ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລມຕ. Kerry ໃຊ້ການປະຊຸມ ທີ່ນະຄອນ Davos ເພັ່ງເລັງໃສ່ ການເຈລະຈາ ສັນຕິພາບ ຊີເຣຍ


Kerry Diplomacy
please wait
Embed

No media source currently available

0:00 0:00:53 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະລັດ ທ່ານ John Kerry
ພວມ​ພົບປະກັບທູດ​ພິ​ເສດຂອງ ​ອົງການ​ສະຫະ​ປະຊາ​ຊາດຮັບ
ຜິດຊອບ​ເລື້ອງ​ຊິ​ເຣຍ ​ໃນ​ຄວາມ​ພະຍາຍາມ​ຫຼ້າ​ສຸດ​ເພື່ອ​ແກ້ໄຂ
ການ​ບໍ່​ລົງ​ຮອຍ​ກັນ​ລະຫວ່າງບັນດາ​ປະ​ເທດ​ມະຫາ​ອຳນາດ​ຂອງ
​ໂລກ ທີ່ພວມ​ຂົ່ມຂູ່​ວ່າ ຈະ​ເຮັດ​ໃຫ້​ມີການ​ຊັກ​ຊ້າ​ ​ໃນການ​ເຈລະ
ຈາ​ສັນຕິພາບຂອງ​ນາໆ​ຊາດກ່ຽວ​ກັບ​ອະນາ​ຄົດ​ຂອງ ​ຊິ​ເຣຍ.

ທ່ານ Kerry ​ແລະ​ທ່ານ Staffan de Mistura ພວມ​ພົບປະ​ກັນ
ຢູ່​ຂ້າງ​ນອກ​ຂອງ​ກອງ​ປະ ຊຸມ​ເສດຖະກິດທີ່​ເມືອງ Devos
ປະ​ເທດສວິດ​ເຊີແລນນັ້ນໄດ້​ສະ​ແດງ​ອອກ​ເຖິງຄວາມ​ຫວັງ ກ່ຽວ​
ກັບ​ການ​ເຈລະຈາ​ທີ່​ໄກ່​ເກ​ຍ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ
ໃນການ​ມອບ​ໂອນ​ອຳນາດທາງ​ການ​ເມືອງໃນຊິ​ເຣຍນັ້ນ ສາມາດ​ທີ່​ຈະ​ເລີ້ມ​ໄດ້​ຕາມ​ແຜນ
ການ​ທີ່​ໄດ້​ວາງ​ໄວ້ ​ໃນ​ວັນ​ຈັນ​ທີ່​ຈະມາ​ເຖິງ​ນີ້.

ທ່ານ Mistura ​ໄດ້ຮັບຮູ້​ໃນ​ວັນ​ພຸດ​ວານ​ນີ້ວ່າ ການ​ເຈລະຈາ​ອາດ​ຈະ​ບໍ່​ເກີດ​ຂຶ້ນ ​ໂດຍ​ບອກ
ກັບອົງການ​ຂ່າວ CNN ວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ​ ພວກ​ເຮົາ​ສາມາດ​ເລີ້ມ​ການ​ເຈລະຈາ​ໄດ້
​ແຕ່​ມັນອາດ​ຈະ​ບໍ່​ແມ່ນໃນວັນ​ທີ 25 ​ແຕ່​ພວກ​ເຮົາ​ຍັງ​ຈະ​ສືບ​ຕໍ່​ກົດ​ດັນ ພວກ​ເຮົາ​ຈຳ​ເປັນ​ທີ່​ຈະຕ້ອງ​ໄດ້​ສືບ​ຕໍ່ການ​ກົດ​ດັນ​ນີ້.”

​ໄດ້​ມີ​ການຂັດ​ແຍ້​ງກັນ​ຢ່າງ​ກ້ວາງ​ຂວາ​ງ ກ່ຽວ​ກັບ​ວ່າ ກຸ່ມ​ຕໍ່ຕ້ານ​ລັດຖະບານ​ກຸ່ມ​ໃດ ຄວນຈະ
​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາ​ນີ້ ​ແລະ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ພົບ​ປະກັນ​ໃນ​ສັບປະດາ​ໜ້າ​ນີ້
ບໍ່​ສາມາດ​ຈະ​ມີ​ຂຶ້ນ​ໄດ້ ຈົນ​ກວ່າ​ວ່າ ລາຍ​ຊື່ຂອງ​ພວກ​ທີ່​ຈະ​ເຂົ້າ​ຮ່ວມ​ນັ້ນ ​ໄດ້​ຮັບ​ການເຫັນ
​ພ້ອມ​ຢ່າງ​ເປັນ​ເອກ​ກະສັນ​ກ່ອນ.

ທ່ານ Kerry ​ໄດ້​ພົບ​ປະ​ໃນ​ວັນ​ພຸດ​ວານ​ນີ້​ກັບ​ທ່ານ Segei Lavrov ລັດຖະມົນຕີ​ການ​
ຕ່າງປະ​ເທດ​ຂອງຣັດ​ເຊຍ​ ພັນທະ​ມິດ​ທີ່​ສຳຄັນ​ຂອງ​ປະທາ​ນາທີ​ບໍດີຊິ​ເຣຍ ທ່ານ Bashar
al-Assad ຫຼັງ​ຈາກ​ນັ້ນ ທ່ານ Lavrov ​ໄດ້​ກ່າວ​ວ່າ Moscow “ບໍ່​ມີ​ຄວາມ​ຕັ້ງ​ໃຈ” ທີ່​ຈະ
​ເລື່ອນ​ການ​ເຈລະຈາ​ສັນຕິພາບ​ນີ້ ໄປ​ໃສ່ເດືອນ​ໜ້າ.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້ກ່າວ​ວ່າ ຕົນ​ຈະບໍ່​ອອກ​ບັດ​ເຊີນ ​ໄປ​ຮ່ວມ​ການ​ເຈລະຈາຈົນ
​ກວ່າ​ວ່າ ການ​ບໍ່​ເຫັນ​ພ້ອມກ່ຽວ​ກັບ​ຕົວ​ແທນ​ຂອງພວກຕໍ່ຕ້ານ​ລັດຖະບານ ​ໄດ້​ຮັບ​ການແກ້
​ໄຂເສຍ​ກ່ອນ.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ກ່າວ​ວ່າ “ນີ້ບໍ່​ແມ່ນ​ການ​ສິ້ນ​ສຸດ​ລົງ​
ຂອງ​ໂລກ”
ຖ້າ​ຫາກ​ວ່າ ການ​ເຈລະຈາ​ສັນຕິພາບນີ້ ຫາກ​ມີ​ການ​ຊັກ​ຊ້າ​ໄປ ດ້າມ​ມື້​ນຶ່ງ​ຫຼື
​ສອງ​ນັ້ນ.

​ການ​ໄປ​ຮ່ວມກອງ​ປະຊຸມ​ເສດ​ຖະ​ກິດ​ໂລກ​ທີ່​ເມືອງ Devos ຂອງທ່ານ Kerry ນີ້ແມ່ນ​ບາດ
ກ້າວ​ທຳ​ອິດ​ ຂອງ​ການ​ຢ້ຽມຢາມ 5 ປະເທດ ຊຶ່ງ​ຈະ​ພາ​ໃຫ້​ທ່ານ​ເດີນທາງ​ຜ່ານພາກ​ຕາ​ເວັນ
​ອອກ​ກາງ​ແລະ​ແຖບ​ເອ​ເຊຍ.

ກອງ​ປະຊຸມ​ປະຈຳ​ປີ ແມ່ນ​ກອງ​ປະຊຸມ​ຂອງ​ປະມຸກ​ລັດ​ແລະ​ຜູ້ນຳ​ລັດຖະບານພ້ອມທັງຫົວໜ້າ ບໍລິຫານ​ຫານ​ສູງ​ສຸດຂອງ​ຫຼາຍໆ​ບໍລິສັດ ​ເຂົ້າ​ຮ່ວມ. ທ່ານ Kerry ຈະ​ຂຶ້ນ​ຖະ​ແຫຼ​ງຕໍ່​ກອງປະ​ຊຸມນີ້ ໃນວັນ​ສຸກ​ມື້​ອື່ນ​.

​ໃນ​ແລ​ງວັນພະຫັດ​ມື້​ນີ້ ທ່ານ Kerry ຈະ​ພົບ​ປະ​ກັບ​ບັນດາ​ຜູ້​ນຳ​ອື່ນໆ ຊຶ່ງຮວມມີ ນາຍົກລັດຖະ
ມົນຕີ​ອິຣັກ ທ່ານ​ Haider al- Abadi ​ແລະ​ນາ​ຍົກ​ລັດຖະມົນຕີ Israel ທ່ານ Benjamin Netanyahu.

Kerry Comments on Syria Talks
please wait

No media source currently available

0:00 0:00:16 0:00

XS
SM
MD
LG