ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ John Kerry ເກ້ຍກ່ອມໃຫ້ ອັຟການິສຖານ ມີລັດຖະບານເອກະພາບ ໂດຍໄວ (ວີດີໂອ/ສະໄລດ໌)


ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ພົບປະ ກັບ ຜູ້ສະມັກເລືຶອກຕັ້ງເປັນ ປະທານາທິບໍດີ ອັຟການິສຖານ ທ່ານ Adullah Abdullah.
ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ພົບປະ ກັບ ຜູ້ສະມັກເລືຶອກຕັ້ງເປັນ ປະທານາທິບໍດີ ອັຟການິສຖານ ທ່ານ Adullah Abdullah.

ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​
ເລີ້ມຕົ້ນ ​ມື້​ທີ​ສອງ ຂອງ​ການ​ສົນທະນາ​ ຢູ່ນະຄອນຫລວງ
Kabul ຂອງ​ອັຟກາ​ນິສຖານ ແນ​ໃສ່ເພື່ອ​ເກ້​ຍກ່ອມ​ໃຫ້ ຄູ່
ແຂ່ງທີ່ສະມັກ​ເປັນ​ປະທານາທິບໍດີທັງ​ສອງ​ຄົນ ຍຸດຕິ​ການ​ຜິດ​
ຖຽງກັນ ກ່ຽວ​ກັບ​ການ​ນັບ​ບັດ​ລົງ​ຄະ​ແນນ​ສຽງ.

​ໃນ​ວັນ​ສຸກ​ມື້​ນີ້ ທ່ານ Kerry ​ໄດ້ພົບ​ປະກັບ ​ປະທານ​າທິບໍດີ
Hamid Kazai ພ້ອມ​ທັງ​ອະດີດລັດຖະມົນຕີຕ່າງປະ​ເທດ
ທ່ານ Abdullah Abdullah ​ແລະ​ອະດີດລັດຖະມົນຕີການ
​ເງິນ ທ່ານ Ashraf Ghani ຊຶ່ງ​ເປັນ​ຜູ້​ສະມັກສອງ​ຄົນ ທີ່​ແຂ່ງ
ຂັນ​ເອົາຕຳ​ແໜ່​ງຂອງ ທ່ານ Kazai.

ທ່ານ Kerry ​ໄດ້​ພົບ​ປະ​ກັບ​ຄູ່​ແຂ່ງ​ທັງ​ສ​ອງ ຄົນລະ​ເທື່ອ ​ອີກເທຶ່ອນຶ່ງ​ໃນ​ວັນ​ສຸກ​ມື້​ນີ້ ​ແລະ
ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ທ່ານຈະ​ນຳເຂົາ​ເຈົ້າ​ ເຂົ້າ​ມາ ຮວມ​ກັນ​ໃນການ​ສົນ​
ທະ​ນາສາ​ມຝ່າຍ ກ່ອນ​ເດີນທາງ​ໄປ​ມຽນມາ ​ເພື່ອ​ເຂົ້າ​ຮ່ວມ​ ກອງ​ປະຊຸມຄວາມໝັ້ນຄົງ
​ຂອງ​ຂົງ​ເຂດ​ເອ​ເຊຍ.

​ໃນ​ເດືອນ​ແລ້ວ​ນີ້ ລັດຖະມົນຕີ Kerry ​ໄດ້ໄກ່​ເກ່ຍ ​ໃຫ້ຜູ້​ສະມັກທັງ​ສອງ​ຕົກລົງ ​ໃຫ້​ມີ​ການ
ກວດກາ​ບັດ​ຄະ​ແນນ​ສຽງ ຈາກ​ການເລືອກ​ຕັ້ງຮອບ​ສຸດ​ທ້າຍ ​ເມື່ອວັນ​ທີ່ 14 ​ເດືອນ​ມິຖຸນາ
ທີ່ຜົນ​ສະ​ແດງ​ວ່າ ທ່ານ Ghani ​ເປັນ​ຜູ້ນຳ​ໜ້ານັ້ນ.

ສະຖານທູດສະຫະລັດ ທີ່ນະ​ຄອນຫລວງ Kabul ກ່າວ​ວ່າ 18 ​ເປີ​ເຊັນຂອງ​ຫີບ​ບັດ​ເລືອກ​
ຕັ້ງ ເກືອບ​ 23.000 ​ຫີບ​ ​ໄດ້​ຖືກ​ກວດກາ​ເບິ່ງ​ຄືນ ​ໂດຍທິມສາກົນ ທີ່ກຳກັບນຳ​ການ​ກວດກາ. ​

​ເຈົ້າ​ໜ້າ​ທີ່ກະຊວງ​ຕ່າງປະ​ເທດຄົນ​ນຶ່ງ ທີ່​ເດີນທາງ​ໄປ​ກັບ ທ່ານ Kerry ​ໄດ້​ກ່າວ​ຕໍ່ ບັນດາ
​ນັກ​ຂ່າວ​ວ່າ ສະຫະລັດຕ້ອງການ ​ໃຫ້ປະທານາທິບໍດີອັຟກາ​ນິສຖານຄົນ​ໃໝ່​ ​ເຂົ້າ​ຮັບ​ຕໍາ​
ແໜ່​ງ ກ່ອນທ້າຍ​ເດືອນ​ນີ້ ກ່ອນກອງ​ປະ​ຊຸມສຸດ​ຍອດ NATO ​ໃນ​ວັນ​ທີ 4 ​ເດືອນ​ກັນຍາ
ທີ່​ແຄ້ວ​ນ Wales ຂອງ​ອັງກິດ ​ທີ່ຈະ​ເພັ່ງ​ເລັງ​ໃສ່ ບົດບາດ​ຂອງປະຊາ​ຄົມນາໆ​ຊາດ ​ໃນ
ອັ​ຟກາ​ນິສຖານນັ້ນ.

AFGHANISTAN KERRY VO
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG