ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ແລະ ທ່ານ Zarif ຈະເຈລະຈາ ກ່ຽວກັບ ເລື້ອງນິວເຄລຍ ຂອງອີຣ່ານ


ລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif.
ລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif.

ລັດຖະມົນຕີຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ແລະ
ລັດຖະມົນ​ຕີ ຕ່າງປະ​ເທດ ອີຣ່ານ ທ່ານ Javad Zarif ຈະພົບ​
ປະກັນ​ທີ່ ນະຄອນ Munich ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອເຈລະຈາຫາ
ລື​ກ່ຽວ​ກັບໂຄງການ​ນິວ​ເຄລຍຂອງ​ອີຣ່ານ.

ການ​ເຈລະຈາຄັ້ງນີ້ ຈະ​ຈັດ​ຂື້ນ​ຢູ່​ນອກ​ກອງ​ປະຊຸມຄວາມ​ປອດ
​ໄພ ລຸນຫລັງການ ພົບປະຂອງພວກນັກ​ການ​ທູດ ທີ່​ຈັດ​ຂື້ນ​
ກ່ຽວ​ກັບ​ຫົວ​ຂໍ້ດັ່ງກ່າວ​ໃນ​ເດືອນ​ແລ້ວ​ນີ້.

ກະຊວງ​ຕ່າງປະ​ເທດສະຫະລັດ ​ໄດ້​ກ່າວ​ໃນ​ຕອນ​ຕົ້ນ​ວ່າ ການ
​ພົບ​ປະຂອງທ່ານ Kerry ແລະທ່ານ zarif ຈະ​ມີ​ຂຶ້ນໃນ​ວັນ​ເສົາ. ​ແຕ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສະ ຫະລັດ ຄົນ​ນຶ່ງຕໍ່​ມາ​ໄດ້ຢືນຢັນວ່າ ຈະ​ມີ​ຂື້ນ​ໃນ​ວັນ​ສຸກ​ມື້​ນີ້.

ອີຣ່ານ ​ແລະ​ປະເທດທີ່ຮວມ​ທັງສະຫະລັດ ອັງກິ​ດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ
ກຳລັງ​ພະຍາ​ຍາ​ມຫາທາງໃຫ້ບັນລຸຂອບຂອງຂໍ້ຕົກລົງ​ ພາຍໃນ​ວັນ​ທີ 24 ​ເດືອ​ນມີນ​າ
ອັນ​ເປັນ​ພາກສ່ວນ​ນຶ່ງ ໃນ​ຄວາມ​ພະຍາຍາມທີ່ມີມາ​ເປັນເວລານຶ່ງ​ປີ ​ເພື່ອ​ແກ້​ໄຂ​ຄຳ​ຖາມ​ຕ່າງໆກ່ຽວ​ກັບກິດ​ຈະ​ການ​ນິວ​ເຄລຍຂອງ​ອີຣ່ານ. ​ເຂົາ​ເຈົ້າ​ໄດ້​ໃຫ້​ເວລາ​ແກ່​ຕົນ​ເອງ ຈົນ​
ເຖິງ​ວັນ​ທີ 1 ກໍລະກົດ ​ເພື່ອ​ຕົກລົງກັນຂັ້ນ ສຸດ​ທ້າຍ.

ອັນ​ທີ່​ຮ້ອງ​ວ່າກຸ່ມ P5+1 ຕ້ອງການ​ໃຫ້ອີຣ່ານ ຫລຸດຜ່ອນກິດຈະການ​ນິວ​ເຄລຍ ຂອງ​ຕົນ
​ລົງ ​ແລະ​ຮັບປະກັນ​ວ່າ ຕົນບໍ່​ໄດ້ພັດທະນາ​ອາວຸດ​ນິວ​ເຄລຍ. ອີຣ່ານ ​ໄດ້​ຢືນຢັດວ່າ ໂຄງ
ການ​ນິວ​ເຄລຍຂອງ​ຕົນ​ ​ມີຈຸດປະສົງໃນ​ທາງ​ສັນຕິ ​ແລະ​ຕ້ອງ ການ​ຢາກ​ໃຫ້​ຍົກເລີກ​ການ
​ລົງ​ໂທດ​ ທີ່​ເຮັດ​ໃຫ້​ເສດຖະກິດ​ຂອງ​ຕົນ​ໄດ້ຮັບຄວາມ ເສຍຫາຍຢ່າງຮ້າຍແຮງນັ້ນ.

XS
SM
MD
LG