ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກັບ ຄິວບາ ເຫັນດີທີ່ຈະກ້າວໄປສູ່ ສາຍສຳພັນຂັ້ນປົກກະຕິເຕັມສ່ວນ


Kerry Watches US Flag Rise Again Over Havana Embassy
please wait

No media source currently available

0:00 0:01:53 0:00

ລັດຖະມົນຕີ ຕ່າງປະ​ເທດ ສຫຣ ທ່ານ John Kerry ກ່າວ​ວ່າ
ຄະນະ​ກຳມະການ ສະຫະລັດ ຄິວ​ບາ ຈະ​ເລີ້ມ​ສົນທະນາ​ກັນ​ໃນ
​ເດືອນ​ໜ້າ​ນີ້ ກ່ຽວກັບ “ສາຍ​ພົວພັນ​ເປັນ​ປົກກະຕິຢ່າງ​ເຕັມ​ສ່ວນ”
ການຜູກ​ສຳພັນ​ທະ​ໄມ​ຕີທັງ​ສອງຟ່າຍ ທີ່ກໍ່​ຕັ້ງ​ຂື້ນ​ໃນ​ວັນ​ສຸກ​ວານ
​ນີ້ ຢູ່​ໃນ​ພິທີ ອັນ​ທີ່​ທຸງ​ຂອງ​ຊາວອາ​ເມຣິກັນ ​ໄດ້​ຊັກ​ຂື້ນ​ຢູ່​ເທິ່ງ
ສະຖານທູດ ສະຫະລັດ ​ໃນ​ນະ​ຄອນ​ Havana ​ເປັນ​ເທຶ່ອທຳ​ອິດ​
ໃນ​ເວລາ​ກວ່າ 54 ປີ.

ຢູ່​ໃນ​ຖະ​ແຫລ​ງການກອງປະຊຸມ​ນັກ​ຂ່າວຮວມກັນທີ່ ນະ​ຄອນ
Havana ລັດຖະມົນຕີ ຕ່າງປະ​ເທດ​ຄິວ​ບາ ທ່ານ Bruno
Rodriquez ​ແລະ ທ່ານ Kerry ກ່າວ​ວ່າ ຫົນ​ທາງ​ໄປ​ສູ່ ສຳພັນ​
ທະ​ໄມຕີ ​ປົກກະຕິຢ່າງ​ເຕັມ​ສ່ວນ ຈະ​ຂື້ນ​ຢູ່​ກັບ​ການ​ຍົກ​ເລີກລົງ​ໂທດ​ການ​ຄ້າກັບ ຄິວ​ບາ
ທີ່ ສະຫະລັດ ​ໄດ້​ວາງ​ໄວ້​ເມື່ອ 50 ປີ​ກ່ອນ ​ແລະ​ພາກສ່ວນ​ອຶ່ນໆ. ປະທານ​ນາ​ທິບໍດີ Obama ສະໜັບສະໜູນ ການ​ເຄື່ອນ​ໄຫວ ​ແຕ່​ປະ​ເຊີນ​ໜ້າ​ກັບການ​ຄັດຄ້ານ​ຈາກ ບັນ​ດາ​ຜູ້ທີ່​ນິຍົມແນວທາງ​ເດີມ​ຢູ່​ໃນ ລັດຖະສະພາ.

Reopening of US Embassy in Cuba Sparks Passions
please wait

No media source currently available

0:00 0:01:58 0:00

ທ່ານ Kerry ​ຍັງ​ບໍ່​ໃຫ້​ຄວາມເປັນ​ຫ່ວງ​ ກ່ຽວ​ກັບ​ວ່າ ປະ​ທາ​ນາ​ທິບໍດີ ຄົນ​ຕໍ່​ໄປ ຜູ້​ໃດ​ທີ່​ໄດ້​ຖືກ
​ຄັດ​ເລືອກ​ໃນ​ເດືອນ​ພະຈິກ​ ປີ 2016 ອາດ​ຈະ​ປີ້ນ​ຄືນ​ນະ​ໂຍບາຍຂອງ​ລັດຖະບານ
Obama ​ໃນ​ການ​ພົວພັນ​ກັບ ຄິວ​ບາ.

​ ໃນ​ການກ່າວ​ກ່ຽວ​ກັບ ຄະນະ​ກຳມະການ​ໃໝ່ ສະຫະລັດ ຄິວ​ບາ ທ່ານ Kerry ​ເວົ້າ​ວ່າ ຈະ
​ເລີ້ມ​ສົນທະນາ​ເຖິງ​ບັນຫາ​ຄວາມ​ເປັນ​ຫ່ວງ​ທີ່​ມີ​ຕໍ່ກັນ ຮວມທັງ​ດ້ານ​ສິດ​ທິມະນຸດ ​ໃນ​ເດືອນ
​ກັນຍາ ຈະ​ມ​າ​ເຖິງ​ນີ້. ທ່ານ ກ່າວ​ເພີ້ມ​ເຕີມ​ຕໍ່​ມາວ່າ ການ​ປະຊຸມ​ເທື່ອ​ທຳ​ອິດ​ຈະ​ມີ​ຂື້ນ​ໃນ​
ເດືອນ​ກັນຍາ ທີ່ 10 ​ແລະ 11 ທີ່ ນະຄອນ Havana.

ທ່ານ​ກ່າວ​ວ່າ ທ່ານ​ເຊື່ອ​ໝັ້ນ​ວ່າປະ​ເທ​ດ​ເກາະ​ດອນ​ຄອມ​ມິ​ວນິສ​ແຫ່ງ​ນີ້ “ຈະ​ໄດ້​ຮັບ​ການ
​ບໍລິການ​ທີ່​ດີ​ສຸດ ຈາກປະຊາທິປະ​ໄຕ​ທີ່​ແທ້​ຈິງ ບ່ອນ​ປະຊາຊົນ​ມີ​ເສຣີພາບ​ໃນ​ການ​ເລືອກ
​ບັນດາ​ຜູ້ນຳ​ຂອງ​ເຂົາ​ເຈົ້າ ສະ​ແດງ​ແນ​ວຄິດ​ຂອງ​ເຂົາ​ເຈົ້າ ​ແລະ​ປະຕິບັດ​ຄວາມ​ເຊື່ອ​ຖື​ຂອງ
​ເຂົາ​ເຈົ້າ ບ່ອນ​ທີ່ມີ​ຄວາມ​ໝາຍ​ໝັ້ນ​ຕໍ່​ເສດຖະກິດ ​ແລະ​ສັງຄົມ​ທ່ຽງ​ທຳ​ເປັນ​ທີ່​ຮັບ​ຮູ້​ຢ່າງ​ເຕັມ
​ທີ່ ບ່ອນ​ທີ່​ສະ​ຖາ​ບັນ​ຕ່າ​ງໆ​ຕອບ​ຄຳ​ຖາມ ​ແກ່​ຜູ້​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້ ​ແລະ​ບ່ອນ​ສັງຄົມ​ພົນລ​ະ
​ເຮືອນ ​ເປັນ​ເອກ​ກະລາດ ​ແລະ​ອະນຸຍາດໃຫ້ຮຸ່ງ​ເຮືອງ.

U.S. Secretary of State John Kerry delivers remarks at the flag-raising ceremony at the newly re-opened U.S. Embassy in Havana, Cuba, on August 14, 2015.
U.S. Secretary of State John Kerry delivers remarks at the flag-raising ceremony at the newly re-opened U.S. Embassy in Havana, Cuba, on August 14, 2015.

ທ່ານ Rodriquez ຣມຕ ຕ່າງປະ​ເທດ​ກິວ​ບາ ກ່າວ​ວ່າ ທັງ​ສອງປະ​ເທດ ຈະ​ດຳ​ເນີນສ້າງ​
ຄວາມ​ເຂົ້າ​ໃຈ​ດ້ານ​ສິດທິ​ມະນຸດ ທີ່​ເຫັນ​ແຕກ​ຕ່າງ​ກັນ ​ແລະ​ແນ່ນອນ​ໃນ​ບັນຫາ​ອຶ່ນໆ​ອີກ.
ທ່ານ​ໄດ້​ປ້ອງ​ກັນ​ປະຫວັດ​ດ້ານ​ສິດທິ​ມະນຸດ​ຂອງ ຄິວ​ບາ ທີ່​ໄດ້​ຖືກ​ຕິຕຽນ​ຊໍ້າ​ແລ້ວຊຳ້ອີກ ​ໂດຍ​ບັນ​ດາ​ກຸ່ມ​ສິດ​ທິມະນຸດ​ເອກ​ກະ​ລາດ​ຕ່າງໆ ​ແລະ​ກົງກັນ​ຂ້າມ​ກັບ​ຄື້ນ ຟອງການ​ຄັດ
​ແຍ້​ງ ການ​ຍິງ​ຂອງຕຳຫລວດ​ ຢູ່​ໃນ ສະຫ​ະລັດ.

ທ່ານ​ກ່າວ​ວ່າ “ຄິວ​ບາ ບໍ່​ແມ່ນບ່ອນກີດ​ກັ້ນ​ດ້ານ​ຜີວພັນ ການ​ທາ​ລຸ່ນຂອງ​ຕຳຫລວດ ຫລື
​ເຖິງ​ຕາຍ​ ທີ່​ເກີດ​ຈາກ​ບັນຫາ​ຕ່າງ​ເລົ່າ​ນັ້ນ” ທ່ານ​ຍັງ​ໄດ້ ​ແຕະຕ້ອງ​ເຖິງ ນະ​ໂຍບາຍ​ ສະຫະ
ລັດ ທີ່​ກັກ​ຂັງ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່​ທີ່​ຄຸກ​ກັກ​ຂັງອ່າວ Guantanamo ຄ້າຍ​
ທະຫານ ສະຫະລັດ​ ໃນ ຄິວ​ບາ. “ດິນ​ແດນ​ບ່ອນ​ທີ່​ມີ​ການ​ທາ​ລຸ່ນ​ເກີດ​ຂື້ນ ​ແລະ​ຄົນ​ໄດ້​ຖືກ
​ກັກ​ຂັງ​ຢູ່​ໃນ​ກົດໝາຍ​ບໍ່​ແນ່ນອນ ທີ່ບໍ່ຢູ່ພາຍໃຕ້ຂ​ອບ​ເຂດຂອງ ຄິວ​ບາ.

​ໃນ​ຕອນ​ເຊົ້າ​ວັນສຸກ​ ວານ​ນີ້ ລັດຖະມົນ​ຕີ ຕ່າງປະ​ເທດ​ ທ່ານ Kerry ​ໄດ້​ຄຳນັບ​ທຸງ
ສະຫະລັດ ​ໃນ​ຂະນະ​ທີ່​ຖືກ​ຊັກ​ຂື້ນ​ອີກ​ຄັ້ງ​ນຶ່ງ ​ໃນ​ນະຄອນ Havana ລະຫວ່າງ​ພິທີ່ຢູ່​ ທີ່
ສະຖານທູດ ສະຫະລັດ ​ໃນ​ ຄິວ​ບາ ນັ້ນ.

ໃນ​ຕອນ​ເຊົ້າ​ວັນສຸກ​ ວານ​ນີ້ ລັດຖະມົນ​ຕີ ຕ່າງປະ​ເທດ​ ທ່ານKerry ​ໄດ້​ຄຳນັບ​ທຸງ
ສະຫະລັດ ​ໃນ​ຂະນະ​ທີ່​ຖືກ​ຊັກ​ຂື້ນ​ອີກ​ຄັ້ງ​ນຶ່ງ ​ໃນ​ນະຄອນ Havana ລະຫວ່າງ​ພິທີ່ຢູ່​ ທີ່ ສະຖານທູດສະຫະລັດ ​ໃນ​ ຄິວ​ບາ ນັ້ນ.

XS
SM
MD
LG