ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ພົບປະ
ກັບທ່ານ Mohammad Javad Zarif ລັດຖະມົນຕີຕ່າງປະເທດ
ອີຣ່ານ ໃນວັນຈັນມື້ນີ້ ໃນຂະນະທີ່ວັນເສັ້ນຕາຍຫຍັບໃກ້ເຂົ້າມາ
ສຳຫລັບໃຫ້ບັນລຸຂໍ້ຕົກລົງລະຍະຍາວກັນ ກ່ຽວກັບໂຄງການນີວ
ເຄລຍຂອງອີຣ່ານນັ້ນ.
ເຈົ້າໜ້າທີ່ຂັ້ນອາວຸໂສທ່ານນຶ່ງ ປະຈຳກະຊວງການຕ່າງປະເທດ
ສະຫະລັດ ກ່າວວ່າ ຈຸດປະສົງຂອງການພົບປະກັນ ທີ່ນະຄອນ
ວຽນນາ ແມ່ນເພື່ອ “ເບິ່ງວ່າຈະສາມາດທຳຄວາມຄືບໜ້າໄດ້
ຫຼືບໍ?” ແລະວ່າທ່ານ Kerry ຢາກມີການໂອ້ລົມສົນທະນາກັນ
ແບບລົງເລິກ ເພື່ອຊັ່ງຊາເບິ່ງວ່າ ອີຣ່ານມີຄວາມເຕັມໃຈຫລາຍ
ສໍ່າໃດທີ່ຈະຕັດສິນໃຈເລືອກເອົາທາງເລືອກທີ່ສຳຄັນ ທີ່ຕົນຈຳເປັນຕ້ອງເລືອກນັ້ນ”.
ທ່ານ Kerry ກ່າວໃນວັນອາທິດວານນີ້ ກ່ອນການໂອ້ລົມສົນທະນາກັນໝົດມື້ ທີ່ຍຸດຕິ
ລົງໂດຍບໍ່ມີຂໍ້ຕົກລົງກັນໃດໆນັ້ນວ່າ ຍັງມີ “ຊ່ອງຫວ່າງທີ່ສຳຄັນຢູ່ຢ່າງຫຼວງຫຼາຍ”
ກ່ອນທີ່ຈະສາມາດບັນລຸຂໍ້ຕົກລົງກັນໄດ້ລະຫວ່າງອີຣ່ານ ແລະ 6 ມະຫາອຳນາດນັ້ນ.
ສ່ວນທ່ານ Zarif ລັດຖະມົນຕີຕ່າງປະເທດອີຣ່ານ ຮຽກຮ້ອງໃຫ້ທັງສອງຝ່າຍທຳການ
ເຈລະຈາກັນດ້ວຍສັດທາ.
ອີຣ່ານ ແລະ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ
ບວກກັບເຢຍຣະມັນ ໄດ້ທຳການເຈລະຈາກັນ ເປັນເວລາຫຼາຍເດືອນມາແລ້ວໃນຄວາມ
ພະຍາຍາມເພື່ອໃຫ້ບັນລຸຂໍ້ ຕົກລົງ ກັນຢ່າງຮອບດ້ານ ເພື່ອຮັບປະກັນວ່າ ໂຄງການນີວເຄລຍຂອງອີຣ່ານ ມີວັດຖຸປະສງໃນທາງສັນຕິ. ເພື່ອເປັນການຕອບແທນນັ້ນ ອີຣ່ານຢາກ
ໃຫ້ນາໆຊາດຍົກເລີກການລົງໂທດຕໍ່ອີຣ່ານ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດ
ຂອງປະເທດນັ້ນ.
ທັງສອງຝ່າຍໄດ້ບັນລຸຂໍ້ຕົກລົງກັນຊົ່ວຄາວໃນປີແລ້ວນີ້ ທີ່ຈຳກັດກິດຈະກຳດ້ານນີວເຄລຍ
ຂອງອີຣ່ານລົງ ເພື່ອແລກປ່ຽນກັບການຜ່ອນຜັນການລົງໂທດແບບຈຳກັດຕໍ່ອີຣ່ານນັ້ນ.
ເປົ້າໝາຍຂອງສອງຝ່າຍ ແມ່ນໃຫ້ບັນລຸຂໍ້ຕົກກັນທີ່ຍືນຍາວ ພາຍໃນວັນທີ 20 ກໍລະກົດນີ້.