ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາສູງ Schumer ປະກາດ ການຄັດຄ້ານ ຕໍ່ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ


ຜູ້ແທນສະພາສູງ ສະຫະລັດ ພັກເດໂມແຄຣັດ ທ່ານ Charles Schumer.
ຜູ້ແທນສະພາສູງ ສະຫະລັດ ພັກເດໂມແຄຣັດ ທ່ານ Charles Schumer.

ຄວາມ​ພະຍາຍາມ​ຂອງ ປະທານາທິບໍດີ ສະຫະລັດ ທ່ານ Ba-
rack Obama ທີ່​ຈະ​ຊັກຊວນໃຫ້​ລັດຖະສະພາທີ່​ຍັງລັງ​ເລ​ໃຈ
ຢູ່ ຮັບເອົາ​ຂໍ້​ຕົກລົງນິວ​ເຄລຍກັບ ອີຣ່ານ ໄດ້​ສົບກັບບັນຫາ​ຮ້າຍ
​ແຮງ ຫລັງຈາກ​ພັນທະ​ມິດ​ທີ່ສຳຄັນທີ່​ສຸດຄົນນຶ່ງ ຂອງປະທານາ
ທິບໍດີ ຄືສະມາຊິກສະພາ​ສູງ Chuck Schumer ​ໄດ້​ອອກ​ມາ​
ສະແດງການຄັດຄ້ານ ​ຕໍ່​ຂໍ້​ຕົກລົງນີ້.

ທ່ານ Schumer ​ໄດ້​ກ່າວຢູ່​ໃນ​ຖະ​ແຫລ​ງການສະບັບນຶ່ງ ​ໃນ
ຕອນແລງ​ວັນ​ພະ ຫັດ​ວານ​ນີ້ວ່າ “ຫລັງ​ຈາກ​ໄດ້​ສຶກສາ​ຢ່າງ​ເລິກ
​ແລບ ຄິດ​ຢ່າງ​ຖີ່​ຖ້ວນ ​ແລະ​ພິຈາ ລະນາ​ຊອກ​ຫາ​ເຫດຜົນແລ້ວ
ຂ້າ​ພະ​ເຈົ້າໄດ້​ຕັດສິນ​ໃຈ​ວ່າ ຂ້າພະ​ເຈົ້າຕ້ອງ​ຄັດ ຄ້ານ​ຕໍ່​ຂໍ້​ຕົກ
ລົງນີ້ ​ແລະ​ຈະ​ລົງ​ຄະ​ແນນ​ສຽງ ​ເຫັນພ້ອມ ​ກັບຍັດຕິບໍ່ໃຫ້ການອະ ນຸມັດຕໍ່ຂໍ້ຕົກລົງ”.

ທ່ານ Schumer ​ສະມາຊິກ​ສະພາ​ສູງ ຈາກ​ລັດ New York ​ແລະ​ເປັນ​ນຶ່ງ​ໃນ ບັນດາ
​ສະມາຊິກສະພາຄົນສຳຄັນທີ່​ເປັນ​ຊາວ​ຢີວໃນສະຫະລັດ ​ໄດ້ອອກ​ຖະ​ແຫຼງ​ການ ບໍ່ດົນ
ຫລັງ​ຈາກສະມາຊິກສະພາຕ່ຳ​ອີກ​ຄົນ​ນຶ່ງທີ່​ເປັນ​ຊາວ​ຢີວ ທ່ານ Eliot Engel ທີ່​ມາ​ຈາກ
ລັດ New York ​ເຊັ່ນ​ດຽວ​ກັນ ​ໄດ້​ປະກາດ​ການ​ຄັດຄ້ານ​ຂອງ​ທ່ານ​ຕໍ່​ຂໍ້​ຕົກລົງນີ້.

ລັດຖະມົນ​ຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຊຶ່ງ​ເປັນເຈົ້າການ ຄົນ​ນຶ່ງ​ກ່ຽວ
ກັບຂໍ້ຕົກລົງນິວ​ເຄລຍກ່າວ​ວ່າ ທ່ານ “ຜິດ​ຫວັງທີ່​ສຸດ” ​ໃນ​ການ​ຕັດ ສິນ​ໃຈດັ່ງກ່າວ. “ການ
​ປະຕິ​ເສດ ບໍ່​ແມ່ນ​ນະ​ໂຍບາຍສຳລັບອະນາຄົດ” ທ່ານ Kerry ​ໄດ້​ກ່າວ​ຢູ່​ກອງ​ປະຊຸມ​ນັກ​ຂ່າວ ທີ່​ນະຄອນຫລວງ​ຮາ​ໂນ່ຍ ບ່ອນ​ທີ່​ທ່ານ​ໄດ້​ສະຫລຸບ​ການຢ້ຽມຢາມປະເທດ
ຫວຽດນາມ.

ມີຄວາ​ມເປັນ​ໄປເພີ້​ມຂື້ນທີ່​ວ່າ ບັນດາ​ສະມາຊິກ ລັດຖະສະພາ ສະຫະລັດຈະຮັບຜ່ານ​ຮ່າງ​ກົດໝາຍ ປະຕິ​ເສດຂໍ້​ຕົກລົງ​ນິວ​ເຄລຍກັບອີຣ່ານ ​ໃນ​ເວລາ​ເຂົາ​ເຈົ້າ​ກັບ​ຄືນ​ຈາກ​ການ​ພັກ ຜ່ອນ​ໃນ​ເດືອນ​ກັນຍາ. ປະທານາທິບໍດີ Obama ກ່າວ​ວ່າ ​ຈະ​ໃຊ້ສິດ​ຢັບຢັ້ງ​ການ​ຕັດສິນ
​ໃຈ​ດັ່ງກ່າວ ​ແຕ່​ຕ້ອງການໆ​ສະໜັບ​ໜູນຈາກສະມາຊິກ ສະພາ​ພັກ​ເດ​ໂມ​ແຄຣັດ ຈຶ່ງຈະເຮັດ
ໃຫ້​ການ​ໃຊ້​ສິດ​ຍັບ​ຢັ້ງຂອງທ່ານ ປະສົບຜົນ ສຳເລັດ.

Iran Nuclear
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG