ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການເນັ້ນເຖິງ ຄວາມໂປ່ງໃສ ໃນກອງປະຊຸມ ສຸດຍອດ ຕໍ່ຕ້ານການສໍ້ລາດບັງຫຼວງ


Anti Corruption Summit
please wait

No media source currently available

0:00 0:01:35 0:00

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ອາດ​ໄດ້​ຕຳໜິ​ແບບ​ນຸ້ມນວນ ໜ້ອຍ​ນຶ່ງ ໃນວັນພະຫັດມື້ນີ້ ເວລາທ່ານເຂົ້າຮ່ວມ ກອງປະຊຸມສຸດຍອດ ຕໍ່ຕ້ານການສໍ້ ລາດບັງຫຼວງ ທີ່ນາຍົກລັດ ຖະມົນຕີ ອັງກິດ ທ່ານ David Cameron ເປັນເຈົ້າພາບ ຈັດຂຶ້ນຢູ່ທີ່ນະຄອນຫຼວງລອນດອນ.

ຢູ່ໃນຄຳຖະແຫລງເປີດກອງປະຊຸມໃນວັນພະຫັດ ທ່ານ Cameron ໄດ້ກ່າວວ່າ “ຄວາມ ຊົ່ວຮ້າຍຂອງການສໍ້ລາດບັງຫຼວງ ແມ່ນເຊື່ອມຊຶມເຂົ້າໄປເຖິງທຸກມຸມໂລກ. ມັນເປັນ​ໃຈ​ກາງຂອງບັນຫາ ອັນຮີບດ່ວນທີ່ສຸດ ທີ່ພວກເຮົາກຳລັງປະເຊີນໜ້າຢູ່ ນັບ​ແຕ່ຄວາມ ບໍ່ແນ່ນອນ ທາງດ້ານເສດຖະກິດ ສະພາບຄວາມທຸກຍາກທີ່​ເຮື້ອຮັງ ຕະຫລອດຮອດ ການຂົ່ມ ຂູ່ຂອງການໃຊ້ຄວາມຮຸນແຮງ ແລະລັດທິຫົວຮຸນແຮງທີ່ມີຢູ່ໃນປັດຈຸບັນ ນີ້."

ເປົ້າໝາຍຂອງກອງປະຊຸມສຸດຍອດ​ໃນ​ຄັ້ງນີ້ ແມ່ນ​ເພີ້ມການປະຕິບັດການ ເພື່ອເຜີຍແບ ລົງໂທດ ແລະ ກຳຈັດການສໍ້ລາດບັງຫຼວງຈາກ ທຸກລະດັບຂອງສັງຄົມ ແລະ ການ​ຕັ້ງ ຄຳຖາມ ຕໍ່ການ​ປະ​ຕິ​ບັດຂອງພວກບັນດາປະເທດທີ່ຮັ່ງມີ ເຊັ່ນອັງກິດ ແລະ ສະຫະລັດ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມ ລວມມີ ຜູ້ນຳຈາກອັຟການິສຖານ ໂຄລອມເບຍ ແລະ ໄນຈີເຣຍ.

ໃນຄຳເຫັນ ຕໍ່ບັນດານັກສຶກສາ ມະຫາວິທະຍາໄລ Oxford ກ່ອນມື້ເປີດກອງປະຊຸມ ສຸດຍອດ ທ່ານແຄຣີ ໄດ້ກ່າວວ່າ ສະຫະລັດ ແມ່ນພວມເຮັດວຽກກັບບັນດາປະເທດຕ່າງໆ ເຊັ່ນ ໄນຈີເຣຍ ເພື່ອຕໍ່ສູ້ກັບການສໍ້ລາດບັງຫຼວງ. ທ່ານເວົ້າວ່າ “ໄນຈີເຣຍ ໄດ້ເຫັນ ຫຼາຍ ສິບລ້ານໂດລາ ລັກອອກໄປຈາກປະເທດ. ພວກເງິນເຫຼົ່ານັ້ນ ແມ່ນເພື່ອໂຮງຮຽນຕ່າງໆ ເພື່ອການຮັກສາສຸຂະພາບ ເພື່ອພື້ນຖານໂຄງລ່າງ ເພື່ອວຽກເຮັດງານທຳໃໝ່ ທີ່ຖືກ​ນຳ​ໄປເຊື່ອງໄວ້ ຢູ່​ໃນບັນຊີທະນາຄານຕ່າງໆ ທົ່ວໂລກ.”

ພາບຖ່າຍຈາກຈໍຄອມພິວເຕີ້ ກ່ຽວກັບ ເວັບໄຊ້ຂອງເອກະສານ Panama Paper, ວັນທີ 3 ມີນາ 2016.
ພາບຖ່າຍຈາກຈໍຄອມພິວເຕີ້ ກ່ຽວກັບ ເວັບໄຊ້ຂອງເອກະສານ Panama Paper, ວັນທີ 3 ມີນາ 2016.

ຈຸດເພັ່ງເລັງບໍ່ແມ່ນພຽງແຕ່ເລື່ອງການສໍ້ລາດບັງຫຼວງ ຢູ່ໃນປະເທດທີ່ກຳລັງ ພັດທະນາ ໃນໂລກເທົ່ານັ້ນ ແຕ່ເປັນເລື່ອງຄວາມໂປ່ງໃສຂອງບັນດາປະເທດທີ່ຮັ່ງມີນຳ​ດ້ວຍ. ອັນນີ້ ແມ່ນເປັນຍ້ອນສ່ວນນຶ່ງຂອງການເຜີຍແບໃນອັນທີ່ເອີ້ນວ່າ ເອກະສານ Panama ກ່ຽວ ກັບວິທີການ ແລະ ບ່ອນທີ່ພວກຮັ່ງມີ ແລະ ພວກທີ່ມີອຳນາດຂອງໂລກ ຊຸກເຊື່ອງເງິນ ຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG