ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຄຣີ ເດີນທາງ ຢ້ຽມຢາມ 5 ປະເທດ ໃນເອເຊຍກາງ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ປະທານາທິບໍດີ ອຸສເບັກກິສຖານ ທ່ານ Islam Karimov ຈັບມືກັນກ່ອນໜ້າ ກອງປະຊຸມ ຢູ່ທີ່ ຫໍປະຊຸມ ໃນພື້ນທີ່ຂອງທຳນຽບປະທານາທິບໍດີ ໃນນະຄອນ Samarkand, ວັນທີ 1 ພະຈິກ 2015.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ປະທານາທິບໍດີ ອຸສເບັກກິສຖານ ທ່ານ Islam Karimov ຈັບມືກັນກ່ອນໜ້າ ກອງປະຊຸມ ຢູ່ທີ່ ຫໍປະຊຸມ ໃນພື້ນທີ່ຂອງທຳນຽບປະທານາທິບໍດີ ໃນນະຄອນ Samarkand, ວັນທີ 1 ພະຈິກ 2015.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້
ພົບປະກັບ ປະທານາທິບໍດີ ອຸສເບັກກິສຖານ ທ່ານ Islam
Karimov ໃນເມືອງ Samarkand ອັນເປັນເມືອງແຫ່ງເສັ້ນ
ທາງສາຍໄໝປາງບູຮານ ໃນວັນທີສອງ ຂອງການເດີນທາງ
ໄປຍັງເອເຊຍກາງ ສຳຫລັບນັກການທູດຂັ້ນສູງ ຂອງສະຫະລັດ.

ຈອມຜະເດັດການ ປະທານາທິບໍດີ ອຸສເບັກ ອາຍຸ 77 ປີ ໄດ້ນຳ
ພາປະເທດມາ ຕັ້ງແຕ່ປີ 1990.

ທັງສອງທ່ານ ໄດ້ພົບປະໂອ້ລົມກັນ ຢູ່ຂ້າງນອກ ຂອງການເຕົ້າ
ໂຮມຊຸມນຸມ ບັນດານັກການທູດ ຈາກ 5 ປະເທດໃນເອເຊຍກາງ ທີ່ປະກອບມີ ກາຊັກສະຖານ ກຽກກິສຖານ ຕາຈິກກິສຖານ ເຕິກເມນິສຖານ ແລະ ອຸສເບັກກິສຖານ.

ທ່ານ ແຄຣີ ແມ່ນຢູ່ໃນນະຄອນຫຼວງ ບິສເຄັກ ຂອງກຽກກິສຖານ ເມື່ອວັນເສົາວານນີ້
ຊຶ່ງ ເປັນບ່ອນແວ່ ທຳອິດຂອງທ່ານ ສຳຫລັບການເດີນທາງຢ້ຽມຢາມ 5 ປະເທດ.

ບັນດາເຈົ້າໜ້າທີ່ສະຫະລັດ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານແຄຣີ ຈະເປັນຫົນ
ທາງນຶ່ງຂອງການ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ 5 ປະເທດໃນເອເຊຍກາງ ກ່ຽວກັບ
ສາຍສຳພັນທີ່ແນ້ນແຟ້ນຂອງພວກເຂົາ ຕໍ່ວໍຊິງຕັນ ໃນຊ່ວງເວລາທີ່ ການພົວພັນລະ
ຫວ່າງ ສະຫະລັດ ກັບ ຣັດເຊຍ ແມ່ນກຳລັງຕົກຕ່ຳລົງຢູ່ນັ້ນ. ແຕ່ທ່ານກໍແມ່ນຕົກຢູ່ ພາຍໃຕ້ຄວາມກົດດັນ ຢາກໃຫ້ກ່າວອອກມາ ເຖິງຂໍ້ບົກພ່ອງຂອງບັນດາພັນທະມິດ
ໃນເອເຊຍກາງ.

ກຸ່ມປົກປ້ອງສິດທິມະນຸດ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ໄດ້ຮຽກຮ້ອງໃຫ້ທ່ານແຄຣີ
ສະແດງຄວາມເປັນຫ່ວງ ກ່ຽວກັບການລະເມີດສິດທິມະນຸດຕ່າງໆ ຂອງພວກເຂົາເຈົ້າ.
ກຸ່ມນັ້ນ ໄດ້ຂໍຮ້ອງໃຫ້ ທ່ານແຄຣີ ກົດດັນ ເພື່ອໃຫ້ພວກເຂົາປ່ອຍຕົວພວກຄົນ ທີ່ຖືກ
ກັກຂັງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ໃຫ້ຍົກເວັ້ນການທໍລະມານ ແລະ ປະຕິບັດຕາມ
ຄວາມມຸ່ງໝັ້ນໃນດ້ານສິດທິມະນຸດ ທີ່ສຳຄັນຕ່າງໆ.

ຄະນະກຳມະການປົກປ້ອງນັກຂ່າວ ຫຼື CPJ ເມື່ອບໍດົນມານີ້ ໄດ້ຮຽກຮ້ອງໃຫ້ ທ່ານແຄຣີ
ນຳເອົາເລື້ອງຂອງການກັກຂັງບັນດານັກຂ່າວສຳຫລັບຂໍ້ຫາທາງການເມືອງ ແລະ ການ
ກວດຂັນທາງອອນລາຍ ແລະ ການນາບຂູ່ ທີ່ຈະທຳຮ້າຍຮ່າງກາຍ ສະມາຊິກ ຂອງສື່
ມວນຊົນ ຂຶ້ນມາເວົ້າ. ຄະນະ CPJ ກ່າວວ່າ ການຄົ້ນຄວ້າຂອງພວກຕົນນັ້ນ ໄດ້ຊີ້ໃຫ້
ເຫັນວ່າ ສິດເສລີດ້ານສື່ສັງຄົມແມ່ນ “ຂີ້ຮ້າຍລົງຢ່າງຕໍ່ເນື່ອງ” ໃນເອເຊຍກາງ ຫຼັງຈາກ
ຍຸກສະໄໝຂອງໂຊຫວຽດ.

XS
SM
MD
LG