ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ຮຽກຮ້ອງ​ໃຫ້ ​ເທີ​ກີ​ແລະ​ອີສຣາ​ແອ​ລ ຮື້​ຟື້ນ​ຄວາມ​ສໍາພັນ​ກັນ (ວີດິໂອ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານ ຈອນ ​ແຄ​ຣີ ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ​ ​ໄດ້​ຮຽກຮ້ອງ​ໃຫ້​ເທີ​ກີ​ແລະ​ອີສຣາ​ແອ​ລ ຈົ່ງຮື້​ຟື້ນ​ຄວາມ​ສໍາພັນ​ທາງ​ການ​ທູດກັນ​ຄືນ​ໃໝ່ຢ່າງ​ໄວ ​ໂດຍ​ກ່າວ​ວ່າ ​ແຕ່ລະ​ປະ​ເທດ​ແມ່ນ​ມີ​ບົດບາດ​ສໍາຄັນ​ໃນ​ການ​ຫາ​ທາງ​ແກ້​ໄຂ ບັນຫາສໍາຄັນ​ອື່ນໆ ​ໃນ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ.

ທ່ານ ​ແຄ​ຣີ ກໍາລັງຢູ່​ທີ່ Istanbul ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ພົບ​ປະ​ກັບທ່ານ Ahmet Davutoglu ລັດຖະມົນຕີ​ຕ່າງປະ​ເທດ​ເທີ​ກີ ​ແລະ​ ນາຍົກລັດ​ຖະມົນຕີ​ Recept Tayyip Erdogan.

ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັນກັບ​ລັດຖະມົນຕີ​ຕ່າງປະ​ເທດ​ເທີ​ກີ ຫຼັງຈາ​ການ​ພົບ​ປະກັນ​ນັ້ນ ທ່ານ​ແຄ​ຣີ ​ເວົ້າ​ວ່າ ມັນ​ສໍາຄັນຫຼາຍສໍາລັບ​ເທີ​ກີ ​ແລະ​ອີສຣາ​ແອ​ລ ທີ່​ຈະຕ້ອງ​ຕົກລົງ​ກັນ​ໃຫ້​ໄດ້​ໃນໄວ​ໆ​ນີ້ ກ່ຽວ​ກັບ​ຄ່າ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ໃນ​ເຫດການ​ທີ່ໄດ້​ເຮັດ​ໃຫ້ທັງ​ສອງ​ປະ​ເທດແຕກ​ແຍກ​ກັນ​ເມື່ອ​ສາມ​ປີກ່ອນ​ນີ້ ​ເວລາຊາ​ວ​ເທີ​ກີ​ແປດ​ຄົນ ​ແລະ ຊາວອະ​ເມຣິກັນ​ເຊື້ອ ສາຍ​ເທີ​ກີ​ຄົນ​ນຶ່ງ ເສຍ​ຊີວິດ ​ໃນ​ເຫດການທີ່​ອີສຣາ​ແອ​ລ​ບຸກຂຶ້ນ​ໄປ​ກວດ​ຄົ້ນ​ເຮືອບັນທຸກ​ສໍາພາລະຊ່ວຍ​ເຫຼືອຂະ​ບວນນຶ່ງ​ ທີ່​ມຸ້ງ​ໜ້າ​ໄປຍັງ​ເຂດ​ກາຊາ​ນັ້ນ.

ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ປະ​ເທດ​ຊີ​ເຣຍ​ ເພື່ອນ​ບ້ານຂອງ​ເທີ​ກີນັ້ນ ທ່ານ​ແຄ​ຣີ ​ເວົ້າ​ວ່າ ສະຫະລັດ​ແລະ​ເທີ​ກີ ແມ່ນ​ມີເປົ້າໝາຍຄື​ກັນ ກໍ​ຄືການ​ໂອນ​ອໍານາດ​ຢ່າງ​ສັນຕິ​ຢູ່​ໃນ​ຊີ​ເຣຍ. ທ່ານ​ແຄ​ຣີ ​ເວົ້າ​ວ່າ ​ເທີ​ກີ​ແມ່ນ ມີ​ນໍ້າ​ໃຈກ້ວາງ​ຂວາງ ​ໃນ​ການ​ສະໜັບສະໜຸນ​ຂອງ​ຕົນ ຕໍ່​ຊາວອົບ​ພະຍົບຊີ​ເຣຍ ຢູ່​ພາຍ​ໃນ​ເຂດ​ຊາຍ​ແດນ​ຂອງ​ເທີ​ກີ​.

ສະຫະ​ປະຊາ​ຊາດຫຼືຢູແອັນ​ ປະ​ເມີນ​ວ່າ ມີຊາວ​ຊີ​ເຣຍຫຼາຍກວ່າ 250,000 ຄົນ ທີ່​ກໍາ ລັງອາໄສ​ຢູ່​ໃນຄ້າຍ​ພັກ​ຊົ່ວຄາວ​ແຫ່ງ​ຕ່າງໆ​ໃນ​ປະ​ເທດເທີ​ກີ ຫຼັງ​ຈາກ​ໄດ້​ພາກັນຫຼົບໜີ​ອອກ​ຈາກ​ຊີ​ເຣຍ ​ໃນ​ໄລຍະສອງ​ປີຜ່ານມາ​ນີ້.

(ເບິ່ງວີດີໂອ)

ທ່ານ ຈອນ ແຄຮີ
please wait

No media source currently available

0:00 0:00:54 0:00

XS
SM
MD
LG