ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານແຄຣີ ຢ້ຽມຢາມ ນະຄອນຫຼວງ ບຣັສເຊີລສ໌ ແລະ ລອນດອນ ຖ່າມກາງ ຄວາມວຸ້ນວາຍ ໃນອັງກິດ


EU Brexit
please wait
Embed

No media source currently available

0:00 0:02:38 0:00

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ເດີນທາງຢ້ຽມ ຢາມນະຄອນຫຼວງ Brussels ແລະ London ໃນວັນຈັນມື້ນີ້ ຊຶ່ງເປັນເຈົ້າ ໜ້າທີ່ລະດັບອາວຸໂສຂອງ ສະຫະລັດ ຄົນທຳອິດທີ່ໄດ້ໄປຢ້ຽມຢາມສະຖານທີ່ ທັງສອງນັບຕັ້ງແຕ່ໄດ້ມີການລົງຄະແນນສຽງຂອງ ອັງກິດ ເພື່ອອອກຈາກ ສະຫະພາບ ຢູໂຣບ ໃນການເຄື່ອນໄຫວທີ່ສ້າງຄວາມເປັນຫ່ວງຢ່າງຍິ່ງໃນ ນະຄອນຫຼວງ ວໍຊິງຕັນ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry, ຊ້າຍ, ຄຽງຂ້າງໂດຍ ລັດຖະມົນຕີຕ່າງປະເທດ ອີຕາລີ ທ່ານ Paolo Gentiloni, ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ລຸນຫລັງ ການພົບປະກັນ ຢູ່ໃນນະຄອນຫຼວງ Rome, ເມື່ອວັນອາທິດທີ 26 ມິຖຸນາ 2016.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry, ຊ້າຍ, ຄຽງຂ້າງໂດຍ ລັດຖະມົນຕີຕ່າງປະເທດ ອີຕາລີ ທ່ານ Paolo Gentiloni, ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ລຸນຫລັງ ການພົບປະກັນ ຢູ່ໃນນະຄອນຫຼວງ Rome, ເມື່ອວັນອາທິດທີ 26 ມິຖຸນາ 2016.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ທ່ານ Kerry ໄດ້ເພີ່ມບ່ອນຢ້ຽມຢາມ 2 ແຫ່ງໃນນາທີສຸດທ້າຍໃສ່ຕາຕະລາງການຢ້ຽມຢາມທີ່ນະຄອນຫຼວງ Rome. ນັ້ນຈະສະແດງເຖິງ ການສະໜັບສະໜູນຂອງ ສະຫະລັດ ຕໍ່ ອັງກິດ ແລະ ກ່າວຢ້ຳເຖິງຄວາມສຳຄັນຂອງປະເທດ EU ອື່ນໆທີ່ຍັງເຫຼືອຢູ່ໃນກຸ່ມນີ້.

ທ່ານໄດ້ກ່າວໃນວັນອາທິດວານນີ້ວ່າ ສະຫະລັດ ມີຄວາມເສຍໃຈຕໍ່ການ ລົງຄະແນນສຽງ “Brexit”, ແຕ່ທ່ານໄດ້ປະຕິຍານວ່າຈະສືບຕໍ່ສາຍພົວພັນ ອັນໃກ້ຊິດກັບສິ່ງທີ່ຈະກາຍມາເປັນກຸ່ມຂອງ 27 ປະເທດ ຢູໂຣບ ໃນໄວໆນີ້ .

ການເຈລະຈາຂອງທ່ານໃນນະຄອນຫຼວງ Brussels ໄດ້ເກີດຂຶ້ນຖ່າມກາງ ຄວາມວຸ້ນວາຍຂອງ ກິດຈະກຳທາງການທູດລະດັບສູງໃນວັນຈັນມື້ນີ້, ​ລວມ ທັງບັນດາຜູ້ນຳຈາກປະເທດມະຫາອຳນາດ ຢູໂຣບ ລວມມີ ເຢຍລະມັນ, ຝຣັ່ງ ແລະ ອິຕາລີ ເຕົ້າໂຮມກັນເພື່ອປຶກສາຫາລື ກ່ຽວກັບ ສິ່ງຕໍ່ໄປ ລຸນຫຼັງ ທີ່ ອັງກິດ ໄດ້ຖອນຕົວອອກໄປແລ້ວ.

ທ່ານ Kerry ຕໍ່ມາໄດ້ເດີນທາງໄປນະຄອນຫຼວງ London ເພື່ອພົບປະກັບ ລັດຖະມົນຕີການຕ່າງປະເທດຂອງ ອັງກິດ ທ່ານ Phillip Hammond ແລະ ເຈົ້າໜ້າທີ່ຄົນອື່ນໆທີ່ເປັນສ່ວນໜຶ່ງຂອງຂັ້ນຕອນການຮັກສາສາຍພົວພັນ ກັບພັນທະມິດລະດັບສູງຂອງ ວໍຊິງຕັນ ໃນຍຸກໃໝ່ເມື່ອ ອັງກິດ ມີຂໍ້ຜູກມັດ ກັບ ຢູໂຣບ ໜ້ອຍລົງ.

ນາຍົກລັດຖະມົນທີ່ກຳລັງຈະພົ້ນຈາກການດຳລົງຕຳແໜ່ງ ທ່ານ David Cameron ຈະຈັດກອງປະຊຸມລະດັບລັດຖະບານໃນວັນຈັນມື້ນີ້ ໃນຂະນະ ທີ່ສະພາເປີດປະຊຸມໃໝ່ ໃນຄວາມພະຍາຍາມ ທີ່ຈະຄິດຫາວິທີຮັບມືກັບສິ່ງ ທີ່ຫຼາຍໆຄົນຄິດວ່າມັນຈະບໍ່ມີວັນເກີດຂຶ້ນ, ຄືການຖອນຕົວອອກຈາກ ສະຫະພາບ ຢູໂຣບ ຂອງ ອັງກິດນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG