ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ ກ່ຽວກັບ ໂຄງການນິວເຄລຍ ຂອງອີຣ່ານ ຈະດຳເນີນຕໍ່ໄປ ຮອດວັນເສົາ


Iranian Foreign Minister Mohammad Javad Zarif Talks to Reporters
please wait

No media source currently available

0:00 0:01:14 0:00

ອີຣ່ານ ແລະບັນດາປະເທດມະຫາອຳນາດຂອງໂລກ ຍັງສືບຕໍ່
ການເຈລະຈາຢ່າງຂຸ້ນຂ້ຽວກ່ຽວກັບເລື້ອງນິວເຄລຍທີ່ນະຄອນ
ວຽນນາ ຫລັງຈາກໄດ້ພາດເສັ້ນຕາຍ ເທື່ອຫຼ້າສຸດ ເພື່ອໃຫ້ບັນ ລຸການຕົກລົງໃນຂອບເຂດທີ່ກວ້າງຂວາງ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ໄດ້ພົບປະ ໃນຕອນເຊົ້າ ວັນສຸກມື້ນີ້ ກັບທ່ານ Mohammad
Javad Zarif ລັດຖະມົນຕີການຕ່າງປະເທດອີຣ່ານແລະເຈົ້າ
ໜ້າທີ່ການຕ່າງປະເທດ ຂອງສະຫະພາບຢູໂຣບ ທີ່ໂຮງແຮມ
ແຫ່ງນຶ່ງຢູ່ນະຄອນວຽນນາບ່ອນທີ່ການເຈລະຈາໄດ້ຈັດຂຶ້ນນັ້ນ.

ໃນການຖະແຫຼງຈາກລະບຽງຂອງໂຮມແຮມນັ້ນ ທ່ານ Zarif ກ່າວວ່າ ການເຈລະຈາແມ່ນ ມີຄວາມກ້າວໜ້າ ແຕ່ເມື່ອນັກຂ່າວຖາມວ່າ ທ່ານຈະຢູ່ທີ່ນະຄອນຫຼວງ ຂອງອອສເຕຣຍຕໍ່ ໄປຈົນຮອດວັນສຸດສັບປະດາຫລືບໍ່? ທ່ານຕອບວ່າ ເບິ່ງຊົງຄືຈະເປັນຈັ່ງຊັ້ນ.

ທ່ານຮ້ອງລົງມາໃສ່ວ່າ “ພວກເຮົາບໍ່ມີເສັ້ນຕາຍ ພວກເຮົາບໍ່ມີ ຂ້າພະເຈົ້າຕ້ອງການຂໍ້ຕົກ ລົງທີ່ດີ.”

Iran Nuclear
please wait
Embed

No media source currently available

0:00 0:01:19 0:00

ໃນຂະນະທີ່ການເຈລະຈາ ໄດ້ກ້າວເຂົ້າສູ່ອາທິດທີສອງແລ້ວນັ້ນ ກໍມີຮ່ອງຮອຍເພີ້ມຂຶ້ນທີ່ ສະແດງໃຫ້ເຫັນເຖິງຄວາມເຄັ່ງຄຽດ. ທ່ານ Zarif ໃນຕອນແລງວັນພະຫັດວານນີ້ໄດ້ກ່າວ ໂຈມຕີຫຼາຍໆປະເທດທີ່ທ່ານເວົ້າວ່າ ປ່ຽນທາທີຂອງເຂົາເຈົ້າ ແລະຮຽກຮ້ອງຫຼາຍເກີນໄປ
ອີງຕາມລາຍງານຂອງອົງການຂ່າວທາງການອີຣ່ານ.

ໃນຕອນເຊົ້າວັນພະຫັດວານນີ້ ທ່ານ Kerry ໄດ້ເຕືອນວ່າ ຖ້າຫາກບໍ່ມີການຕັດສິນໃຈທີ່ ຫຍຸ້ງຍາກໃນໄວໆນີ້ແລ້ວ ຄະນະເຈລະຈາຂອງທ່ານກໍພ້ອມແລ້ວ ທີ່ຈະຢຸດເຊົາຂັ້ນຕອນ ດັ່ງກ່າວ.

ທ່ານ Kerry ກ່າວຕໍ່ພວກນັກຂ່າວວ່າ ພວກເຮົາຈະບໍ່ຟ້າວຟັ່ງ ແລະກໍຈະບໍ່ບຸ່ມບ່າມບໍ່ເບິ່ງ ໜ້າເບິ່ງຫຼັງເຂົ້າສູ່ຂໍ້ຕົກລົງ. ທ່ານໄດ້ສະແດງໃຫ້ເຫັນວ່າ ຄວາມກ້າວໜ້າທີ່ແທ້ຈິງໄດ້ເກີດ ຂຶ້ນເພື່ອກ້າວໄປສູ່ ຂໍ້ຕົກລົງໃນຂອບເຂດທີ່ກວ້າງຂວາງ ແລະຄຸນນະພາບຂອງຂໍ້ຕົກລົງ
ໃດໆກໍຕາມ ແມ່ນຄວາມວິຕົກກັງວົນຕົ້ນຕໍ.

ທ່ານ Kerry ເວົ້າວ່າ “ຖ້າໃນຕອນສຸດທ້າຍ ພວກເຮົາສາມາດ ບັນລຸ ການຕົກລົງກັນໄດ້
ມັນຈະເປັນການຕົກລົງທີ່ຈະສາມາດພິສູດໄດ້ຕາມການທົດສອບຂອງເວລາ. ມັນບໍ່ແມ່ນ ການທົດສອບພຽງບໍ່ເທົ່າໃດມື້ບໍ່ເທົ່າໃດອາທິດຫຼືບໍ່ເທົ່າໃດເດືອນທໍ່ນັ້ນ ແຕ່ເປັນການທົດ ສອບໃນຫຼາຍທົດສະວັດ. ນັ້ນຄືເປົ້າໝາຍຂອງພວກເຮົາທີ່ນີ້.

ຄະນະເຈລະຈາໄດ້ຕັ້ງເປົ້າໝາຍທີ່ຈະບັນລຸການຕົກລົງກັນພາຍໃນຕອນແລງວັນພະຫັດ ຫລັງຈາກໄດ້ພາດເສັ້ນຕາຍສອງຄັ້ງກ່ອນໜ້ານີ້. ເສັ້ນຕາຍເທື່ອຫລ້າສຸດນີ້ ແມ່ນເບິ່ງກັນ ວ່າ ມີຄວາມສຳຄັນຕື່ມຂຶ້ນ ແຕ່ແນວໃດກໍຕາມ ຂໍ້ຕົກລົງໃດໆ ນັບແຕ່ນີ້ໄປ ແມ່ນຈະຕ້ອງ ໄດ້ຖືກທົບທວນເພີ້ມຂຶ້ນໂດຍບັນດາສະມາຊິກສະພາທີ່ຍັງມີຄວາມສົງໄສບໍ່ແນ່ໃຈນັ້ນ.

Kerry on Iran Talks: 'We Will Not Wait Forever'
please wait

No media source currently available

0:00 0:02:57 0:00

XS
SM
MD
LG