ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Zarif ແລະທ່ານ Kerry ຫາທາງ ສ້າງຄວາມຄືບໜ້າ ແກ່ການເຈລະຈາ ດ້ານ​ນິວ​ເຄລຍ ຂອງ​ອີຣ່ານ


Iran Nuclear VO
please wait
Embed

No media source currently available

0:00 0:01:03 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກຳລັງ​ຢູ່​ທີ່​ນະຄອນເຈ​ນິວາ ​ເພື່ອ​ໂອ້​ລົມ​ກັບລັດຖະມົນຕີ​ການ​ຕ່າງ
ປະ​ເທດຂອງ​ອີຣ່ານ ທ່ານ Javad Zarif ​ເພື່ອ​ເລັ່ງລັດ​ການ​ເຈ
ລະຈາ​ນາໆ​ຊາດ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານ.

ທ່ານ Kerry ​ໄດ້​ກ່າວ​ໃນ​ຕົ້ນສັບປະດາ​ນີ້​ວ່າ ການ​ພົບ​ປະກັນ
​ໃນວັນ​ພຸດ​ມື້​ນີ້ ຈະ​ເປັນ​ໂອກາດໃຫ້ ພວກນັກການທູດ ຊັ່ງຊາ
ເບິ່ງວ່າ ທັງສອງຝ່າຍຢູ່ໃນຂັ້ນໃດແລ້ວ.

​ມັນ​ໄດ້ເປັນ​ເວ​ລາ 2 ​ເດືອນ​ແລ້ວ ນັບ​ຕັ້ງ​ແຕ່​ອີຣ່ານ ​ແລະ​ກຸ່ມ​
ປະ​ເທດມະຫາ​ອຳນາດ​ຂອງ​ໂລກ ທີ່​ມີຮວມທັງ ສະ​ຫະລັດ
ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ ​ເຢຍຣະມັນ ໄດ້ຕັດສິນໃຈ​ທີ່​ຈະເລື່ອນການ​ເຈລະຈາ​ອອກ​ໄປ ຫຼັງ​ຈາກ​ບໍ່ສາມາດບັນລຸການ​ຕົກລົງກັນໄດ້ ພາຍໃຕ້ກຳນົດ​ເສັ້ນ​ຕາຍ​ທີ່ເຂົາ ເຈົ້າຕັ້ງເອົາໄວ້ ໃນ​ເດືອນ​ພະຈິກ​ນັ້ນ.

ປະຈຸ​ບັນ​ນີ້ ຍັງ​ເຫຼືອ​ປະມານ 6 ສັບປະດາ ​ກ່ອນ​ຮອດ​ເປົ້າ​ໝາຍໃນການບັນລຸໂຄງ​ຮ່າງຂອງ
ຂໍ້ຕົກລົງ ​ເພື່ອ​ແກ້ໄຂ​ຄວາມວິຕົກກັງວົນກ່ຽວກັບ​ຄວາມ​ເປັນ​ໄປ​ໄດ້​ໃນການນຳໃຊ້ທາງ​ດ້ານ​ທະຫານຂອງໂຄງການ​ນິວ​ເຄລຍ​ອີຣ່ານ ທີ່​ຈະ​ແລກປ່ຽນກັບ​ການ​ຜ່ອນຜັນ​ການ​ລົງ​ໂທດ​ຕໍ່
ອີຣ່ານ ທີ່ມັນ​ໄດ້​ສ້າງຄວາມເສຍຫາຍໃຫ້ແກ່​ເສດຖະກິດ​ຂອງ​ປະ​ເທດ​ນັ້ນ.

ເສັ້ນຕາຍ ໃນການຕົກລົງກັນຂັ້ນສຸດທ້າຍ ແມ່ນວັນທີ 1 ກໍລະກົດ.

Stakes High, Expectations Low for Nuclear Talks With Iran
please wait

No media source currently available

0:00 0:02:51 0:00

XS
SM
MD
LG