ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ແຄຣີ ຈະອອກເດີນທາງ ໄປພາກຕາເວັນອອກກາງ ໃນວັນປີໃໝ່ນີ້ (ວີດີໂອ)

Les scientifiques font des va-et-viens au sit dans un avion Hercules LC-130 cargo capable d'atterrir sur la glace. L'étude fait partie du projet de WISSARD financé par la Fondation nationale de la Science. (Reed Scherer / NIU)
Les scientifiques font des va-et-viens au sit dans un avion Hercules LC-130 cargo capable d'atterrir sur la glace. L'étude fait partie du projet de WISSARD financé par la Fondation nationale de la Science. (Reed Scherer / NIU)
ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ຈະ​ເລີ່​ມຕົ້ນ​ປີ​ໃໝ່ດ້ວຍ​ການ​ເດີນ ທາງ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ກາງ​ ໃນ​ຄວາມ​ພະຍາຍາມ​ອີກບັ້ນ​ນຶ່ງ ​ເພື່ອ​ຊຸກ​ຍູ້​ການ​ເຈລະ
ຈາ​ສັນ​ຕິ​ພາບໃຫ້​ກ້າວ​ໄກ​ໄປ​ໜ້າ ລະຫວ່າງ ອິສຣາ​ແອ​ລ ​ແລະ​ປາ​ແລັສ​ໄຕ.

ທ່ານ​ນາງ Jen Psaki ​ໂຄສົກ​ກະຊ​ວງຕ່າງປະ​ເທດ​ສະຫະລັດ ປະກາດ ຂ່າວການ​ເດີນ​ທາງ​ດັ່ງກ່າວ ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ເມື່ອ​ວັນເສົາ​ວານ​ນີ້.

ທ່ານ ​ແຄ​ຣີ ຈະ​ເດີ​ນທາງ​ໄປ​ນະຄອນ Jerusalem ວັນ​ທີ 1 ມັງກອນ ​ເພື່ອ​ພົບ​ປະ​ກັບ​ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາ​ແອລ. ​ຈາກ​ນັ້ນ ທ່ານ​ຈະເດີນ
ທາງ​ຕໍ່​ໄປຍັງ​ເມືອງ Ramallah ​ໃນ ​ເຂດ West Bank ​ເພື່ອພົບ​ປະ​ກັບ​ປະທານາ ທິບໍດີ
ປາ​ແລັສ​ໄຕ ທ່ານ Mahmoud Abbas. ​ໂຄສົກ Psaki ​ເວົ້າ​ວ່າ ​ໃນການ​ພົບ​ປະ​ເຫຼົ່ານີ້ ທ່ານ ​ແຄ​ຣີ ຈະປຶກສາ​ຫາລື​ກ່ຽວ​ກັບຫຼາຍໆ​ບັນຫາ ​ໂຮມ​ທັງ​ການ​ເຈລະຈາ​ຕໍ່​ຮອງ​ຂັ້ນ​ສຸດ​ທ້າຍ ທີ່​ກໍາລັງ​ດໍ​າ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້ ລະຫວ່າງ​ທັງ​ສອງ​ຝ່າຍນັ້ນ.

ຄໍາ​ປະກາດແຜນການ​ຢ້ຽມຢາມ​ຂອງ​ທ່ານແຄ​ຣີ ມີ​ຂຶ້ນ​ໃນ​ຂະນະ​ທີ່​ ອີສຣາ​ແອ​ລຕຽມການ ​
ທີ່​ຈະ​ປ່ອຍ​ຕົວ​ນັກ​ໂທດ​ຊາວ​ປາ​ແລັສ​ໄຕ​ອີກ​ຈຸ​ນຶ່ງ ​ເພື່ອ​ສະ​ແດງສັນທະ​ວະ​ໄມຕີ. ​ແຕ່ກໍ​ຄາດ​ວ່າ ​ອິສຣາ​ແອລ​ຈະ​ປະກາດ​ແຜນການ​ການ​ສ້າງ​ຕັ້ງບ້ານ​ໃໝ່​ໃຫ້​ຊາວ​ອິສຣາ​ແອ​ລຢູ່​ ໃນ​ເຂດ​ທີ່​ຝ່າຍປາ​ແລັສ​ໄຕ ອ້າງ​ເອົາກໍາມະສິດ​ ນັ້ນ.

ປະທານາທິບໍດີ ​ອັບ​ບັສ ​ໄດ້​ຮ້ອງ​ຂໍ​ຕໍ່​ສະຫະລັດ ໃຫ້ສະກັດ​ກັ້ນ​ການ​ສ້າງຕັ້ງ​ຖິ່ນ​ຖານ​ໃໝ່​ຂອງ​ອິສຣາ​ແອ​ລ ​ໂດຍ​ເຕືອນ​ວ່າ ການ​ເຄຶ່ອນ​ໄຫວ​ດັ່ງກ່າວ ອາດ​ມີ​ຜົນ​ກະທົບ​ຕໍ່​ຄວາ​ມ ພະຍາຍາມ​ສ້າງສາ​ສັນຕິພາບ ທີ່​ນໍາພາໂດຍ ສະຫະລັດ​ນັ້ນ​ໄດ້.

ທ່ານ​ແຄ​ຣີ ​ລັດຖະມົນຕີ​ຕ່າງປະ​ເທດຂອງ​ສະຫະລັດ ກໍາລັງ​ຜັກ​ດັນ​ໃຫ້​ອິສຣາ​ແອ​ລ ​ແລະ​ປາ​ແລັສ​ໄຕ ​ບັນລຸ​ຂໍ້​ຕົກລົງ​ສັນຕິພາບ​ຊົ່ວຄາວກັນ ລ່ວງ​ໜ້າ​ວັນ​ເສັ້ນ​ຕາຍ ທີ່ຈະ​ໝົດ​ອາຍຸ​ລົງ​ ໃນ​ທ້າຍ​ເດືອນ​ເມສາ​ປີໜ້າ​ນີ້.

ທ່ານ​ແຄ​ຣີ ​ໄດ້​ຖື​ເອົາ ​ການ​ຕົກລົງ​ສັນຕິພາບ​ເຂດ​ຕາ​ເວັນ​ອອກກກາງ​ ​ເປັນເປົ້າໝາຍສູງ​ສຸດອັນ​ນຶ່ງ​ຂອງນະ​ໂຍບາຍ​ຕ່າງປະ​ເທດສະຫະລັດ​ ​ແລະ​ກໍ​ໄດ້​ທຽວ​ໄປ​ຂົງ​ເຂດ​ດັ່ງກ່າວ ຫຼາຍຄັ້ງໃນ​ຮອບ​ນຶ່ງ​ປີຜ່ານມາ.

Kerry Mideast
please wait
Embed

No media source currently available

0:00 0:00:33 0:00
XS
SM
MD
LG