ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ Kerry ຂໍຮ້ອງ ລັດຖະສະພາ ໃຫ້ເວລາ ແກ້ໄຂ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ


ທ່ານ John Kerry ລັດຖະມົນຕີ ກະຊວງຕ່າງປະເທດ ສະຫະລັດ.
ທ່ານ John Kerry ລັດຖະມົນຕີ ກະຊວງຕ່າງປະເທດ ສະຫະລັດ.

ລັດຖະມົນຕີ ກະຊວງ​ຕ່າງປະ​ເທດ ສະຫະລັດ ທ່ານ John
Kerry ມີ​ກຳນົດ​ຈະໄປ ລາຍ​ງານ​ຕໍ່ສະພາ​ສູງ​ໃນ​ວັນ​ອັງຄານ​ມື້​
ນີ້ໃນ​ຂະນະ​ທີ່​ທ່ານ​ສືບຕໍ່ຂໍ​ຮ້ອງ​ໃຫ້ລັດຖະ ສະພາຈົ່ງ​ມີ​ຄວາມ
ອົດທົນ​ ໃນ​ຂະນະ​ທີ່​ບັນດາ​ນັກ​ເຈລະຈາ​ນາໆ​ຊາດ ພວມດຳ
ເນີນງານ​ໄປ​ສູ່​ການບັນລຸຂໍ້​ຕົກລົງ​ຂັ້ນສຸດ​ທ້າຍ​ກ່ຽວ​ກັບໂຄງ
ການ​ນິວ​ເຄລຍຂອງອີຣ່ານ.

ທ່ານ Kerry ​ໄດ້​ພົ​ບປະ​ກັບ​ບັນດາ​ສະມາຊິກສະພາ​ຕຳ່ ໃນ​
ຕອ​ນ​ແລງ​ວັນ​ຈັນວານ ນີ້ ​ແລະ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ
ທ່ານ​ມີ​ຄວາມ​ຫວັງ ດ້ວຍເວລາທີ່ຍັງເຫຼືອຢູ່ ສອງເດືອນ​ເຄິ່ງ
ກ່ອນ​ຈະຮອດເສັ້ນ​ຕາຍ​ໃນວັນ​ທີ 30 ​ເດືອນມິ​ຖຸນາ ທີ່​ບັນດາ​
ຜູ້​ແທນ​ສະພາ ຈະ​ໃຫ້ໂອກາດ​ແກ່​ທ່ານ ເພື່ອ “ປະຕິບັດ​ວຽກ​ງານ​ອັນຍາກ​ລຳບາກ​ໃຫ້​ສຳ
ເລັດເສັດສີ້​ນລົງ.”

ລັດຖະສະພາກຳລັງ​ພິຈາລະນາ ຮ່າງ​ກົດໝາຍ​ທີ່​ຈະໃຫ້ເວລາ ແກ່ສະມາຊິກ 60 ​ມື້​ເພື່ອ
ທົບທວນເບິ່ງຂໍ້​ຕົກລົງ​ນິວ​ເຄລຍທີ່​ອາດ​ເປັນ​ໄປ​ໄດ້ ​ແລະ​ຫລັງ​ຈາກ​ນັ້ນ ກໍຈະລົງ​ຄະ​ແນນ​
ສຽງວ່າ ​ຈະ​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ອີຣ່ານຫລືບໍ່.

ຄະນະ​ກຳມະການຄວາມສຳພັນຕ່າງປະເທດ ຂອງ​ສະພາ​ສູງ​ ກໍຈະ​ເລີ້ມອະພິປາຍ ​ກັນ
ແລະ​ລົງ​ຄະ​ແນນ​ສຽງ ກ່ຽວກັບ​ບົດເພີ້ມເຕີມຕ່າງໆຕໍ່ຮ່າງ​ກົດ​ໝາຍດັ່ງກ່າວ​ໃນ​ວັນ​ອັງຄານ
​ມື້​ນີ້. ປະທາ​ນາ​ທິບໍດີ Barack Obama ​ໄດ້​ເຕືອນ​ວ່າ ມາດຕະ ການນີ້​ຈະບ່ອນ​ທຳລາ​ຍ
ການ​ເຈລະຈາ ລະຫວ່າງອີຣ່ານ ​ແລະ​ກຸ່ມປະເທດ​ທີ່​ຮວມ ທັງ ສະຫະລັດ ອັງກິດ ຈີນ ຝຣັ່ງ
ຣັດ​ເຊຍ ​ແລະ​ເຢຣະມັນ. ທ່ານ​ໄດ້​ຂົ່ມຂູ່​ທີ່​ຈະ​ໃຊ້​ອຳນາດຢັບຢັ້ງ ຫຼືວີໂຕ້ຕໍ່ຮ່າງກົດໝາຍ
ດັ່ງກ່າວ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG