ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ຈະເພັ່ງເລັງໃສ່ ເລື້ອງຊີເຣຍ ແລະຢູເຄຣນ ໃນຂະນະທີ່ທ່ານ ຢ້ຽມຢາມ ຣັດເຊຍ


ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກ່າວ​ວ່າ ທ່ານ​ໄດ້​ຄາດ​ຫວັງ​ວ່າ ພວກ​ທ່ານຈະ​ສາມາດ​ຫາ​
“ຈຸດ​ຢືນ​ຮ່ວມ​ກັນ” ບາງ​ຢ່າງ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ນັ່ງ​ໂອ້​ລົມ​
ສົນທະນາ​ກັບຄູ່​ຕຳ​ແໜ່​ງຝ່າ​ຍຣັດ​ເຊຍ ທ່ານ Sergei Lavrov
ໃນ​ວັນ​ອັງຄານ​ມື້​ນີ້.

​ເຈົ້າ​ໜ້າທີ່ທັງ​ສອງ ​ໄດ້​ກ່າວ​ວ່າ ວິກິດ​ການ​ໃນ​ຊີ​ເຣຍ ກຸ່ມ​ລັດ​ອິສລາມ ​ແລະ ຄວາມ​ບໍ່​ສະ​ງົບ​ໃນ​ຢູ​ເຄຣນ ຈະ​ເປັນ​ຈຸດ​ເພັ່ງ​ເລັງໃນລະຫວ່າງ​ການ​ພົບ​ປະກັນ ​ທີ່ Moscow ຊຶ່ງ​ນີ້​ເປັນ​ຂີດໝ​າຍ
ຂອງ​ການ​ໄປ​ຢ້ຽມຢາມຣັດ​ເຊຍ ​ຄັ້ງ​ທີ 2 ຂອງ​ທ່ານ.

ທ່ານ Kerry ໄດ້ກ່າວ​ວ່າ “​ເຖິງ​ແມ່ນ​ວ່າ ພວກ​ເຮົາ ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ​ຕາມ. ພວກ​ເຮົາ​ກໍ​ຍັງ​ສາມາດ​ທີ່ເຮັດ​ວຽກ​ຮ່ວມ​ກັນຢ່າງ​ມີ​ປະສິດ​ທິຜົນກ່ຽວ​ກັບ​ບັນຫາ​ທີ່​ສະ​ເພາະ​ເຈາະ​ຈົງ.” ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ຣັດ​ເຊຍ ​ໄດ້​ທຳ​ການ​ປະກອບສ່ວນ​ທີ່​ສຳຄັນ ​ໃນ​ການ​ສົນທະນາ
ກ່ຽວ​ກັບຂໍ້ຕົກລົງໂຄງການ​ນິວ​ເຄລຍຂອງ​ອີຣ່ານ.

ທ່ານ Lavrov ​ໄດ້​ກ່າວ​ຜ່ານ​ລ່າ​ມ​ແປ​ພາສາ ວ່າ ທ່ານຕ້ອງການ ຢາກຈະ​ສືບ​ຕໍ່​ສົນທະນາ
ທີ່​ເລີ້ມ​ຂຶ້ນ​ໂດຍປະທານາທິບໍດີຣັດ​ເຊຍ​ ທ່າ​ນ Vladimir Putin ​ແລະປະທານາທິບໍດີສະຫະ
ລັດ ​ທ່ານ Barrack Obama ກ່ຽວ​ກັບ​ວ່າ​ສະຫະລັດ ຈະ​ສາມາດ​ຊ່ອຍ​ຫຍັງ​ໄດ້ແດ່​ໃນ​ການ “ການແກ້​ໄຂ​ບັນຫາຢູ​ເຄຣນ.”

ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານSergey Lavrov ກ່າວຕໍ່ສື່ ກ່ຽວກັບ ການຍິງເຮືອບິນລົບຂອງຣັດເຊຍຕົກຈາ ກອງກຳລັງເທີກີ ໃນເມືອງ Sochi, Russia, 24 ພະຈິກ, 2015.
ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານSergey Lavrov ກ່າວຕໍ່ສື່ ກ່ຽວກັບ ການຍິງເຮືອບິນລົບຂອງຣັດເຊຍຕົກຈາ ກອງກຳລັງເທີກີ ໃນເມືອງ Sochi, Russia, 24 ພະຈິກ, 2015.

ທ່ານ Kerry ​ໄດ້​ເດີນທາງ​ໄປ​ຍັງນະ​ຄອນ Moscow ຈາກ​ປາຣີ ບ່ອນທີ່ທ່ານ​ໄດ້​ເຂົ້າ ຮ່ວມ
​ໃນກອງ​ປະຊຸມ​ຂອງ​ບັນດາ​ລັດຖະມົນຕີ ທີ່​ນຳພາ​ໂດຍ​ປະ​ເທດ​ຝຣັ່ງ ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ ກ່ຽວ​ກັບ​ເລື້ອງ​ຊີ​ເຣຍ ​ແລະ​ກຸ່ມ​ລັດອິສລາມ.

ກ່ອນ​ທີ່​ທ່ານ​ຈະ​ອອກ​ເດີນທາງ​ໄປ​ຍັງ Moscow ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຫະລັດ ກ່າວ​ວ່າ ທ່ານ Kerry ​ຕັ້ງ​ໃຈ​ທີ່​ຈະ​ໃຊ້ການ​ຢ້ຽມຢາມ​ຣັດ​ເຊຍຂອງ​ທ່ານ​ເພື່ອ​ກຳນົດ​ຫົວ​ຂໍ້​ຕ່າງໆ​ສຳລັບ
​ກອງປະຊຸມ ຂອງ​ກຸ່ມ​ນາໆ​ຊາດ​ທີ່​ສະໜັບສະໜຸນ​ຊີ​ເຣຍ ຊຶ່ງ​ຄາດວ່າ ຈະຈັດ​ຂຶ້​ນ​ໃນ​ນະຄອນ​ນິວຢ໊ອກ ​ໃນ​ວັນ​ສຸ​ກ ທີ່​ຈະ​ມາ​ເຖິງ​ນີ້.

ຣັດ​ເຊຍ ​ແມ່ນສ່ວນ​ນຶ່ງຂອງ​ກຸ່ມ​ດັ່ງກ່າວ ຊຶ່ງໄດ້​ກຳນົດ​ແ​ຜນການ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ຮຽກຮ້ອງ​ໃຫ້​ມີ​ການ​ຫັນປ່ຽນ​ທາງ​ການ​ເມືອງ​ໃນ​ຊີ​ເຣຍ. ແຕ່ເຖິງ​ຢ່າງ​ນັ້ນ ກໍ​ຕາມ ສະຫະລັດ ​ແລະຣັດ​ເຊຍ ຍັງຕົກລົງ​ກັນ​ບໍ່​ໄດ້ ກ່ຽວ​ກັບ​ເລື້ອງ​ທີ່ຣັດ​ເຊຍ​ໃຫ້ການ​ສະໜັບສະໜຸນຕໍ່​ຜູ້ນຳ​ຊີ​ເຣຍ ທ່ານ Bashar al-Assad ນັ້ນ.

US Russia
please wait
Embed

No media source currently available

0:00 0:02:28 0:00

XS
SM
MD
LG