ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ John Kerry ກໍາລັງ​ຢ້ຽມຢາມ ປະເທດ Brazil ​


ລັດຖະມົນ​ຕີ​ການຕ່າງປະ​ເທດສະຫະລັດ ທ່ານ John Kerry
ກໍາລັງ​ຢ້ຽມຢາມ Brazil ​ໃນ​ວັນ​ອັງຄານ​ມື້​ນີ້
ລັດຖະມົນ​ຕີ​ການຕ່າງປະ​ເທດສະຫະລັດ ທ່ານ John Kerry ກໍາລັງ​ຢ້ຽມຢາມ Brazil ​ໃນ​ວັນ​ອັງຄານ​ມື້​ນີ້
ລັດຖະມົນ​ຕີ​ການຕ່າງປະ​ເທດສະຫະລັດ ທ່ານ John Kerry
ກໍາລັງ​ຢ້ຽມຢາມ Brazil ​ໃນ​ວັນ​ອັງຄານ​ມື້​ນີ້ ສ່ວນ​ນຶ່ງ​ແລ້ວ​
ແມ່ນ​ເປັນ​ການ​ດຳ​ເນີນ​ຄວາມ​ພະຍາ ຍາມ ເພື່ອ​ໃຫ້ການຊີ້
​ແຈງຕໍ່ຄວາມເປັນ​ຫ່ວງຂອງອາ​ເມຣິກາລາ​ຕິນ​ກ່ຽວ​ກັບໂຄງ
ສອດ​ແນມ​ ຂອງ​ວໍ​ຊິງ​ຕັນ.

ໜັງສືພິມ​ O Globo ຂອງ Brazil ​ໄດ້​ລາຍ​ງານ​ຫວ່າງມໍ່ໆ
ມາ​ນີ້​ວ່າ ອົງການ​ຮັກສາ​ຄວາມ​ປອດ​ໄພແຫ່ງ​ຊາດສະຫະ
ລັດ ຫຼື NSA ຮວມ​ທັງ Columbia ​ແລະ Brazil ພາກັນ
​ຕິດຕາມ​ເບິ່ງ​ການ​ສື່ສານ​ທາງ​ໂທລະສັບ​ແລະອິນ​ເຕີ​ແນັດ.

ຢູ່​ທີ່ນະຄອນຫຼວງ Bogata ຂອງ​ Columbia ​ ​ໃນ​ວັນ​ຈັນ​
ວານ​ນີ້ທ່ານ Kerry ກ່າວ​ວ່າ ສະຫະລັດ​ໄດ້​ພົວພັນ​ກັບ​ການ
ປະຕິບັດ​ງານ​ທີ່​ສະລັບ​ຊັບຊ້ອນ ​ເພື່ອ​ຢຸດ​ຕິ​ບໍ່​ໃຫ້ພວກກໍ່​ການ
​ຮ້າຍ ສັງຫານ​ຜູ້ຄົນ​ຢູ່​ໃນ​ຫລາຍໆແຫ່ງ. ທ່ານ​ກ່າວ​ວ່າ ທ່ານ​
ມີ​ຄວາມ​ໝັ້ນ​ໃຈ ທີ່​ທ່ານ​ສາມາດ​ໃຫ້ການ​ອະທິ​ບາຍ​ເຖິງ​ຄວາມ
ຖືກຕ້ອງ​ຊອບ​ທຳ ຕາມກົດໝາຍຂອງ​ການ​ສອດ​ແນມແລະ​
ຈຸດປະສົງແລະ​ກ່າວ​ວ່າ ໂຄງການຂອງອົງການ ​NSA ເປັນ
​ພາກສ່ວນ “​ນ້ອຍໆ” ​ໃນການສົນທະນາ​ຫາ​ລືຂອງທ່ານກັບColombia.

ລັດຖະມົນຕີ​ຕ່າງປະ​ເທດ Colombia ທ່ານ​ນາງ Maria Angela Holguin ​ໄດ້​ກ່າວ​ຕໍ່​
ບັນດາ​ນັກ​ຂ່າວ​ວ່າ ທ່ານນາງ​ໄດ້​ຮັບ ​ໃນ​ອັນ​ທີ່​ນາງ​ຮ້ອງ​ວ່າ “ການ​ຄໍ້າ ປະກັນ​ທີ່ມີຄວາມ​
ຈໍາ​ເປັນ” ທີ່​ຈະ​ອຳນວຍ​ໃຫ້ Colombia ​ແລະສະຫະລັດປະຕິ ບັດ​ງານ​ຮ່ວມ​ກັນ​ໃນ​ເລື້ອງ​ດັ່ງກ່າວ.

ທ່ານ Kerry ຍັງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ສະຫະລັດ ຈະ​ໃຫ້ການ​ສະໜັບສະ ໜຸນຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ Columbia ​ທີ່​ຈະເຈລະຈາ ​ເພື່ອຍຸຕິ​ການ​ສູ້​ລົບ​ກັນ​ເປັນ​ເວລາ 50 ປີກັບ​ພວກ​ກະບົດຝ່າຍ​ຊ້າຍ​ທີ່​ເອີ້ິ້ນຫຍໍ້​ວ່າ FARC ນັ້ນ.
XS
SM
MD
LG