ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຫົວຮຸນແຮງ ຈຸນຶ່ງ ແຍກໂຕ ອອກຈາກ ກຸ່ມທາລິບານ ປາກິສຖານ


ກຸ່ມຫົວຮຸນແຮງ ທາລິບານ ໃນປາກິສຖານ ລາດຕະເວນທີ່ໝັ້ນ ຂອງເຂົາເຈົ້າທີ່ ໃນເຂດ Waziristan ໃຕ້.
ກຸ່ມຫົວຮຸນແຮງ ທາລິບານ ໃນປາກິສຖານ ລາດຕະເວນທີ່ໝັ້ນ ຂອງເຂົາເຈົ້າທີ່ ໃນເຂດ Waziristan ໃຕ້.
ພວກຫົວຮຸນແຮງ ​ທີ່ມີອິດທິພົນຈຸ​ນຶ່ງ ໃນກຸ່ມທາລິບານຂອງ
ປາ​ກິ​ສຖານ ​ໄດ້​ປະ ກາດແຍກໂຕ​ ອອກ​ຈາກກຸ່ມຫລັກ ຊຶ່ງ
ເປັນເຄືອຂ່າຍຂອງພວກກໍ່ການຮ້າຍ al-Qaida.

​ໂຄສົກ​ຄົນ​ນຶ່ງ ຂອງກຸ່ມ Tehreek-e-Tailiban ຊຶ່ງມີທີ່ໝັ້ນ
ຕັ້ງຢູ່ໃນ​ເຂດ Waziristan ໃຕ້ ກ່່າວ​ວ່າ ຄວາມ​ແຕກ​ຕ່າງ​
ທາງ​ດ້ານ​ແນວ​ຄິດ ກັບ​ຄະນະ ນຳພາ​ສູນກາງຂອງກຸ່ມ ໄດ້​
ເຮັດ​ໃຫ້​ມີ​ການ​ແຕກ​ແຍກ​ກັນ.

ນອກນັ້ນ ທ້າວ Azam Tariq ຍັງ​ໄດ້​ອ້າງ​ເຖິງ ການ​ບໍ່ລົງ
ຮອຍກັນກ່ຽວກັບ ການ​ເຈລະຈາ​ສັນຕິພາບ​ກັບ​ລັດຖະບານ
ປາ​ກິ​ສຖານ ​ໃນ​ຂະນະ​ທີ່​ລາວໄດ້ປະ ກາດການ​ຕັດສິນ​ໃຈ​ຂອງ​ກຸ່​ມດັ່ງກ່າວ​ໃນ​ວັນ​ພຸດ​
ມື້​ນີ້ຈາກ​ສະຖານ​ທີ່ໆບໍ່​ມີການເປີດເຜີຍໃຫ້ຊາບແຫ່ງນຶ່ງກຸ່ມ Tehreek-e-Taliban ເປັນພັນທະ​ມິດ​ກັບພວກຫົວ​ຮຸນ​ແຮງອິສລາມ.

ກຸ່ມ​ດັ່ງກ່າວ​ໄດ້​ທຳ​ການ​ຕໍ່ສູ້​ກັບລັດຖະບານ ​ມາຕັ້ງ​ແຕ່​ປີ 2007. ກຸ່ມທາ​ລິ​ບານໃນ ປາ
ກິສຖານ ຕ້ອງການ​ຈະ​ນຳ​ເອົາກົດໝາ​ຍອິສລາມ ທີ່​ເຄັ່ງ​ຄັດມາໃຊ້ຢູ່ໃນ​ປະ​ເທດດັ່ງກ່າວ.
​ນອກນັ້ນເຂົາ​ເຈົ້າ​ຍັງ​ຮຽກຮ້ອງ​ໃຫ້ຍຸດຕິການການ​ປະຕິບັດ​ງານ​ທາງ​ທະຫານຢູ່ໃນຊົນ​
ເຜົ່າ​ຊຶ່ງເປັນທີ່ໝັ້ນຂອງເຂົາເຈົ້າແລະຍຸດຕິ​ການ​ໂຈມຕີ​ໂດຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ​ແລະ
​ປ່ອຍ​ໂຕ​ບັນດາ​ນັກ​ລົບຂອງ ກຸ່ມດັ່ງກ່າວ​ທີ່​ຖືກ​ຕິດ​ຄຸກ​ຢູ່່​ນັ້ນ.

ນາຍົກລັດຖະມົນຕີ Nawaz Sharif ​ໄດ້​ໃຫ້ຄຳໝັ້ນສັນຍາ​ທີ່​ຈະ​ເຈລະຈາ​ສັນຕິພາບ​
ກັບພວກ​ຫົວ​ຮຸນ​ແຮງທາລິບານ ​ເວລາ​ທ່ານ​ເຂົ້າ​ຮັບ​ຕຳ​ແໜ່​ງ​ ໃນ​ປີ​ແລ້ວ​ນີ້ ​ແຕ່​ການ​
ເຈລະຈາ​ກັບ​ກຸ່ມ​ດັ່ງກ່າວ​ ໄດ້​ຢຸດ​ສະ​ງັກລົງ.
XS
SM
MD
LG