ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ຈະເຕືອນ ກ່ຽວກັບ ການລົງໂທດ ຮອບໃໝ່ ຕໍ່ອີຣ່ານ


ທ່ານ John Kerry (ຊ້າຍ) ພົບກັບຫົວໜ້າການຕ່າງ ປະເທດ ຂອງສະຫະພາບຢູໂຣບ ແລະລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif.
ທ່ານ John Kerry (ຊ້າຍ) ພົບກັບຫົວໜ້າການຕ່າງ ປະເທດ ຂອງສະຫະພາບຢູໂຣບ ແລະລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif.
ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຈະ​
ເຕືອນ​ບັນດາ​ສະມາຊິກ​ລັດຖະສະພາ ​ໃນການ​ລົງ​ໂທດ​ຮອບ
ໃໝ່​ຕໍ່ອີຣ່ານ ​ໃນ​ຂະນະ​ທີ່​ການ​ເຈລະຈາ​ນາໆ​ຊາດ ກ່ຽວກັບ
​ໂຄງການ​ນິວ​ເຄລຍຂອງ​ປະ​ເທດ​ດັ່ງກ່າວ ຍັງດໍາ​ເນີນ​ຕໍ່​ໄປ.

ທ່ານ Kerry ມີ​ກຳນົດ​ທີ່​ຈະ​ໄປລາຍ​ງານ ​ຕໍ່ຄະນະ​ກໍາມະການ
ດ້ານ​ການ​ເງິນ ຂອງສະພາ​ສູງສະຫະລັດ ​ແລະ​ໂຄສົກກະຊວງ​
ການ​ຕ່າງປະ​ເທດ ທ່ານ​ນາງ Jen Psaki ກ່າວ​ວ່າ​ ທ່ານ​ຈະ
ຖະ​ແຫລ​ງວ່າ ການ​ລົງ​ໂທດຮອບ​ໃໝ່​ຕໍ່ອີຣ່ານຈະ​ເປັນ​ຄວາມ​
ພິດ​ພາດ.

ທ່ານ​ນາງ Psaki ​ເວົ້າວ່າ “ບາດກ້າວ​ທີ່ຖືກຕ້ອງກໍ​ຄືໂຈະການ​ລົງ​
ໂທດ​ຊົ່ວຄາວ. ບໍ່​ໄດ້​ໝາຍ​ຄວາມ​ວ່າ ພວກ​ເຮົາ​ບໍ່​ສາມາດ​ ກັບ​ຄືນ​
ໄປ​ລົງ​ໂທດ​ອີກ ​ໃ​ນອະນາ​ຄົດ. ຄະນະເຈລະຈາ​ຂອງສະຫະລັດບໍ່​
ໄດ້​ຍົກ​ເລີກ​ເລື້ອງ​ດັ່ງກ່າວ. ນີ້​ເປັນ​ພຽງ​ແຕ່ການ ​ໂຈະ​ເພື່ອ​ເບິ່ງ​ວ່າ
ຂັ້ນຕອນ​ການເຈລະຈາ ສາມາດດຳ​ເນີນ​ງານ​ໄປ​ໄດ້​ຫລື​ບໍ່.”

ບັນດາ​ເຈົ້າ​ໜ້າ​ທີ່ອີຣ່ານ ​ແລະກຸ່ມ P5+1 ທີ່ມີ​ຮວມ​ທັງສະຫະລັດ ອັງກິດ ຝຣັ່ງ ຈີນ ຣັດ​ເຊຍ ​ແລະ​ເຢຍຣະມັນ ​ໄດ້​ສະ​ແດງ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີກ່ຽວ​ກັບການເຈລະຈາຮອບ​ສຸດ​ທ້າຍ​ ​ເຖິງ​ແມ່ນ​ວ່າມາ​ຮອດ​ປັດຈຸບັນ​ນີ້ ຍັງ​ບໍ່​ສາມາດ​ຕົກລົງ​ກັນ ​ໄດ້​ກໍ​ຕາມ. ການເຈລະຈາ​ ຈະ​ດໍາ​ເນີນຕໍ່​ໄປ ​ໃນ​ອາທິດ​ໜ້າ.

ອີຣ່ານ ກໍ​າລັງ​ຊອກສະ​ແຫວ​ງ​ຫາ​ເພື່ອ​ຢາກ​ໃຫ້​ມີ​ການ​ຜ່ອນຜັນ​ການ​ລົງ​ໂທດ ອັນ​ເປັນ​ພາກ
ສ່ວນ​ນຶ່ງ​ໃນການ​ຕໍ່​ລອງ​ໃດໆກໍ​ຕາມ ​ແຕ່​ບັນດາ​ສະ​ມາຊິກສະພາສະຫະ ລັດຈໍານວນ​ນຶ່ງ
​ກໍາລັງ​ຊຸກຍູ້​ໃຫ້​ມີການເອົາມາດ​ຕະການ​ລົງ​ໂທດແທນ.
XS
SM
MD
LG