ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ເຕຶືອນ ກ່ຽວກັບ ການຍາດອຳນາດ ໃນ ອັຟການິສຖານ (ວີດີໂອ)


ທ່ານ John Kerry ລັດຖະມົນຕີ ການຕ່າງປະເທດ ສະຫະລັດ
ທ່ານ John Kerry ລັດຖະມົນຕີ ການຕ່າງປະເທດ ສະຫະລັດ

ວິ​ກິດ​ການ​ດ້ານ​ການ​ເມືອງ​ ໃນອັ​ຟກາ​ນິສຖານ ​ໄດ້​ເພີ້ິມທະວີ​ຄວາມ
ຮ້າຍແຮງຂຶ້ນ ຕື່ມ​ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ທີ່ຜູ້​ສະມັກເປັນປະທາ​
ນາ​ທິບໍດີ ທ່ານ Abdullah Abdullah ​ປະກາດ​ວ່າທ່ານເປັນຜູ້ໄດ້
ຮັບໄຊຊະນະ ​ໃນ​ການ​ເລືອກ​ຕັ້ງ​ປະທານາ ທິບໍດີ ​ໃນ​ເດືອນ​ແລ້ວ​ນີ້
​ເຖິງ​ແມ່ນ​ວ່າ ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​
ໄດ້ມີຄະແນນ​ນຳ​ຫລັງ​ ຄູ່ແຂ່ງຂອງທ່ານ ​ຄືທ່ານ Ashraf Ghani.

ໃນການຖະແຫຼງ​ຕໍ່​ບັນດາ​ຜູ້​ສະໜັບສະໜູນ​ຫຼາຍ​ພັນ​ຄົນ ຢູ່​ນະຄອນ
ຫຼວງ Kabul ທ່ານ Abdullah ກ່າວ​ວ່າ ທ່ານປະຕິ​ເສດ​ຜົນບໍ່ຍອມ
ຮັບເອົາຜົນ​ການ​ເລື​ອກຕັ້ງ​ຂັ້ນ​ຕົ້ນທີ່ນຳອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​
ນີ້ ທີ່ສະແດງໃຫ້ເຫັນວ່າ ທ່ານ Ghani ​ໄດ້ມີຄະແນນນຳໜ້າທີ່ສຳຄັນ 13 ​ເປີ​ເຊັນ​. ທ່ານ
Abdullah ກ່າວ​ວ່າ ທ່ານ​ເປັນ​ຜູ້​ໄດ້ຮັບ​ໄຊຊະນະ ໂດຍ “ປາດ​ສະ​ຈາກ​ຄວາມ​ສົງ​ໄສໃດໆ"
​ແລະ​ສາບານ​ວ່າ ຈະ​ບໍ່ຍອມເດັດຂາດ​ຮັບ​ເອົາ​ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ “ລັດຖະບານທີ່ສໍ້ໂກງ​.”

ຜູ້ສະມັກ​ແຂ່ງຂັນຮ່ວມກັບທ່ານ ຄື​ທ່ານ Hajji Mohammad Mohaqeq ​ໄດ້​ຂົ່ມຂູ່​ທີ່​ຈະຈັດ​
ຕັ້ງລັດຖະບານ “ຄຽງຄູ່” ຂຶ້ນ ຖ້າ​ບັນດາ​ເຈົ້າ​ໜ້າ​ທີ່​ ຫາກບໍ່ແກ້ໄຂ ການຮ້ອງທຸກໃນ​ໂຄສະນາ​
ຫາ​ສຽງ ທີ່ວ່າມີການສໍ້ໂກງຄະແນນສຽງເກີດຂຶ້ນໃ ນ​ການ​ເລືອກ​ຕັ້ງປະທານາທິບໍດີຮອບ
ສອງ ເມື່ອ​ວັນ​ທີ 14 ​ເດືອນ​ມິຖຸນາຜ່ານມາ.

ຢູ່​ໃນ​ຖະ​ແຫລ​ງສະບັບນຶ່ງ ​ທີ່ພິມເຜີຍແຜ່ໂດຍເວັບໄຊທ໌ ຂອງສະຖານທູດສະຫະ ລັດທີ່​ນະ
ຄອນຫຼວງ Kabul ໃນວັນອັງຄານມື້ນີ້ ທ່ານ Kerry ລັດຖະມົນຕີຕ່າງ ປະ​ເທດສະຫະລັດ
ກ່າວ​ວ່າ ທ່ານໄດ້​ໃຫ້​ຂໍ້​ສັງ​ເກດ ຕໍ່ການສະເໜີແນະທີ່ຈະຕັ້ງ ລັດຖະບານ​ຄຽງຄູ່​ນັ້ນວ່າ​“
ເປັນ​ເລື້ອງ​ທີ່​ໜ້າ​ວິຕົກ​ທີ່​ສຸດ.”

ທ່ານ Kerry ​ໄດ້​ຮຽກຮ້ອງໃຫ້ “ທົບທວນຄືນ​ຢ່າງ​ເຕັມທີ່ກ່ຽວກັບການ​ກ່າວ​ຫາທີ່​ເຫັນ​ວ່າ​ມີ​ເຫດຜົນ​ທັງ​ໝົດ ໃນການກະທຳທີ່ຜິດກົດລະບຽບ” ​ແຕ່​ກໍໄດ້​ກ່າວ​ວ່າ ບໍ່​ມີ​ບ່ອນ​ສຳລັບການ
ກໍ່ຄວາມ​ຮຸນ​ແຮງ ຫລືການເອົາມາດ​ຕະການ​ພິເສດນອກເໜືອ ລັດຖະທຳ​ມະນູນ.

ທ່ານກ່າວ​ວ່າ “ການກະທຳໃດໆກໍຕາມ​ທີ່​ຈະເຂົ້າ​ກຳ​ອຳນາດ ​ໂດ​ຍວິທີການທີ່ບໍ່ ຖືກຕ້ອງ
ຕາມກົດໝາຍແລ້ວ ຈະເຮັດໃຫ້ອັຟການິສຖານສູນເສຍການສະໜັບສະ ໜຸນທາງດ້ານ
ການເງິນແລະດ້ານຄວາມໝັ້ນຄົງຈາກສະຫະລັດ ​ແລະ​ປະຊາ​ຄົມ ນາ​ໆ​ຊາດ.”

​ໃນ​ຂະນະ​ດຽວ​ກັນ ຄວາມຮຸນ​ແຮງ​ຍັງ​ດຳ​ເນີນຕໍ່ມາ ຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ ອັຟການິສ
ຖານ ​ໃນ​ວັນ​ອັງຄານ​ມື້​ນີ້ ບ່ອນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ຜູ້ໂຈມຕີ ດ້ວຍ​ສະລະ​ຊີບວາງ​
ລະ​ເບີດຄົນ​ນຶ່ງ ​ໄດ້​ສັງຫານ 16 ຄົນ ຮວມ​ທັງ​ທະຫານຕ່າງ ປະ​ເທດ​ສີ່​ຄົນ.

AFGHANISTAN VOSOT
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG