ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ​​ເລີ້ມ​​ເຮັດ​ວຽກ ​ໃນຖານະ ລມຕ ຕ່າງປະເທດ ສຫລ (ວີດີໂອ)


ທ່ານ John Kerry ລັດທະມົນຕີການຕ່າງປະເທດ ຄົນໃໝ່ ເຂົ້າຮັບ ຕໍາ
ແໜ່ງ ໃນວັນສຸກແລ້ວນີ້.
ທ່ານ John Kerry ລັດທະມົນຕີການຕ່າງປະເທດ ຄົນໃໝ່ ເຂົ້າຮັບ ຕໍາ ແໜ່ງ ໃນວັນສຸກແລ້ວນີ້.
ລັດຖະມົນຕີ​ການ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​
ໄດ້​ເລີ້ມເຮັດ​ວຽກ ​ໃນ​ນາມ​ນັກ​ການ​ທູດ​ສູງ​ສຸດ​ຂອງ​ປະ​ເທດ ​ໂດຍ​
ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ທ່ານຈະຖືເປັນ​ບູລິ​ມະ​ສິດ ​ເລື່ອງ​ຄວາມໝັ້ນ
ຄົງ ແລະ​ການຮັກສາ​ຄວາມປອດ​ໄພ​ໃຫ້​ແກ່​ບັນດານັກ​ການ​ທູດຢູ່
ທົ່ວ​ໂລກ.

ບັນ​ດາ​ພະນັກງານ ທີ່​ກະຊວງ​ການ​ຕ່າງປະ​ເທດ ພາກັນ​ຕ້ອນຮັບ ທ່ານ Kerry ດ້ວຍ​ສຽງ​ຕົບມື ​ເວລາ ທ່ານ ມາ​ເຮັດ​ວຽກ​ໃນ​ວັນ​ຈັນ​ວານ​ນີ້. ທ່ານ Kerry ທີ່ສັງກັດ​ຢູ່​ພັກ​ເດໂມ​ແຄຣສຈາກ​ລັດ Massachusetts ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ ໃນ​ວັນ​ສຸກ​ແລ້ວ​ນີ້.

​ທ່ານ Kerry ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຕໍ່​ຜູ້​ເສຍ​ຊີວິດ ຢູ່​ໃນ​ໜ້າ​ທີ່ ຮວມ​ທັງ​ເອກ​ອັກຄະ​ລັດຖະທູດ Christopher Stevens ​ແລະ​ນັກ​ການ​ທູດ​ສະຫະລັດ​ອີກ​ສາມ​ຄົນ ທີ່​ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີຂອງ​ພວກ​ກໍ່​ການ​ຮ້າຍ ຢູ່ທີ່ກົງ​ສຸນ ທີ່​ເມືອ​ງ Benghazi ປະ​ເທດລີ​ເບ​ຍ ​ໃນ​ເດືອນ​ກັນຍາ​ປີແລ້ວ​ນີ້. ທ່ານ Kerry ກ່າວ​ວ່າ:

“ຂ້າພະ​ເຈົ້າ ຂໍຄໍ້າປະກັນພວກທ່ານ​ວ່າ ​ເລີ້ມ​ແຕ່​ມື້​ເຊົ້າ​ນີ້​ເປັນ​ຕົ້ນ​ໄປ ​ເວລາ​ທີ່ຂ້າພະ​ເຈົ້າ
ລາຍ​ງານເຂົ້າ​ເຮັດ​ໜ້າ​ທີ່ ຢູ່​ຊັ້ນ​ເທິງນີ້ ທຸກ​ສິ່ງ​ທີ່ ຂ້າພະ​ເຈົ້າ​ກະທໍາ​ແມ່ນເນັ້ນ​ໜັກ​ໃສ່ ການ​ຮັກສາ​ຄວາມໝັ້ນຄົງ ​ແລະ​ຄວາມ​ປອດ​ໄພຂອງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ.”

ທ່ານໄດ້ກ່າວ​ຢ້ອນ​ຄືນ​ຫລັງ​ເຖິງ​ເວລາທີ່ທ່ານຍັງ​ໜຸ່ມ ທີ່​ກຸງ​ເບີ​ລິນ ​ເວ ລາທີ່​ພໍ່​ຂອງ​ທ່ານ ​ເປັນ​ນັກ​ການ​ທູດ ສະຫະລັດ ​ແລະ​ກ່າວ​ວ່າ ທ່ານ ​ໄດ້​ຮຽນ​ຮູ້ເຖິງ​ຄຸນນະທຳ​ຂອງ​ເສຣີພາບ ຫລັງ​ຈາກ​ໄດ້ມອງເຫັນ​ຊີວິດ ພາຍ​ໃຕ້​ການປົກຄອງ​ຂອງ​ໂຊ​ວຽດ ທີ່ ​ເຢຍຣະ​ມັນຕາ​ເວັນ​ອອກ.

ທ່ານ Kerry ຜູ້​ທີ່​ໄດ້​ເປັນ ປະທານ ຄະນະ​ກໍາມະການຄວາມ​ສຳພັນ​ຕ່າງປະ​ເທດ​ຂອງສະ​ພາ​ສູ ​ໄດ້​ຍ້ອງຍໍ​ສັນລະ​ເສີນການ​ປະ​ຕິ​ບັດ​ງານ​ຂອງກະຊວງ​ການ​ຕ່າງປະ​ເທດ ທີ່​ຍຶດໝັ້ນ​ໃນ​ແນວ​ຄິດ​ຂອງອາ​ເມຣິກັນ ​ໃນ​ຂະນະ​ທີ່​ຊ່ວຍ​ເຮັດ​ໃຫ້​ມີຄວາ​ມສະຫງົບ​ຢູ່​ທົ່ວ​ໂລກ.

ກ່ຽວຂ້ອງກັນ

XS
SM
MD
LG