ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ແຄຣີ ເຈລະຈາ ກັບ ເຈົ້າຊາຍ ຊາອຸດີ ກ່ອນໜ້າ ການພົບປະ ກັບ ຄູ່ຕຳແໜ່ງ ຈາກ ຣັດເຊຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຍ່າງໄປກັບ ຮອງລັດຖະມົນຕີການຕ່າງປະເທດ ຂອງອັງກິດ ທ່ານ Tobias Ellwood ແລະລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອເມີເຣັສ ທ່ານ Abdullah bin Zayed ເມື່ອວັນທີ 25 ສິງຫາ 2016, ໃນ ສະຖານທີ່ຕ້ອນຮັບກະສັດ ຢູ່ທີ່ ສະໜາມບິນສາກົນ ກະສັດ Abdulaziz.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຍ່າງໄປກັບ ຮອງລັດຖະມົນຕີການຕ່າງປະເທດ ຂອງອັງກິດ ທ່ານ Tobias Ellwood ແລະລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອເມີເຣັສ ທ່ານ Abdullah bin Zayed ເມື່ອວັນທີ 25 ສິງຫາ 2016, ໃນ ສະຖານທີ່ຕ້ອນຮັບກະສັດ ຢູ່ທີ່ ສະໜາມບິນສາກົນ ກະສັດ Abdulaziz.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ພົບປະກັບເຈົ້າຊາຍ ຊາອຸດີ ອາເຣເບຍ Mohammed bin Salman ໃນເມືອງ Jeddah ໃນຕອນເຊົ້າ ວັນ ພະຫັດມື້ນີ້ ເພື່ອປຶກ ສາຫາລື ກ່ຽວກັບບັນຫາຕ່າງໆ, ຮວມທັງໃນການປະຕິບັດການ ທາງທະຫານ ຂອງ ສະຫະລັດ ໃນ ຊີເຣຍ.

ນອກ​ນັ້ນ ທ່ານ Kerry ຍັງໄດ້ພົບກັບບັນດານັກການທູດຈາກປະເທດ ບາເຣນ ແລະ ສະພາການຮ່ວມມື​ໃນ​ເຂດອ່າວ​ເປີ​ເຊຍ ເພື່ອໃຫ້ຂໍ້ມູນ ກ່ຽວກັບ ກອງປະຊຸມຕ່າງໆ ໃນຄັ້ງທີ່ຜ່ານມາ ກັບ ຣັດເຊຍ ກ່ຽວກັບ ການປະຕິບັດການທາງທະຫານໃນ ຊີເຣຍ.

ທ່ານ Kerry ຢາກຈະເພີ່ມການສະໜັບສະໜູນໃນໝູ່ຂອງບັນດາ ປະ ເທດ​ໃນ​ເຂດ​ອ່າວ ​ເປີ​ເຊຍ ຕໍ່ແຜນການ ຊີເຣຍ ກ່ອນໜ້າການປະຊຸມກັບລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ໃນວັນສຸກມື້ອື່ນນີ້ ທີ່ນະຄອນ ເຈນີວາ ປະເທດ ສະວິດເຊີແລນ.

ໃນລະຫວ່າງການພົບປະກັບທ່ານ Lavrov, ທັງສອງຝ່າຍຈະພະຍາ ຍາມບັນລຸຂໍ້ຕົກລົງ ກ່ຽວກັບ ການຮ່ວມມືທາງທະຫານ ແລະ ການແບ່ງປັນຂໍ້ມູນ ໃນຄວາມພະຍາຍາມ ທີ່ຈະ ເອົາຊະນະພວກຫົວຮຸນແຮງ ລັດອິສລາມໃນ ຊີເຣຍ.

ການຢ້ຽມຢາມປະເທດ ຊາອູດີ ອາເຣບຍ ຂອງທ່ານ Kerry ໄດ້ມີຂຶ້ນມື້ໜຶ່ງຫຼັງຈາກ ເທີກີ ໄດ້ເປີດການບຸກໂຈມຕີ​ເຂົ້າ​ໄປໃນ ຊີເຣຍ ເພື່ອບັງຄັບ ໃຫ້ພວກນັກຮົບ IS ອອກຈາກ ເມືອງ Jarablus, ເຊິ່ງພວກ ຈີຮາດ ໄດ້ເຂົ້າຄວບຄຸມນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ແລະ ມັນກໍຕັ້ງຢູ່ຂ້າມ ເສັ້ນຊາຍແດນທາງພາກໃຕ້ຂອງ ເທີກີ ນັ້ນ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ ອັງກິດ ໄດ້ ກ່າວວ່າ ພວກນັກຮົບ ລັດອິສລາມ ໄດ້ທຳການຕໍ່ສູ້ ພຽງ​ເລັກ​ນ້ອຍ ກ່ອນທີ່ຈະຫຼົບໜີໄປ ໝູ່ບ້ານທີ່ຢູ່ໃກ້ຄຽງ ໃນການປະເຊີນໜ້າກັບການໂຈມຕີຂອງ ເທີກີ.

ທ່ານ Kerry ໄດ້ລົມກັບລັດຖະມົນຕີການຕ່າງປະເທດ ເທີກີ ທ່ານ Mevlut Cavutoglu ​ໂດຍ​ທາງໂທລະສັບຕອນເຊົ້າຂອງວັນພະຫັດມື້ນີ້ ໃນຂະນະທີ່ລົດຖັງຕື່ມອີກ 10 ຄັນ ຂອງ ເທີກີ ໄດ້ຂ້າມເຂດຊາຍແດນ ເຂົ້າໄປໃນຊີເຣຍ ເພື່ອສົມທົບກັບກອງ​ກຳລັງທີ່​ເຂົ້າຮ່ວມ ການໂຈມຕີ ​ໃນ​ຂັ້ນຕົ້ນ. ແຫຼ່ງຂ່າວທີ່ຮູ້ຈັກ​ເລື້ອງ ກ່ຽວກັບ ການໂທລະສັບນັ້ນ ໄດ້ກ່າວວ່າ ທັງສອງທ່ານໄດ້ສັນຍາຕໍ່ກັນ ທີ່ຈະສືບຕໍ່ທຳ​ການ​ຕໍ່ສູ້ກັບພວກ IS ຮ່ວມກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Kerry Syria
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG