ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສຫລ ກັບ ຄູ່ຕຳແໜ່ງອີຣ່ານ ພົບປະກັນອີກ ຂະນະທີ່ເສັ້ນຕາຍໃກ້ເຂົ້າມາ


Kerry Addresses Iran Nukes as Talks Resume
please wait

No media source currently available

0:00 0:02:23 0:00

ເບິ່ງວີດີໂອ ກ່ຽວຂ້ອງກັບຂ່າວນີ້.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
​ແລະ​ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ພົບ​
ປະກັນ​ອີກ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ສະ​ວິດ​ເຊີ​ແລນ ​ໃນ​ຂະນະ​ທີ່​ພວກ​
ທ່ານ​ສືບຕໍ່​ ພະຍາຍາມ​ໃຫ້​ບັນລຸ​ຄວາມ​ກ້າວໜ້າ ​ໃນການ​ເຈ
ລະຈາ​ກັນ​ທີ່​ມີມາ​ເປັນ​ເວລາ​ດົນ​ນານ ກ່ຽວ​ກັບ​ໂຄງການ​ນີວ​
ເຄລຍຂອງ​ອີຣ່ານນັ້ນ.

ທ່ານ Kerry ແລະ​ທ່ານ Zarif ​ໄດ້​ເຂົ້າຮ່ວມກັບບັນດາ​ນັກ​ການ
​ທູດ​ແລະ​ຊ່ຽວຊານ​ຈາກ​ທັງ​ສອງ​ຝ່າຍ ທີ່​ໄດ້​ໄຂ​ການເຈລະຈາ​ກັນ​
ຮອບ​ຫລ້າ​ສຸດໃນ​ວັນ​ອາທິດ​ວານ​ນີ້. ພວກ​ທ່ານ​ຍັງ​ເຫຼືອ​ເວລາ​ຕື່ມ​
ອີກ​ ປະມານ 2 ສັບປະດາ ກ່ອນ​ເວລາ​ເສັ້ນ​ຕາຍ​ທີ່​ໄດ້​ວາງ​ໄວ​້ກ່ອນ
​ເພື່ອ​ໃຫ້​ບັນ​ລຸ​ຮ່າງ​ຂອງ​ຂໍ້​ຕົກລົງ​ກັນ ​ເພື່ອ​ຮັບປະກັນ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ ມີ​ວັດຖຸ​ປະສົງ​ໃນ​ທາງ​ສັນຕິ ​ເພື່ອ​ແລກປ່ຽນ​ກັບ​ການ​ຍົກເລີກ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ອີຣ່ານນັ້ນ.

ທ່ານ Kerry ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ອຸບປະສັກ​ຕ່າງໆທີ່​ຍັງ​ເຫຼືອ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ບັນຫາ​ດ້ານ​ການ​ເມືອງ ​ບໍ່​ແມ່ນດ້ານ​ເທັກນິກ​.

ທ່ານ Kerry ກ່າວ​ຕໍ່ລາຍການ Face the Nation ຂອງ​ຕາໜ່າງ​ ໂທລະພາບ CBS ວ່າ
ເປັນ​ທີ່​ຈະ​ແຈ້ງວ່າ ຍັງມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ບາງ​ຢ່າງ​ ທີ່ຍັງ​ອິງ​ໃສ່ ​ການ​ຕັດສິນ​ໃຈ​ທາງ​ດ້ານ​ເທັກນິກ ​ແຕ່ໂດຍ​ທົ່ວ​ໄປ​ແລ້ວ ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ສ່ວນ​ໃຫຍ່​ໃນ​ເວລາ​ນີ້ ​ແມ່ນ​ການ​ຕັດສິນ​ໃຈ​ດ້ານ​ການ​ເມືອງ… ກໍ​ຄື​ການ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ ​ໃນ​ການ​ພິສູດ​ໃຫ້​ໂລກເຫັນ​ວ່າ ​ໂຄງການ​ນີວ​ເຄລຍນີ້​ ມີ​ວັດຖຸ​ປະ
ສົງ​ທາງ​ສັນຕິ​.”


Iran Nuclear
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG