ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ສືບຕໍ່ ລະດົມເອົາ ການສະໜັບສະໜຸນ ແກ່ກອງປະຊຸມ ສັນຕິພາບຊີເຣຍ (ວີດີໂອ)


Syria Diplomacy
please wait
Embed

No media source currently available

0:00 0:01:47 0:00

ເບິ່ງວີດິໂອ ກ່ຽວກັບການດໍາເນີນການທູດ ເພື່ອພະຍາຍາມຈັດຕັ້ງ ກອງປະຊຸມສັນຕິພາບຊີເຣຍຂຶ້ນ.

ໃນ​ວັນ​ອັງຄານ​ມື້​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ​ລັດ
ທ່ານ John Kerry ພົບ​ປະ​ກັບອົງສຸນລະ​ຕານ ຫລື​ກະສັດ​ຂອງ​
ປະ​ເທດ ​ໂອ​ມານ ຊຶ່ງເປັນບ່ອນຢຸດແວ່ຫຼ້າສຸດຂອງທ່ານ ​
ໃນການປຸກລະດົມ ​ເພື່ອຊ່ວຍ​ຈັດ​ແຈງ ກອງປະຊຸມສັນຕິພາບ
​ກ່ຽວ​ກັບຊີເຣຍ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ​
ທ່ານ​ນຶ່ງ​ກ່າວ​ວ່າ ເຖິງ​ແມ່ນປະ​ເທດ Oman ຍັງ​ບໍ່​ໄດ້ຫລິ້ນ
ບົດບາດທີ່​ສໍາ​ຄັນ​ຢູ່ໃນ​ຊີ​ເຣຍ​ເທື່ອ​ກໍ​ຕາມ ​ແຕ່​ໂອ​ມານ​ກໍ​ເປັນ
​ຜູ້​ມີບົດບາດ​ສໍາຄັນ​ຢູ່ໃນ​ຂົງ​ເຂດ ​ແລະທ່ານ Kerry ກໍ​ຢາກ​
ຈະ​ໄດ້​ຍິນ​ຄວາມ​ຄິດ​ຄວາມ​ເຫັນຂອງ​ສຸນລະ​ຕານ Qaboos bin Said.

ປະ​ເທດ Oman ​ແມ່ນເປັນ​ພັນທະ​ມິດ​ກັບ​ສະຫະລັດ ​ແຕ່​ກໍມີ​ສາຍ​ພົວພັນ​ອັນໃກ້ຊິດ​ກັບ
ອິຣ່ານນໍາ.


ບັນຫາ​ການ​ນໍາ​ເອົາ​ອິຣ່ານ​ເຂົ້າ​ມາ​ຮ່ວມ​ໃນ​ກອງປະຊຸມສັນຕິພາບ
ຊີເຣຍ ທີ່ສະ​ເໜີ​ຂຶ້ນ​ມານັ້ນ​ ໄດ້ແບ່ງ​ແຍກ​ສະ​ຫະລັດ ​ແລະຣັດ​ເຊຍ
ທີ່​ເປັນ​ຜູ້​ສະ​ເໜີ​ແນວ​ຄິດ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ສັນຕິ​ພາບ​
ຊີ​ເຣຍຂຶ້ນ​ມາ ​ໂດຍ​ຈະ​ໃຫ້​ຈັດ​ຂຶ້ນໃນ​ເດືອນ​ໜ້າ​ນີ້.

ຣັດ​ເຊຍ​ກ່າວ​ວ່າ ອິຣ່ານ ​ຄວາມ​ຈະ​ເຂົ້າ​ຮ່ວມ​. ສະຫະລັດ ຊຶ່ງຜ່ານ​
ມາໄດ້​ຄັດຄ້ານ ຕໍ່​ການເຂົ້າ​ມາ​ກ່ຽວ​ຂ້ອງຂອງອິຣານນັ້ນ ກ່າວ​ວ່າ
ຍັງ​ບໍ່​ໄດ້​ມີການ​ຄັດ​ເລືອກ ຫລື​ຕັດ ຄະນະ​ຜູ້​ແທນ​ປະ​ເທດ​ໃດ
ອອກຈາກກອງ​ປະຊຸມ​ດັ່ງກ່າວ​ນີ້.

ຝຣັ່ງ​ກໍໄດ້​ກ່າວ​ໃນ​ອາທິດແລ້ວ​ນີ້​ວ່າ ຕົນ​ບໍ່​ຕ້ອງການ​ໃຫ້​ອິຣ່ານ​ເຂົ້າ​ຮ່ວມນໍາ.

ວີດິໂອ: ຄວາມເຫັນແຕກຕ່າງກັນລະຫວ່າງສະຫະລັດແລະຣັດເຊຍ ກ່ຽວກັບຊີເຣຍ ກໍາລັງຂັດຂວາງ ຕໍ່ກອງປະຊຸມ:

Past Differences Hamper US-Russian Efforts to Help Syria
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ


XS
SM
MD
LG