ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ແລະ ຣັດເຊຍ ພົບປະກັນ (ວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ພົບປະກັບ ລັດຖະມົນຕີ​ ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​
ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ພົບປະກັບ ລັດຖະມົນຕີ​ ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​
ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ແລະ
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Chuck Hagel ​ໄດ້​ພົບປະ
​ກັບ ຄູ່ຕໍາແໜ່ງຝ່າຍຣັດ​ເຊຍໃນ​ວັນ​ສຸກ​ວານ​ນີ້ ​ໃນຄວາມ​ພະຍາ
ຍາມເພື່ອ​ຫາ​ທາງປົວ​ແປງຄວາມ​ເສຍ​ຫາຍ​ຈຳນວນ​ນຶ່ງທີ່​ເກີດ​
ຈາກ​ຄວາມຕຶງຄຽດຂອງ​ສາຍ​ສໍາພັນ​ລະຫວ່າງ​ສອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດກ່າວ​ວ່າ ລັກສະນະ​ຂອງ​ການ​ປະ
ຊຸມ​ໄດ້ “​ເປັນ​ໄປໃນ​ທາງ​ບວກ ​ແລະ​ສ້າງສັນ” ເຖິງ​ຢ່າງ​ໃດ​ກໍ​ດີ
ບັນດາ​ເຈົ້າ​ໜ້າ​ທີ່​ອາວຸໂສກໍບໍ່​ໄດ້ຫຼີກ​ລ່ຽງ​ໄປ​ຈາກ​ການ​ໃຫ້​ຄວາມ
​ເຫັນ​ແບບ​ກົງ​ໄປ​ກົງ​ມາ ກ່ຽວ​ກັບ​ຄວາມສໍາພັນ​ທີ່​ມີ​ບັນຫາ
ລະ​ຫວ່າງສອງ​ປະ​ເທດ.

​ໃນ​ການ​ຖະ​ແຫຼງ​ ທີ່​ກະຊວງການ​ຕ່າງປະ​ເທດສະຫະລັດ ທ່າ
Kerry ​ເວົ້າ​ວ່າ ຄວາມສໍາ​ພັນ​ລະຫວ່າງສະຫະລັດ ​ກັບຣັດ​ເຊຍ
​ແມ່ນ​ຢູ່​ໃນ​ລັກສະນະ ທັງມີຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະໃນບາງ​
ຄັ້ງບາງ​ຄາວ​ກໍມີ​ຜົນ​ປະ​ໂຍດ​ທີ່​ຕຳ​ກັນ​ແລະ​ຂັດ ​ແຍ້​ງກັນ.

​ທ່ານ Kerry ກ່າວ​ວ່າ “ບັດ​ນີ້ ຂ້າ​ພະ​ເຈົ້າຄິດ​ວ່າ ​ພວກເຮົາ​ຕ່າງ​ກໍເຫັນ​ແຈ້ງ​ກ່ຽວ ​ກັບ​ເລື້ອງ​ນີ້. ທ່ານ Sergai Lavrov ​ແລະຂ້າພະ​ເຈົ້າເປັນ​ນັກ​ຫລີ້ນ​ກິລາຕີີຄີນໍ້າ ກ້ອນ​ເກົ່າ ​ແລະ​ພວກ​ເຮົາ​ທັງ​ສອງຕ່າງ​ກໍ​ຮູ້ການ​ທູດດີ ຄື​ດັ່ງ​ຕີຄີ​ ບາງ​ຄັ້ງ​ສາມາດ ເກີດ​ການປະ​ທະຕໍາ​ກັນ​ຂຶ້ນ​ໄດ້.”

ບັນດາ​ເຈົ້​າໜ້າ​ທີ່ສະຫະລັດ ກ່າວ​ວ່າ ທ່ານ Kerry ​ໄດ້ກ່າວ​ຍໍ້າ ​ເຖິງຄວາມ​ຜິດ​ຫວັງກ່ຽວ​ກັບການ​ຕັດສິນ​ໃຈ​ຂອງຣັດ​ເຊຍ ທີ່​ໃຫ້ການ​ລີ້​ໄພ​ແກ່ອະດີດ​ພະນັກ​ງານ​ສັນຍາ​ຈ້າງຂອງ​ອົງການ​ສືບ​ລັບ​ສະຫະລັດ ທ້າວ Edward Snowden ທີ່​ທາງ ການສະຫະລັດ ຕ້ອງການ​ຕົວ ​ໃນ​ຂໍ້​ຫາ​ຈາລະ​ກຳ.

ລັດຖະມົນຕີ​ ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ແລະ ລັດຖະມົນຕີ​ປ້ອງກັນ​ປະ​ເທດ ທ່ານ Sergei Shoigu ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຂອງ​ເຂົາ​ເຈົ້າ ຕໍ່ການ​ທີ່ປະທານາ
ທິບໍດີສະຫະລັດ ທ່ານ Barack Obama ໄດ້​ຍົກ​ເລີກ​ ແຜນ​ການ​ພົບ​ປະ​ສຸດ​ຍອດ ​ໃນ​ເດືອນ​ໜ້າ ກັບປະທານາທິບໍດີຣັດ​ເຊຍ ທ່ານ Vladmir Putin. ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Larov ກ່າວ​ວ່າ ​ເຖິງ​ແມ່ນ​ວ່າຄວາມສໍາພັນ​ລະຫວ່າງ​ປະ​ເທດ​ທັງ​ສອງ ຕົກ​ຢູ່​ໃນ​ສະພາບ​ຕຶງຄຽດກໍ​ຕາມ ​ແຕ່​ຈະ​ບໍ່​ກັບ​ຄືນ​ໄປ​ສູ່ສົງຄາມ​ເຢັນ.

​ໃນລະຫວ່າງ​ການ​ຖະ​ແຫລ​ງຂ່າວເມື່ອ​ວັນ​ສຸກວານ​ນີ້ ທ່ານ Obama ​ໄດ້​ປະຕິ​ເສດ​ວ່າ ທ່ານມີ​ຄວາມ​ສຳພັນ​ທີ່​ບໍ່​ຄ່ອຍ​ດີ​ ກັບທ່ານ Putin. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ກ່າວ​ວ່າ ທ່ານ Putin ບາງ​ຄັ້ງ​ປະກົດ​ວ່າ “ຄື​ກັນ​ກັບ​ເດັກນ້ອຍ​ທີ່​ບໍ່​ມີ​ຄວາມ​ສົນ​ໃຈ​ຫຍັງ ນັ່ງ​ຢູ່​ທາງ​ຫລັງ​ຂອງ​ຫ້ອງ​ຮຽນ”.

us russia
please wait
Embed

No media source currently available

0:00 0:02:38 0:00
XS
SM
MD
LG