ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສຫລ ປະກອບສ່ວນໃນພິທີ ຂີດໝາຍ ການສິ້ສຸດຂອງ ສົງຄາມໂລກຄັ້ງທີສອງ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ກາງ) ວາງພວງມະລາ ທີ່ສຸສານ ທະຫານນິລະນາມ ໃນນະຄອນ ປາຣີ, ປະເທດຝຣັ່ງ.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ກາງ) ວາງພວງມະລາ ທີ່ສຸສານ ທະຫານນິລະນາມ ໃນນະຄອນ ປາຣີ, ປະເທດຝຣັ່ງ.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ ສະຫະລັດ
ພົບ​ປະ​ກັບ​ທ່ານ Laurent Fabius ລັດຖະມົນຕີ​ຕ່າງປະ​ເທດ​
ຝຣັ່ງ ກ່ອນ​ຈະ​ເຂົ້າ​ປະກອບສ່ວນ​ໃນ​ພິທີ ສະຫຼອງ​ວັນ​ຂີດ​ໝາຍ​
ຄົບຮອບ 70 ປີ​ແຫ່ງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຍຸດຕິ​ລົງ​ທີ່ຢູ​ໂຣບ.
​ລັດຖະມົນຕີ​ທັງ​ສອງ​ທ່ານ ​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ວາງ​ພວງມາລາ
ທີ່​ຫລຸມ​ຝັງ​ສົບ​ພວກ​ທະຫານ​ນິລະນາມ​ຂອງຝຣັ່ງທີ່ນະຄອນ
ຫຼວງ​ປາຣີ ອັນ​ເປັນ​ເມືອງ​ທີ່​ມີການສະ​ເຫຼີ​ມສະຫຼອງ​ກັນ​ຢ່າງໃຫຽ​ໂຕໃນ​ວັນ​ທີ 8 ພຶດສະພາ
ປີ 1945ເພື່ອ​ເປັນ​ວັນຂີດ​ໝາຍ​ແຫ່ງ​ການ​ຈຳນົນ​ຂອງ​ພວກ Nazi ​ເຢຍຣະມັນ.

ທ່ານ Kerry ມີ​ໝາຍ​ກຳນົດຈະ​ພົບ​ປະ​ກັບ​ ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ຂອງ​ສະ
ພາ​ແຫ່ງ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ໃນ​ເຂດ​ອ່າວ ​ໃນ​ຝຮັ່ງ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ
​ເລື້ອງ​ບັນຫາ​ຕ່າງໆ​ໃນ​ພາກ​ພື້ນ. ທ່ານ​ຈະ​ໄປ​ວາງພື້ນຖານ ສຳລັບ​ກອງ​ປະຊຸມ​ສຸດ​ຍອດ​ທີ່
​ທຳນຽບຂາວ​ກັບບັນດາ​ຜູ້ນຳ​ໃນ​ເຂດ​ອ່າວ​ໃນ​ສັບປະດາ​ໜ້າ.

​ໃນ​ບັນດາ​ຫົວ​ຂໍ້​ໃນ​ການ​ປຶກສາ​ຫາລື​ກັນ​ໃນ​ວັນ​ສຸກ​ນັ້ນ ຈະ​ແມ່ນ​ເລື້ອງ​ອິດທິພົນຂອງອີຣ່ານ
ທີ່ກຳລັງ​ເພີ້​ມຂຶ້ນ​ໃນ​ທົ່ວ​ພາກ​ຕາ​ເວັນ​ອອກກາງ​ເປັນ​ສ່ວນ​ຫລາຍ​ນັ້ນ.

ທີ່​ກອງ​ປະຊຸມ​ນັກ​ຂ່າວ ທີ່​ນະຄອນຫຼວງ Riyadh​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Kerry ແລະ
​ຄູ່​ຕຳ​ແໜ່​ງ ລັດຖະມົນຕີ​ຕ່າງປະ​ເທດ Adel al-Jubier ​ແຫ່ງ Saudi Arabia ກ່າວ​ວ່າ ຄວາມ​ພະຍາຍາມ​ຕ່າງໆ​ກຳລັງ​ດຳ​ເນີນ​ໄປ ​ເພື່ອ​ຈັດ​ໃຫ້​ມີ​ການ​ຢຸດ​ຍິງ​ກັນ​ເປັນ​ເວລາ​ຫ້າ​ມື້​
ໃນ​ເຢ​ເມັນ ​ເພື່ອ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອດ້ານ​ມະນຸດສະທຳໄປໃຫ້. ພວກ​ລັດຖະມົນຕີ​ເຫຼົ່າ​ນີ້
ກ່າວ​ວ່າ ການ​ຢຸດ​ຍິງ ຈະ​ຕໍ່​ອາຍຸ​ຄືນ​ໃໝ່​ໄດ້ ​ແມ່ນ​ຂຶ້ນ​ຢູ່​ກັບ​ສະພາບ​ການ​ທາງ​ພາກ​ພື້ນ​ດິນ.

ທ່ານ Kerry ກ່າວ​ວ່າ “ພວກ​ເຮົາ​ຮຽກຮ້ອງ​ຢ່າງ​ແຂງ​ແຮງ​ໄປ​ຍັງ​ພວກ Houthi ​ແລະ
ພວກທີ່​ໃຫ້ການ​ສະໜັບສະໜຸນ​ແກ່​ພວກ​ເຂົາ ທີ່​ພວກ​ເຮົາສະ​ເໜີ​ແນະ​ໃຫ້​ໃຊ້​ອິດ​
ທິພົນ​ທຸກ​ຢ່າງ​ຂອງ​ເຂົາ​ເຈົ້າ ບໍ່​ໃຫ້​ພາດ​ໂອກາດ​ທີ່ສຳຄັນ​ນີ້ ​ເພື່ອ​ແກ້​ໄຂ​ຄວາມ​ຮຽກ
ຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ເຢ​ເມັນ ​ແລະ​ຊອກ​ຫາ​ຊ່ອງ​ທາງ​ທາງ​ສັນຕິ​ຕໍ່​ໄປ​ໃນ​
ເຢ​ເມັນ​.”

ລັດຖະມົນຕີ​ຕ່າງປະ​ເທດ Saudi Arabia ກ່າວ​ວ່າ ບໍ່​ໄດ້​ມີ​ການ​ຕິດ​ຕໍ່​ພົວພັນ​ໃດໆ​ກ່ອນ​ກັບ​
ພວກ Houthis ທີ່​ເຊື່ອ​ກັນ​ວ່າ ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ອີຣ່ານ ວ່າ​ພວກ​ເຂົາ​ຈະ​ສະ
ໜັບສະໜຸນ​ການ​ຢຸດ​ຍິງ​ນີ້​ຫຼື​ບໍ?. ລັດຖະມົນຕີ​ທ່ານ​ນີ້ ກ່າວ​ຕໍ່​ໄປ​ວ່າ ຈະ​ມີ​ການ​ປະກາດ​ລາຍ​ລະອຽດ​ເພີ້​ມ​ເຕີມ​ໃຫ້​ຮູ້ ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ກ່ຽວ​ກັບ​ການຢຸດ​ຍິງ​ທີ່​ສະ​ເໜີ​ໄປ​ ຊຶ່ງ
ຈະ​ມີ​ຜົນ​ກະທົບ​ຕໍ່​ໝົດ​ທຸກ​ຄົນ​ໃນ​ເຢ​ເມັນ.

Kerry France
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG