ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຕ້ອງໄດ້ເຈລະຈາ ກັບ ປ. ອັສຊາດ ເພື່ອແກ້ໄຂ ບັນຫາທາງການເມືອງ ໃນຊີເຣຍ


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວໃນກອງປະຊຸມຖະແຫລງຂ່າວ ໃນ Sharm el-Sheikh, ວັນທີ 14 ມີນາ 2015.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວໃນກອງປະຊຸມຖະແຫລງຂ່າວ ໃນ Sharm el-Sheikh, ວັນທີ 14 ມີນາ 2015.

ຂະນະ​ທີ່​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ກ້າວ​ເຂົ້າສູ່​ປີ​ທີ 5 ​ນີ້ແລ້ວ
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ
ສະຫະລັດ​ຈະ​ຕ້ອງ​ໄດ້ບັນລຸ​ຂໍ້​ຕົກລົງ ​ກັບ​ປະທານາທິບໍດີຊີ​ເຣຍ
ທ່ານ Bashar al-Assad ​ເພື່ອອຳນວຍ​ໃຫ້​ມີ​ການ​ສົ່ງຄ່ຽນອຳ
ນາດ​ທາງ​ການ​ເມືອງ ​ແລະຍຸດຕິ​ຄວາມ​ຂັດ​ແຍ້​ງທີ່​ໄດ້​ເຮັດ​ໃຫ້
ປະ​ເທດ​ຕົກ​ຢູ່​ໃນສະພາບ ຢຸດ​ສະ​ງັກ ​ສົ່ງ​ຜົນ​ໃຫ້​ຫຼາຍພັນ​ຄົນ
​ເສຍ​ຊີວິດນັ້ນ.

ທ່ານ Kerry ທີ່ພະຍາຍາມ​ຊຸກ​ຍູ້​ໃຫ້​ແກ້ໄຂ​ ຄວາມຂັດ​ແຍ້​ງ​ໃນ​
ຊີ​ເຣຍ​ໂດຍທາງ​ການ​ທູດ ​ໄດ້ກ່າວ​ຢູ່​ໃນ​ການ​ສຳພາດກັບ​ຕາ​ໜ່າງ
​ໂທລະພາບ CBS ​ທາງລາຍການ Face the Nation ​ທີ່ອອກ
​ອາກາດ​ໃນ​ວັນ​ອາທິດ​ວາ​ນນີ້ ວ່າ “ ​ໃນ​ບັ້ນ​ສຸດ​ທ້າຍ​ແລ້ວ ພວກ​ເຮົາຕ້ອງ​ໄດ້​ເຈລະຈາ​ກັນ ​ແລະພວກ​ເຮົາຈະ​ຕ້ອງ​ເຮັດ​ໃຫ້ມັນ​ຈະ​ແຈ້ງຕໍ່ ​ທ່ານ Assad ວ່າ ໝົດ​ທຸກຄົນແມ່ນ​ມີຄວາມ
​ຕັ້ງ​ໃຈ ທີ່​ຈະ​ແກ້​ໄ​ຂບັນຫາ​ໃນ​ທາງ​ການ​ເມືອງ ​ແລະ​ຂ້າພະ​ເຈົ້າໝັ້ນ​ໃຈ​ວ່າ ພ້ອມດ້ວຍ​ຄວາມ​ພະຍາຍາມຂອງ​ບັນດາ​ພັນທະ​ມິດຂອງ​ພວກ​ເຮົາ ​ແລະປະ​ເທດ​ອື່ນໆ​ນັ້ນ ມັນ​ຈະມີ​ຄວາມ​ກົດ​ດັນ​ເພີ້​ມຂຶ້ນ ຕໍ່ທ່ານ Assad.”

ອາຄານຫຼາຍໆຫຼັງ ໄດ້ຮັບຄວາມເສຍຫາຍ ທີ່ເຫັນໄດ້ຈາກເຂດແນວໜ້າ al-Amriya ທີ່ປົກຄອງໂດຍພວກຕໍ່ຕ້ານລັດຖະບານ ຢູ່ບໍລິເວນເມືອງ Aleppo, ວັນທີ 3 ມີນາ 2015.
ອາຄານຫຼາຍໆຫຼັງ ໄດ້ຮັບຄວາມເສຍຫາຍ ທີ່ເຫັນໄດ້ຈາກເຂດແນວໜ້າ al-Amriya ທີ່ປົກຄອງໂດຍພວກຕໍ່ຕ້ານລັດຖະບານ ຢູ່ບໍລິເວນເມືອງ Aleppo, ວັນທີ 3 ມີນາ 2015.

ທ່ານ Assad ​ກຳລັງ​ຕົກ​ຢູ່​ພາຍ​ໃຕ້ການ​ເພ່ງ​ເລັງຢ່າງ​ຖີ່​ຖ້ວນ ຢູ່
​ພາຍ​ໃນປະ​ເທດ ​ແລະ ຕ່າງປະ​ເທດ ລວມທັງ ຖືກກ່າວ​ຫາ​ວ່າ
​ລະ​ເມີດ​ສິດທິ​ມະນຸດ​ຕ່າງໆ​ນາໆ. ສົງຄາມ​ກາງ​ເມືອງ ທີ່​ຍືດ​ເຍື້ອ
​ເປັນ​ເວລາ 4 ປີ ​ລະຫວ່າງ​ກອງກຳລັງລັດຖະບານ ​ແລະພວກ​ກຸ່ມ
​ຕໍ່ຕ້ານ​ລັດຖະບານ ພ້ອມ​ທັງ​ການ​ບຸກ​ໂຈມ​ຕີ​ກະທັນຫັນ​ ຂອງ
ພວກຫົວ​ຮຸນ​ແຮງ​ລັດ​ອິສລາມ​ ຢູ່​ທາງ​ພາກ​ເໜືອ ​ແລະ ພາກຕາ
​ເວັນ​ອອກ​ຂອງ​ປະ​ເທດ ​ແມ່ນ​ໄດ້​ເອົາ​ຊີ​ວິດຊາວ​ຊີ​ເຣຍ​ໄປຫຼາຍ
ກວ່າ 200,000 ຄົນ​ແລ້ວ ​ແລະ​ໄດ້​ເຮັດ​ໃຫ້ ອີກຫຼາຍລ້ານ​ຄົນ ​
ຕ້ອງ​ໄດ້ພັດ​ພາກ​ຈາກຖິ່ນ​ຖານ​ ທັງ​ໄດ້​ທຳລາຍ ພື້ນຖານ​ໂຄງ​ລ່າງຂອງ​ປະ​ເທດຢ່າງ​ໜັກ.

​ໃນ​ລະຫວ່າງ​ການ​ສຳພາດ ທ່ານ Kerry ບໍ່​ໄດ້​ລະບຸວ່າ ຂໍ້ຕົກລົງທີ່ ອາດເປັນ​ໄປ​ໄດ້ ກັບ​
ທ່ານ Assad ນັ້ນ ອາດ​ຮວມ​ເອົາເງື່ອນ​ໄຂ ອັນ​ໃດ​ແດ່?

ຄວາມ​ພະຍາຍາມຂອງສະຫະ​ປະຊາ​ຊາດ ທີ່​ໜຸນຫຼັງໂດຍ​ສະຫະລັດ ເພື່ອໄກ່​ເກ່ຍ​ໃຫ້​ຍຸດຕິ​
ສູ້​ລົບ​ ລະຫວ່າງ​ພວກກຸ່ມ​ຕໍ່ຕ້ານ​ ​ແລະ ລັດຖະ ບານ​ຊີ​ເຣຍ ​ໄດ້ປະສົບ​ຄວາມລົ້ມ​ແຫລວ ​
ໃນ​ປີ 2014 ຜ່ານ​ມາ.

ສົງຄາມ​ການ​ເມືອງຂອງ​ຊີ​ເຣຍ ​ແມ່ນ​ເກີດຂຶ້ນ​ມາ​ຈາກການ​ລຸກ​ຮື​ຂຶ້ນ​ໃນ​ເດືອນ​ມີນາ 2011
ຕໍ່ຕ້ານ​ການ​ປົກຄອງປະ​ເທດມາເປັນ​ເວລາ 4 ທົດ​ສະຫວັດ​ຂອງ​ຄອບ​ຄົວ Assad ຊຶ່ງ​ກໍ່​
ໃຫ້ເກີດ​ມີ​ການ​ຕອບ​ໂຕ້​ຢ່າງໜັກ ໜ່ວງ​ຈາກ​ລັດຖະບານ. ຢູ່​ໃນບາງ​ຫົວເມືອງ ​ຄື​ກັນກັບ​
ເມືອງ Aleppo ນັ້ນ ​ບັດ​ນີ້ແມ່ນ​ໄດ້​ຖືກ​ແບ່ງ​ແຍກ​ອອກ ​ເປັນ​ສອງ​ຝ່າຍ.

Syria President Assad
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG