ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ກ່າວວ່າ ເວລານີ້ ເປັນເວລາສຳຄັນທີ່ສຸດ ເພື່ອເຮັດໃຫ້ ວິກິດການ ຍຸດຕິລົງ ໃນຢູເຄຣນ


ທ່ານ John Kerry ລມຕ ຕ່າງປະເທດສະຫະລັດ ກ່າວຕໍ່ກອງປະຊຸມ ບັນດາ ລມຕ ຕ່າງປະເທດ ກຸ່ມ NATO ທີ່ເມືອງ Antalya ປະເທດເທີກີ (ວັນທີ 13 ພຶດສະພາ 2015)
ທ່ານ John Kerry ລມຕ ຕ່າງປະເທດສະຫະລັດ ກ່າວຕໍ່ກອງປະຊຸມ ບັນດາ ລມຕ ຕ່າງປະເທດ ກຸ່ມ NATO ທີ່ເມືອງ Antalya ປະເທດເທີກີ (ວັນທີ 13 ພຶດສະພາ 2015)

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ສະຫະລັດ
ກ່າວ​ວ່າບັດ​ນີ້ “​ເປັນ​ເວລາ​ທີ່​ສຳຄັນ​ທີ່​ສຸດ” ສຳລັບຣັດ​ເຊຍ
​ແລະ​ພວກ​ຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ ​ເຮັດ​ໃຫ້​ຂໍ້​ຕົກລົງ​ສັນ
ຕິພາບ​ບັນລຸ​ຜົນເພື່ອ​ຍຸດຕິ​ຄວາມ​ຮຸນ​ແຮງລົງ​ໃນ​ພາກ​ຕາ​ເວັນ
​ອອກ​ຂອງ​ຢູ​ເຄຣນນັ້ນ.

ທ່ານ Kerry ກ່າວ​ຖ້ອຍ​ຖະ​ແຫຼ​ງດັ່ງກ່າວ​ ທີ່​ເມືອງ Antalya ​ປະ
ເທດເທີ​ກີ ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ບັນດາ​ລັດຖະມົນຕີ​ການ
​ຕ່າງປະ​ເທດ​ຂອງ​ກຸ່ມເນ​ໂຕ ​ໃນ​ວັນ​ພຸດ​ມື້​ນີ້.

ຖ້ອຍ​ຖະ​ແຫຼ​ງຂອງ​ທ່ານ Kerry ມີ​ຂຶ້ນ​ຫຼັງ​ຈາກ​ການ​ພົບ​ປະ​ໃນ​ວັນ
​ອັງຄານວານ​ນີ້ ກັບ​ປະທານາທິບໍດີ Vladimir Putin ​ແລະ​ລັດຖະມົນຕີການ​ຕ່າງປະ​ເທດ Sergei Lavrov ​ແຫ່ງ​ຣັດ​ເຊຍ​ທີ່​ເມືອງ​ຕາກອາກາດ Sochi ຂອງຣັດ​ເຊຍ. ທ່ານ Kerry ​ກ່າວໃນເວລາ​ຢ້ຽມຢາມຣັດ​ເຊຍ​ນັ້ນ​ວ່າບໍ່ມີຫຍັງໃຊ້ແທນໄດ້ໃນການໂອ້ລົມສົນທະນາກັນ
ໂດຍກົງກັບພວກທີ່ເປັນຜູ້ຕັດສິນໃຈທີ່ສຳຄັນໆກ່ຽວກັບເລື້ອງຕ່າງໆທີ່ຫຍຸ້ງຍາກສັບສົນ
ຂອງໂລກ ເຊັ່ນເລື້ອງວິກິດການໃນຢູເຄຣນ ແລະຊີເຣຍດັ່ງນີ້ເປັນຕົ້ນ.

ການເດີນທາງຢ້ຽມຢາມຂອງທ່ານ Kerry ມີຂຶ້ນໃນເວລາທີ່ສາຍພົວພັນລະຫວ່າງວໍຊິງຕັນ ແລະມົສກູ ໄດ້ຊຸດໂຊມລົງສູ່ລະດັບຕໍ່າ ສຸດຫຼັງຈາກສົງຄາມເຢັນ ທ່າມກາງຄວາມບໍ່ລົງລອຍ
ກັນກ່ຽວກັບຢູເຄຣນ ແລະຊີເຣຍ ແລະການເດີນທາງຢ້ຽມຢາມຄັ້ງນີ້ປາກົດວ່າມີວັດຖຸປະ
ສົງເພື່ອຮັກສາໄວ້ ໃນການຕິດຕໍ່ພົວພັນກັນ ໃຫ້ຫລາຍເທົ່າທີ່ຈະຫຼາຍໄດ້.

ໃນວັນອັງຄານວານນີ້ເຊັ່ນກັນ ມີລາຍງານສະບັບນຶ່ງເປີດເຜີຍອອກມາອີງຕາມຂ່າວຂໍ້ມູນ
ທີ່ຮວບຮວມໂດຍທ່ານ Boris Nemtsov ອະດີດຜູ້ນຳຝ່າຍຄ້ານຣັດເຊຍທີ່ໄດ້ຖືກລອບ
ຄາດຕະກຳໄປນັ້ນ ໂດຍເວົ້າວ່າ ຢ່າງໜ້ອຍມີທະຫານຣັດເຊຍ 220 ຄົນ ໄດ້ເສຍຊີວິດ ໃນການສູ້ລົບຢູ່ໃນພາກຕາເວັນອອກສຽງໃຕ້ຂອງຢູເຄຣນ ໃນຮອບປີຜ່ານມາ.

ມົສກູໄດ້ປະຕິເສດຊ້ຳແລ້ວຊ້ຳອີກຕໍ່ການກ່າວອ້າງທີ່ວ່າຕົນໄດ້ເຂົ້າຮ່ວມໃນວິກິດການດັ່ງ
ກ່າວ.

ປະຊາຊົນຈຳນວນຫຼາຍກວ່າ 6100 ຄົນໄດ້ເສຍຊີວິດໄປ ຕັ້ງແຕ່ເດືອນເມສາປີ 2014 ເປັນຕົ້ນມາ ໃນວິກິດການຢູເຄຣນ.

US Russia Ukraine
please wait
Embed

No media source currently available

0:00 0:02:11 0:00

XS
SM
MD
LG