັກການ ເມືອງ ນໍາພາຜູ້ສະໜັບສະໜູນ ຕ້ານການໂຈມຕີທາງອາກາດ ຂອງຍົນ Drone ທີ່ບໍ່ມີຄົນຂັບ ຂອງສະຫະລັດ,
ທ່ານ Imran Khan ນັກກິລາ cricket ທີ່ກາຍມາເປັນນັກການ ເມືອງ ນໍາພາຜູ້ສະໜັບສະໜູນ ຕ້ານການໂຈມຕີທາງອາກາດ ຂອງຍົນ Drone ທີ່ບໍ່ມີຄົນຂັບ ຂອງສະຫະລັດ,
ດາລາກິລາ Cricket ຂອງປາ​ກິ​ສຖານ ທີ່​ກາຍ​ມາ​ເປັນນັກ​ການ​
ເມືອງ ທ່ານ Imran Khan ​ພ້ອມ​ກັບ​ຂ​ະບວນລົດ​ທີ່​ທ່ານ​ນໍາພາ ​
ໄດ້​ເລີ້ມອອກ​ເດີນທາງ​ເປັນ​ມື້​ທີ​ສອງ ໃນ​ວັນ​ອາທິດມື້​ນີ້ ໄປ​ສູ່​ເຂດ
ຊົນ​ເຜົ່າ Waziristan ໃຕ້ ຂອງປາ​ກິ​ສຖານ ບ່ອນເປັນ​ທີ່​ໝັ້ນ
​ຂອງ​ພວກ​ຫົວ​ຮຸນ​ແຮງນັ້ນ ​ເພື່ອ​ປະ​ທ້ວງການ​ໂຈມ​ຕີຂອງ​ຍົນ
drone ທີ່​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ ຢູ່​ໃນ​ຂົງເຂດຊົນເຜົ່າຕ່າງໆ.

ທ່ານ Khan ​ແລະ​ບັນດາ​ຜູ້​ສະໜັບສະໜູນ ພັກ​ຂະ​ບວນການ​ເພື່ອ
​ຄວາມຍຸດ​ຕິ​ທໍາ ຂອງ​ທ່ານ ຕິດ​ຕາມ​ດ້ວຍ​ບັນດານັກ​ເຄື່ອນ​ໄຫວ​
ເພື່ອ​ສັນຕິ​ພາບ​ຈາກ​ເຂດ​ທ້ອງ​ຖິ່ນ ​ແລະຈາກ​ປະ​ເທດ​ຕາ​ເວັນ​ຕົກ ​
ໄດ້​ເລີ້​ມຂັບ​ລົດອອກ​ເດີນທາງ ​ຈາກ​ນະຄອນຫລວງອິສລາມາ​ບັດ ​
ໃນ​ວັນ​ເສົາວານ​ນີ້.

ໃນ​ຕອນອອກ​ຈາກ​ເມືອງ​ຫລວງນັ້ນ ອັນ​ທີ່​ຮ້ອງ​ວ່າ ຂະ​ບວນລົດຕ້ານ​ການ​ໂຈມ​ຕີໂດຍ​ເຮືອບິນ drone ທີ່​ບໍ່​ມີ​ຄົນ​ຂັບ ​ມີ​ລົດ​ບໍ່​ຮອດ 200 ຄັນ​ລົດ ​ແຕ່​ໄດ້​ເພີ້​ມຂື້ນເປັນ 500 ຄັນ​
ໃນ​ເວລາ​ທີ່ຂະ​ບວນລົດ​ໄປຮອດ​ເມືອງ Mianwali ຊຶ່ງ​ເປັນ​ບ້ານ​ເກີດ​ຂອງ ທ່ານ Khan.

ທ່ານ Khan ​ໄດ້​ປະຕິ​ເສດ​ຕໍ່​ຄວາມ​ເປັນ​ຫ່ວງທີ່​ວ່າ ຂະ​ບວນລົດຂອງ​ທ່ານ ອາດ​ຈະ​ຖືກ​ໂຈມ​ຕີ​ ​ໂດຍພວກ​ Taliban ​ແລະ​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງ​ອື່ນໆ. ແຕ່ນັກ​ຂ່າວ ວີ​ໂອ​ເອ Ayaz Gul ກ່າວ​ວ່າ ທ່ານ Khan ຂີ່ໄປໃນ​ລົດ​ຫຸ້ມ​ເກາະ​ປ້ອງ​ກັນ ​ແລະ​ພວກ​ຄົນ​ອາລັກຂາ ບໍ່ປ່ອຍໃຫ້​ເຂົ້າ​ໄປ​ໃກ້​ລາວ ໄດ້ຢ່າງ​ງ່າຍດາຍ.

ການ​ໂຈ​ມຕີ​ດ້ວຍ​ເຮືອບິນ drone ທີ່​ບໍ່​ມີ​ຄົນ​ຂັບ​ນັ້ນ ​ໄດ້​ເປັນ​ບັນຫາ​ຂັດ​ແຍ້​ງ​ກັນ ລະຫວ່າງ ສະຫະລັດແລະ​ປາ​ກິ​ສຖານ ຊຶ່ງ​ຝ່າຍ​ອິສລາມາ​ບັດ​ກ່າວ​ວ່າ ມັນ​ເປັນ​ການ​ລ່ວງ​ລະ​ເມີດ​ຕໍ່​ອະທິປະ​ໄຕ​ຂອງ​ຕົນ​. ສ່ວນຝ່າຍສະຫະລັດ​ເ​ຊື່​ອວ່າ ມັນເປັນ ເຄື່ອງມືທີ່​ສຳຄັນ ໃນ​ການ​ດຳ​ເນີນ​ຄວາມພະຍາຍາມ​ ເພື່ອປາບພວກ​ກໍ່​ການ​ຮ້າຍ ທາ​ລິ​ບານ.

ກ່ຽວຂ້ອງກັນ

XS
SM
MD
LG