ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ເຕືອນ ເທີກີ ກ່ຽວກັບການຟື້ນຟູ ຄວາມເປັນລະບຽບຮຽບຮ້ອຍ ຂອງປະເທດ


ສະມາຊິກຂອງກອງກຳລັງຕຳຫຼວດພິເສດ ຢືນຄຸ້ມກັນຢູ່ຕໍ່ໜ້າ
ວິທະຍາຄານທະຫານອາກາດໃນເມືອງ Istanbul, ເທີກີ, 18 ກໍລະກົດ, 2016.
ສະມາຊິກຂອງກອງກຳລັງຕຳຫຼວດພິເສດ ຢືນຄຸ້ມກັນຢູ່ຕໍ່ໜ້າ ວິທະຍາຄານທະຫານອາກາດໃນເມືອງ Istanbul, ເທີກີ, 18 ກໍລະກົດ, 2016.

ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານ John Kerry ໄດ້ກ່າວໃນວັນຈັນມື້ນີ້ ວ່າທ່ານສະໜັບສະໜູນໃຫ້ນຳເອົາຕົວຂອງຜູ້ກະທຳຜິດ ຈາກການພະຍາຍາມກໍ່ລັດຖະ ປະຫານໃນ ເທີກີ ມາລົງໂທດ, ແຕ່ໄດ້ເຕືອນລັດຖະບານວ່າ ໃຫ້ລະວັງຢ່າເຮັດ “ໄປໄກ ໂພດ” ໃນຂະນະທີ່ກຳລັງຟື້ນຟູຄວາມເປັນລະບຽບຢູ່ໃນປະເທດ.

ທ່ານໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຫຼັງຈາກການພົບປະກັບບັນດາຄູ່ຮ່ວມຕຳແໜ່ງ EU ໃນນະຄອນຫຼວງ Brussels ວ່າ “ພວກເຮົາສະໜັບສະໜູນຢ່າງເຕັມທີ່ ກັບຝ່າຍ ຜູ້ນຳທີ່ໄດ້ຖືກເລືອກຕັ້ງເອົາໃນ ເທີກີ, ແຕ່ພວກເຮົາກໍຂໍຮຽກຮ້ອງຢ່າງໜັກແໜ້ນໃຫ້ ລັດຖະບານ ເທີກີ ຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງໃນທົ່ວປະເທດ.”

ທ່ານໄດ້ສືບຕໍ່ເວົ້າວ່າ “ນອກນັ້ນ ພວກເຮົາຍັງຮຽກຮ້ອງໃຫ້ລັດຖະບານ ເທີກີ ສົ່ງເສີມ ມາດຕະຖານສູງສຸດຂອງຄວາມເຄົາລົບຕໍ່ສະຖາບັນປະຊາທິປະໄຕຂອງປະເທດ ແລະ ຕົວບົດກົດໝາຍ. ແນ່ນອນພວກເຮົາ ຈະສະໜັບສະໜູນໃຫ້ນຳຕົວຂອງຜູ້ກະທຳຜິດໃນ ການກໍ່ລັດຖະປະຫານມາລົງໂທດ ແຕ່ພວກເຮົາກໍຢາກຂໍເຕືອນວ່າ ບໍ່ໃຫ້ກະທຳເກີນ ຂອບເຂດ.”

ອົງການຂ່າວ Anadolu ຂອງລັດຖະບານ ລາຍງານວ່າພວກນາຍທະຫານ 8,777 ຄົນໄດ້ ຖືກໂຈະບໍ່ໃຫ້ເຮັດວຽກຊົ່ວຄາວ ແລະ ສະມາຊິກຂອງຄະນະຕຸລາການ ແລະ ທະຫານ 6,000 ຄົນກໍໄດ້ຖືກຄວບຄຸມຕົວຫຼັງຈາກການພະຍາຍາມກໍ່ລັດຖະປະຫານໃນວັນສຸກທີ່ ຜ່ານມາ, ເຊິ່ງກໍ່ໃຫ້ເກີດຄວາມເປັນຫ່ວງຈາກບັນດາຜູ້ນຳໂລກ ຜູ້ທີ່ໄດ້ເຕືອນວ່າການກະ ທຳນີ້ອາດຈະສ້າງຄວາມເສຍຫາຍໃຫ້ກັບກົດລະບຽບຂອງລັດຖະທຳມະນູນ.

ຫົວໜ້ານະໂຍບາຍຕ່າງປະເທດຂອງ EU ທ່ານນາງ Federica Mogherini ໄດ້ກ່າວວ່າ ລະບຽບຂອງກົດໝາຍ “ຕ້ອງຖືກປົກປ້ອງສຳລັບຜົນປະໂຫຍດຂອງປະເທດ.” ທ່ານ ນາງໄດ້ໃຫ້ຄຳເຫັນໃນກອງປະຊຸມຂອງບັນດາລັດຖະມົນຕີຕ່າງປະເທດ EU ໃນນະຄອນ ລວງ Brussels ໃນວັນຈັນມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Kerry Discusses Turkey Coup
please wait

No media source currently available

0:00 0:00:59 0:00

XS
SM
MD
LG