ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ປະນາມ ການໂຈມຕີ ເມືອງ Aleppo ໂດຍຣັດເຊຍ ແລະຊີເຣຍ


ເຈົ້າໜ້າທີ່ແພດ ກວດເບິ່ງຄວາມເສຍຫາຍ ຢູ່ນອກ ໂຮງໝໍສະໜາມ ຫຼັງຈາກການໂຈມຕີທາງອາກາດ ທີ່ຄຸ້ມ
al-Maadi ໃນເມືອງ Aleppo ປະເທດຊີເຣຍ. (28 ກັນຍາ
2016)​
ເຈົ້າໜ້າທີ່ແພດ ກວດເບິ່ງຄວາມເສຍຫາຍ ຢູ່ນອກ ໂຮງໝໍສະໜາມ ຫຼັງຈາກການໂຈມຕີທາງອາກາດ ທີ່ຄຸ້ມ al-Maadi ໃນເມືອງ Aleppo ປະເທດຊີເຣຍ. (28 ກັນຍາ 2016)​

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາໄດ້​ປະນາມ​ຢ່າງ​ແຮງຕໍ່​ການໂຈມ​ຕີ​ທາງ​ອາກາດ​ຢ່າງ​ປ່າ​ເຖື່ອນ​ຂອງຣັດ​ເຊຍ​ແລະ​ອຳນາດ​ການ​ປົກຄອງ​ຊີ​ເຣຍຕໍ່​ພົນລະ​ເຮືອນ ​ໃນ​ກ້ຳຕາ​ເວັນ​ອອກ​ຂອງ​ເມືອງ Aleppo.

ທຳນຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ໃນ​ວັນ​ພະຫັດ​ວານ​ນີ້ກັບ​ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ຊຶ່ງ ທັງ​ສອງ​ທ່ານ​ຕ່າງ​ກໍ​ໄດ້​ເຫັນ​ພ້ອມ​ນຳ​ກັນ​ວ່າ ຣັດ​ເຊຍແລະ​ອຳນາດ​ການ​ປົກຄອງ Assad ​ແມ່ນ​ມີ​ຄວາມ​ຮັບຜິດ ຊອບ​ພິ​ເສດ ທີ່​ຈະ​ຕ້ອງ​ຢຸດ​ເຊົາ​ການ​ໂຈມ​ຕີ ​ແລະອະນຸຍາດ​ໃຫ້ ​ສົ່ງ​ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດສະທຳ​ເຂົ້າ​ໄປ​ໃນ​ເມືອງດັງ​ກ່າວ.

ກ້ອນເຂົ້າຈີ່ ຢາຍເປນແຖວ ຫຼັງຈາກໂຮງງານເຮັດເຂົ້າຈີ່ ໄດ້ຮັບຄວາມເສຍ ຈາກການໂຈມຕີທາງອາກາດ ທີ່ຄຸ້ມ Bab al-Maqam ໃນເມືອງ Aleppo
ກ້ອນເຂົ້າຈີ່ ຢາຍເປນແຖວ ຫຼັງຈາກໂຮງງານເຮັດເຂົ້າຈີ່ ໄດ້ຮັບຄວາມເສຍ ຈາກການໂຈມຕີທາງອາກາດ ທີ່ຄຸ້ມ Bab al-Maqam ໃນເມືອງ Aleppo

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ກ່ອນ​ໜ້ານີ້ວ່າ ສະຫະ ລັດ​ເກືອບ​ຈະ​ໂຈະ​ການ​ເຈລະຈາ​ທາງການ​ທູດ​ກັບຣັດ​ເຊຍຍ້ອນມົສກູ​ຍັງ​ສືບ​ຕໍ່​ຖິ້ມລະ​ເບີດ​ໃສ່​ພວກ​ຕໍ່ຕ້ານ ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo.

ກຸ່ມ​ສັງ​ເກດ​ການ​ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ ​ໃນທົ່ວ​ປະ​ເທດ​ໃນ​ຮອບ​ປີ​ທີ່​ຜ່ານ​ມາ ​ໄດ້​ສັງຫານ​ຫລາຍ​ກວ່າ 9,000 ຄົນ ຮວມທັງພົນລະ​ເຮືອນ​ຈຳ ນວນ​ນຶ່ງ. ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ​ທີ່​ມີ​ສຳນັກງານ​ຢູ່​ອັງກິດ​ກ່າວ​ວ່ານອກ​ນັ້ນຍັງ​ ມີ​ພົນລະ​ເຮືອນອີກ​ຈຳນວນ​ນຶ່ງ​ ໄດ້​ຮັບ​ບາດ​ເຈັບ​ ຈາກການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ.

ພວກນັກລົບ ຈາກກອງທັບຊີເຣຍເສລີ ຍິງລູກສອນໄຟ Grad ຈາກເມືອງ Halfaya ໃນແຂວງ Hama.
ພວກນັກລົບ ຈາກກອງທັບຊີເຣຍເສລີ ຍິງລູກສອນໄຟ Grad ຈາກເມືອງ Halfaya ໃນແຂວງ Hama.

ທີ່​ເມືອງ Aleppo ມີ​ພົນລະ​ເຮືອນ​ຫລາຍ​ຮ້ອຍ​ພັນ​ຄົນ​ຍັງ​ຕົກ​ຄ້າງ​ຢູ່​ໃນ​ເມືອງ​ດັ່ງກ່າວ​ແລະ​ເຄິ່ງນຶ່ງ​ຂອງ​ຈຳນວນນີ້ ​ແມ່ນ​ພວກ​ເດັກນ້ອຍ.

ທ່ານ Kerry ​ກ່າວວ່າ “ບໍ່​ມີ​ເຫດຜົນ” ທີ່​ຈະ​ສືບ​ຕໍ່​ການ​ໂອ້​ລົມ ​ແລະ​ຖື​ເອົາ​ການກະທຳ​ເຫຼົ່າ ນີ້ເປັນ​ເລື້ອງຮ້າຍ​ແຮງ ຫລັງ​ຈາກ​ຣັດ​ເຊຍ​ປະກາດ​ວ່າ ຈະ​ສືບ​ຕໍ່​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຕົນ.

ເຈົ້າໜ້າທີ່ແພດ ກວດເບິ່ງຄວາມເສຍຫາຍ ຈາກໂຮງໝໍສະໜາມ ຫຼັງຈາກການໂຈມຕີ ທີ່ຄຸ້ມ al-Maadi ໃນເມືອງ Aleppo
ເຈົ້າໜ້າທີ່ແພດ ກວດເບິ່ງຄວາມເສຍຫາຍ ຈາກໂຮງໝໍສະໜາມ ຫຼັງຈາກການໂຈມຕີ ທີ່ຄຸ້ມ al-Maadi ໃນເມືອງ Aleppo

ທ່ານ Kerry ກ່າວ​ວ່າ “ມັນ​ເປັນ​ນຶ່ງ​ໃນ​ບັນດາໂອກາດ​ບ່ອນທີ່​ພວກ​ເຮົາ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ທາງ​ເລືອກ​ສຳລັບ​ໄລຍະໃດ​ນຶ່ງ​ແລະ​ທ່ານ​ກ່າວ​ຕື່ມ​ວ່າມັນ​ເປັນ​ເລື້ອງທີ່​ໜ້າ​ກັງວົນ​ທີ່​ສຸດ ກ່ຽວ​ກັບ​ອະນາຄົດ​ຂອງ​ປະຊາຊົນ​ຊາວ​ຊີ​ເຣຍ.”

​ໂຄສົກ​ຂອງ​ທ່ານ Kerry ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ແມ່ນ​ຍັງ​ຕິດ​ຕໍ່​ກັບ​ວັງເຄຣັມລິນ​ຢູ່ ​ແຕ່​ກໍ​ໄດ້​ກະກຽມ​ທີ່​ຈະ​ເອົາ​ບາດກ້າວ ​ທີ່ຫ່າງ​ເຫີ​ນອອກ​ໄປ ​ຂັດຂວາງຕໍ່ການ​ເອົາ​ບາດກ້າວ​ທີ່​ສຳຄັນ​ຂອງຣັດ​ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG