ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລມ​ຕ ຕ່າງປະ​ເທດ Kerry ຢ້ຽມຢາມ ຊາ​ອຸ​ດີ​ ອາ​ຣາ​ເບຍ (ວີດີໂອ)


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ລັດຖະມົນຕີ ຕ່າງປະເທດ ຊາອຸດີ ເຈົ້າຟ້າ Saud al-Faisal (ຂວາ).
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ລັດຖະມົນຕີ ຕ່າງປະເທດ ຊາອຸດີ ເຈົ້າຟ້າ Saud al-Faisal (ຂວາ).
ລັດຖະມົນຕີ​ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຍ້ອງ
​ຍໍ ຊາ​ອຸ​ດີ​ອາ​ຣາ​ເບຍ ວ່າ “​ເປັນ​ໂຕ​ເກງ​ອະ​ວຸ​ໂສ” ຢູ່​ໃນ​ໂລກ​ອາ
ຣັບ ​ໃນ​ຂະ​ນະທີ​ທ່ານ ທໍາ​ການ​ຢ້ຽ​ມຢາມ ​ເພື່ອ​ກະ​ຊັບສາຍສໍາ
ພັນທາງດ້ານ​ການ​ທູດ ທີ່ພວມ​ສັບສົນຍ້ອນ​ຄວາ​ມ​ແຕກ​ຕ່າງກັນ
​ກ່ຽວ​ກັບ ນະ​ໂຍບາຍ​ຂອງ ຂອງສະຫະລັດ ຕໍ່ ຊີ​ເຣຍ ​ແລະ​ອີຣ່ານ.

ທ່ານ Kerry ກ່າວ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່ ສະຖານທູດ ສະຫະ​ລັດ
​ໃນ​ນະຄອນ Riyadh ກ່ອນ​ປະຊຸມ​ກັບ ກະສັດ ຊຸ​ອາ​ດີ ພະ​ເຈົ້າ
Abdullah ວ່າ ປະ​ເທດ​ທັງ​ສອງ​ມີ​ຫລາຍ​ສິ່ງ​ສໍາຄັນ ທີ່​ຈະ​ໂອ້
​ລົມ​ກັນ ​ເພື່ອ​ຮັບປະ​ກັນ​ວ່າ ສໍາພັນ​ທະ​ໄມຕີ​ຂອງ​ເຂົາ​ເຈົ້າ “​ເດີນ
ໄປ​ຕາມ​ເສັ້ນ​ທາງ." ທີ່​ດີ.

ທ່ານ​ຍັງ​ໄດ້​ກ່າວ​ຍໍ້າອີກ​ວ່າ ໜ້າ​ທີ່​ຂອງ ສະຫະລັດ ຕໍ່ ອີຣ່ານ
​ແມ່ນຈະ​ບໍ່​ອະນຸຍາດ ໃຫ້ປະ​ເທດ​ດັ່ງກ່າວມີອາວຸດ​ນິວ​ເຄລຍ.

ການ​ຢ້ຽ​ມຢາມ​ນຶ່ງ​ມື້​ຂອງ​ທ່ານ ​ແມ່ນ​ມີຮ່ວມ​ທັງ​ການ​ສົນທະນາ​ກັບ ລັດຖະມົນຕີ ຕ່າງປະ​ເທດ​ຊຸ​ອາ​ດີ ​ເຈົ້າຟ້າ Saud al-Faisal.

ຊຸ​ອາ​ດີອາ​ຣາ​ເບຍ ທີ່​ໜູນ​ຫລັງ ກຸ່ມມຸສລິ​ມ Sunni ທີ່​ສູ້​ລົບ​ເພື່ອ ຂັບ​ໄລ່ ປະທານາທິບໍດີ Bashar al-Assad ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ການ ​ເຈລະຈາ​ສະຫງົບ​ເສິກ ຊີເຣຍ ທີ່​ໜູນ​ຫລັງ​ໂດຍ ວໍ​ຊິງ​ຕັນ ອາດເປີດ​ຊ່ອງ​ວ່າງໃຫ້ ລັດຖະບານ​ໃນກຸງ ​Damascus ທີ່​ອີຣ່ານ
​ໜູ​ນຫລັງຄົງ​ມີ​ອໍານາດຕໍ່​ໄປ. ຍັງ​ເປັນ​ທີ່​ຊາບກັນ​ຕື່ມວ່າ ບັນດາ​ຜູ້​ນໍາ ຊາ​ອຸ​ ​ມີ​ຄວາມ​ເສຍ​ໃຈ​ທີ່ ສະຫະ​ລັດ ສະໜັບ​ສະ​ໜູນ​ແຜນ​ຫຍຸດ​ທະ​ສາດທີ່​ຢາກ​ເປັນ​ມິດ​ກັບ ອີຣ່ານຜູ້​ເປັນ​ປໍຣະປັກ​ກັບ ຊາ​ອຸ​ດີ ນັ້ນ.

us mideast
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG