ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ຈະຂັດຂວາງ ອິດທິພົນ ຂອງ ສະຫະລັດ


Ayatollah Vows Iran Will Reject Foreign Influence
please wait

No media source currently available

0:00 0:02:09 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຜູ້​ນຳ​ສູງ​ສຸດ​ຂອງ ອີຣ່ານ ທ່ານ Ali Khamenei ກ່າວ​ວ່າ ​ເຖິງ​ແມ່ນ​ຂໍ້​ຕົກລົງ​ນິວ​ເຄລຍ​ໄດ້​ຮັບການໃຫ້ສັດຕະຍາບັນກໍຕາມ, ແຕ່ ອີຣ່ານ ຈະ​ບໍ່​ເປີດ​ປະຕູ​ຂອງ​ຕົນ​ ໃຫ້​ຕ່າງປະ​ເທດ​ເຂົ້າ​ມາ​ມີ​ອິດ​ທິພົນ​. ການ​ກ່າວ​ຄຳປາ​ໄສ​ທີ່​ເຂັ້ມ​ແຂງ​ຂ​ອງທ່ານ Khamenei ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ນີ້ໄດ້​ມີຂຶ້ນໃນ​ຂະນະ​ທີ່ ​ຫົວໜ້າ​ນັກ​ເຈລະຈາ ອີຣ່ານ ​ໄດ້​ເຮັດ​ວຽກ​ເພື່ອ​ເສີມ​ຄວາມ​ແຂງ​ແກ່​ນ​ໃຫ້​ກັບ​ຂໍ້​ຕົກລົງທີ່ ຈະໝາຍ​ເຖິງ​ການບັນ​ເທົາຈາກ​ມາດ​ຕະການ​ລົງ​ໂທດ ​ທີ່​ເຮັດ​ໃຫ້​ເສດຖະກິດ​ຂອງ ອີຣ່ານ ເປັນອຳມະພາດ​ໃນຂະນະທີ່ ອີຣ່ານ ​ໄດ້​ຍອມຮັບເອົາ​ການລະງັບ ​ແລະການກວດ​ສອບ ທີ່ຕັ້ງໃຈ​ຈະ​ກີດ​ກັ້ນ ​ບໍ່ໃຫ້ ອີຣ່ານ​ພັດທະນາ​ອາວຸດ​ນິວ​ເຄລຍ. Zlatica Hoke ມີ​ລາຍ​ງານ​ເພີ່ມ​ເຕີມ​ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

Ayatolla Khamenei ​ໄດ້ກ່າວຄຳປາໄສ​ຕໍ່ປະຊາຊົນ ໃນ​ນະຄອນຫຼວງ ເທເຮຣ່ານ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້​ ເຊິ່ງລວມມີ​ສະມາ​ຊິກ​ຂອງ​ສື່​ມວນ​ຊົນເຂົ້າ​ຮ່ວມດ້ວຍ​.

Ayatolla Ali Khamenei ກ່າວ​ວ່າ “ພວກ​ເຂົາ​ຄິດ​ວ່າ​ຂໍ້ຕົກລົງ​ນີ້ແລະ ​ມັນ​ກໍ​ຍັງ​ບໍ່​ທັນ​ຊັດ​ເຈນ​ເທື່ອ​ວ່າ​ມັນ​ຈະ​ໄດ້​ຖືກ​ຮອງ​ຮັບ​ໃນ ອີຣ່ານ ຫຼື ອາ​ເມຣິກາ ຈະ​ເປັນ​ການ​ເປີດ ອີຣ່ານ ໃຫ້ພວກເຂົາ ເຂົ້າມາ​ມີ​ອິດ​ທິພົນ​. ພວກ​ເຮົາ​ໄດ້​ຂັດຂວາງຊ່ອງ​ທາງ​ເສັ້ນ​ນີ້ ​ແລະ ກໍ​ຈະ​ຂັດ​ຂວາງ​ມັນ​ຕໍ່​ໄປ​ໃນ​ອະນາຄົດ​ຢ່​າງ​ແນ່ນອນ.”

ຄຳປາ​ໄສ​ຂອງ​ທ່ານ Khamenei ​ໄດ້​ຖືກ​ກະຈາຍອອກ​ໄປ​ດ້ວຍ​ບັນດາ​ຜູ້​ຮັບ​ຟັງ​ຂອງ​ທ່ານທີ່ ພາກັນໂຮ່ຮ້ອງຂຶ້ນ ໃຫ້ສັງຫານອາ​ເມ​ຣິກາ, ອິສ ຣາ​ແອລ ​ແລະ ອັງກິ​ດ. ລັດຖະບານ​ຂອງ ອິສຣາແອລ ​ແລະສະມາຊິກ ​ສະພ​າສະຫະລັດ ຫຼາຍ​ຄົນ​ຕໍ່ຕ້ານ​ຂໍ້​ຕົກລົງກັບ​ ອີ​ຣ່ານ ​ຢ່າງຮຸນ​ແຮງ ​ເພ​າະວ່າ​ພວກ​ເຂົາ​ສະໜັບສະໜູນ ​ກຸ່ມ​ພວກ​ກໍ່​ການ​ຮ້າຍ ​ທີ່​ໄດ້​ທຳ​ການ​ໂຈມຕີ ອິສຣາແອລ. ຄຳ​ກ່າວ​ຕໍ່ຕ້ານຂອງທ່ານ Ayatolla ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ໄດ້​ເອົາ​ຫຍ້າ​ແຫ້ງ​ໃຫ້​ຜູ້ຄົນ​ທີ່ໂຕ້​ຖຽງ​ວ່າ ການ​ບັນ​ເທົາ​ມາດ​ຕະການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດຕໍ່ ອີ​ຣ່ານ ຈະ​ເຮັດ​ໃຫ້​ພວກ​ເຂົາ​ສາມາດ​ຂະຫຍາຍ​ອິດ​ທິພົນ​ດັ່ງກ່າວ​ອອກ​ໄປ​ໄດ້.

Ayatolla Khamenei ກ່າວ​ວ່າ “ສະ​ທາ​ລະ​ນະ​ລັດ ອິສລາມ ຈະ​ສະໜັບສະໜູນ​ທຸກ​ຄົນຜູ້​ທີ່​ລຸກຂຶ້ນຕໍ່ສູ້​ກັບລະບອບ​ການ​ປົກຄອງ ອິສຣາ​ແອລ ​ແລະ ສະໜັບສະໜູນ​ການ​ຕໍ່ຕ້ານ​ຢ່າງ​ເຕັມທີ່.”

​ໃນ​ຂະນະ​ດຽວ​ກັນ, ​ທີ່ນະຄອນຫຼວງ ມອສ​ໂກ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຣັດ​ເຊຍ ​ແລະ ອີ​ຣ່ານ ​ໄດ້​ຕົກລົງ​ກັນ​ວ່າ ​ສັນຍາ​ນິວ​ເຄລຍທີ່​ໄດ້​ບັນລຸກັນ​ໃນ​ວັນ​ທີ 14 ກໍລະກົດ​ທີ່​ຜ່ານ​ມາ​ຈະເສີມ​ຂະຫຍາຍ​ສາຍ​ພົວພັນ​ສອງ​ຝ່າ​ຍ ລະຫວ່າງປະ​ເທດທັງສອງ​.

ທ່ານ Javad Zarif ກ່າວ​ວ່າ “ພວກ​ເຮົາ​ມີ​ສາຍ​ພົວພັນ​ທີ່​ດີ​ຕໍ່ກັນ ​ແລະ ຂໍ້​ຕົກລົງ​ມີ​ຜົນ​ທີ່​ດີ ​ຕໍ່​ການ​ພັດທະນາ​ບັນດາ​ສາຍ​ພົວພັນ ​ໃນ​ທຸດຂົງ​ເຂດ, ລວມທັງ ​ເສດຖະກິດ, ການ​ປ້ອງ​ກັນ​ປະ​ເທດ ​ແລະ ອື່ນໆ.”

​ໂຄສົກ​ລັດຖະບານ​ ສະຫະລັດ ​ໄດ້​ກ່າວ​ຢ້ຳ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ຂໍ້​ຕົກລົງ​ກັບ ອີ​ຣ່ານ ​ແມ່ນ​ຈຳກັດເພື່ອປ້ອງ​ກັນບໍ່ໃຫ້ ເທ​ເຮຣ່ານ ສາມາດສ້າງ​ອາວຸດ​ນິວ​ເຄລຍໄດ້.

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ “ຍັງ​ມີ​ບັນຫາ​ອື່ນ​ໆ​ອີກກັບ ອີຣ່ານ, ບັນຫາ​ທີ່​ກວ້າງ​ໃຫຍ່​ໄພສານ, ກັບ​ສິ່ງ​ທີ່​ເຮົາ​ບໍ່​ເຫັນ​ດີ, ​ໂດຍ​ສະ​ເພາະ​ກິດຈະກຳ​ທີ່​ເຮັດ​ໃຫ້​ບໍ່​ມີຄວາມ​ໝັ້ນຄົງ​ຂອງ​ພວກ​ເຂົາ​ຢູ່​ໃນ​ພາກ​ພື້ນ. ​ແລະ ຈະ​ບໍ່​ມີ​ຫຍັງ​ທີ່​ຈະ​ປ່ຽນແປງກ່ຽວ​ກັບ​ເລື່ອງ​ທີ່​ວ່າ ພວກ​ເຮົາ​ແມ່ນ​ຍັງ​ຈະ​ຮັກສາ​ໄວ້ເຄື່ອງ​ມື​ທີ່​ຈຳ​ເປັນ, ບໍ​ວ່າ​ຈະ​ເປັນ​ທາງ​ດ້ານການ​ທູດ, ​ເສດຖະກິດຫຼືດ້ານທະຫານ, ​ເພື່ອ​ຮັບ​ມື​ກັບ​ກິດຈະກຳ​ພວກ​ນັ້ນ.”

​ເຖິງ​ແມ່ນ​ວ່າ​ບັນຫາ​ນິວ​ເຄລຍ ​ແມ່ນໄດ້​ຖືກແກ້​ໄຂ​ຢ່າງເປັນ​ຜົນສຳ​ເລັດ​ແລ້ວ​ກໍ​ຕາມ, ອີ​ຣ່ານ ​ແລະ ສະຫະລັດ ກໍ​ຍັງ​ຄົງ​ເປັນ​ຄູ່​ຕໍ່ສູ້ ​ໃນ​ບັນຫາ​ຫຼາຍ​ດ້ານ, ລວມທັງ ອິສຣາແອລ. ພວກ​ເຂົາ​ກໍ​ຍັງ​ສະໜັບສະໜູນ​ຝ່າຍ​ກົງ​ກັນ​ຂ້າມ ​ໃນ​ສົງຄາມ​ກາງ​ເມືອງຢູ່ ຊີ​ເຣຍ ​ແລະ ຄວາມ​ຂັດ​ແຍ້​ງ​ໃນ
​ເຢ​ເມັນ.

XS
SM
MD
LG