ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ຕ່າງປະທດ John Kerry ໄປຢ້ຽມຢາມ ຈໍແດນ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry

ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ກຳ
ລັງ​ເດີນ​ທາງໄປ​ປະ​ເທດ Jordan ​ເພື່ອ​ເຈລະຈາຫາລືກ່ຽວ
ກັບບັນຫາທ້າທາຍທີ່ກຳລັງປະ​ເຊີນ​ໜ້າ​ກັບ​ບັນດາ​ປະ​ເທດ
​ເພື່ອນ​ບ້ານຮວມທັງຄວາ​ມ​ເຄັ່ງ​ຕືງ​ໃນນະຄອນ Jerusalem ​
ແລະ​ການ​ສູ້​ລົບ​ຕ້ານພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໃນ​ຊີ​ເຣຍ
ແລະ​ອີຣັກ.

ທ່ານ Kerry ຈະ​ພົບ​ປະ​ກັບກະສັດ Abdullah ແຫ່ງຈໍແດນ
​ໃນ​ການ​ເດີນທາງ​ເທຶ່ອຫຼ້າ​ສຸດໄປຢ້ຽມຢາມຂົງເຂດດັ່ງກ່າວ
​ສິບກວ່າ​ເທຶຶ່ອ​ມາ​ແລ້ວ ນັບ​ແຕ່​ໄດ້​ເຂົ້າ ກຳ​ຕຳ​ແໜ່ງ ຫົວໜ້າ
ນັກ​ການ​ທູດ​ສູງ​ສຸດສະຫະລັດ ​ໃນ​ຕົ້ນ​ປີ 2013.

ການ​ດຳ​ເນີນ​ຂັ້ນຕອນເພື່ອສ້າງສັນຕິພາບ ລະຫວ່າງອິສຣາ​ແອ​ລແລະປາ​ແລ​ສ​ໄຕນ໌ ​ແມ່ນ
ນຶ່ງໃນບັນດາບູລິມະສິດສຳຄັນສຸດ ຂອງ​ທ່ານ Kerry ​ແລະ​ເມື່ອນຶ່ງປີ​ກ່ອນ​ນັ້ນ ທັງ​ສອງ
​ຝ່າຍ​ແມ່ນ​ຢູ່ໃນ​ລະຫວ່າງເລີ້ມການເຈລະຈາກັນ​ຄືນ​ໃໝ່ ທີ່​ທ່ານ​ໄດ້​ຊ່ວຍໄກ່​ເກ່ຍ ຫລັງ​
ຈາກ​ໄດ້​ຢຸດ​ຊະງັກມາ​ເປັນ​ເວລາ​ສາມປີ.

​ແຕ່​ຄວາມສຳພັນ​ຂອງ​ເຂົາ​ເຈົ້າ ​ໄດ້​ກ້າວຖອຍຫລັງ​ຢ່າງ​ໄວ​ໃນ​ປີ​ນີ້ ດ້ວຍ​ການຢຸດເຊົາການ
ເຈ​ລະ​ຈາ​ໃນ​ເດືອນ​ເມສາຜ່ານມາ ສົງຄາມ 50 ມື້ ​ໃນ​ເດືອນກຳ​ລະ​ກົດ ​ແລະ​ເດືອນ​ສິງຫາ
​ແລະ​ການ​ປະ​ທະ​ກັນ​ຫລາຍ​ຄັ້ງ ຢູ່​ສະຖານທີ່ທາງສາສະໜາ​ທີ່​ສຳຄັນແຫ່ງນຶ່ງ ​ໃນ​ນະຄອນ
Jerusalem.

ຈາກ​ປະ​ເທດ Jordan ທ່ານ Kerry ຈະ​ເດີນທາງ​ໄປ ສະຫະລັດອາຣັບເອເມີເຣັສ ໃນ​ວັນ
ສຸກ​ຈະ​ມານີ້​ ເພື່ອເຂົ້າຮ່ວມ​ປະຊຸມ​ວ່າດ້ວຍສັນຕິພາບ​ແລະ​ຄວາມ​ໝັ້ນຄົງແລະ​ການເຈລະ
ຈາຕ່າງຫາກ ​ກັບບັນດາ​ເຈົ້າ​ໜ້າ​ທີ່​ແລະ​ຜູ້ນຳ​ອຶ່ນໆຢູ່​ທີ່​ນັ້ນ.

XS
SM
MD
LG