ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອາເມຣິກັນ ທີ່ຖືກກັກຂັງ ໃນເກົາຫລືເໜືອ ກັບຄືນຮອດບ້ານ ດ້ວຍຄວາມຕື້ນຕັນໃຈ


American Detained in North Korea Returns Home
please wait

No media source currently available

0:00 0:02:50 0:00

ທ່ານ Jeffrey Fowle ຊາວອາ​ເມຣິກັນ​ ທີ່​ຖືກ​ຈັບ​ແລະ​ກັກ​ຂັງໄວ້ ​
ເປັນ​ເວລາ​ເກືອບ 6 ​ເດືອນ ຢູ່​ໃນ​ເກົາຫລີ​ເ​ໜືອ ​ໄດ້​ກັບ​ຄືນ​ມາ​ສູ່
ອ້ອມ​ກອດ​ແລະ​ນ້ຳຕາ​ແຫ່ງ​ຄວາມ​ດີ​ອົກດີ​ໃຈ​ຂອງ​ຄອບຄົວ ຢູ່​ໃນ
​ສະຫະລັດ​ແລ້ວ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Meredith Buel ລາຍ​ງານ
​ວ່າ ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ​ມັນ​ຍັງ​ໄວ​ເກີນ​ໄປ ທີ່​ຈະ​ບອກ​ໄດ້
​ວ່າ ການ​ປ່ອຍ​ໂຕ​ທ່ານ Fowle ​ແມ່ນ​ເປັນຄວາມ​ພະຍາຍາມ​
ຂອງ​ລັດຖະບານ​ພຽງ​ຢາງ ​ເພື່ອ​ປັບປຸງ​ຄວາມ​ສຳພັນ ກັບ​ວໍ​ຊິງ​ຕັນ.
ກິ່ງ​ສະ​ຫວັນ​ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ເຮືອ​ບິນຂອງ​ລັດຖະບານ​ສະຫະລັດ​ລຳ​ນຶ່ງ ​ໄດ້ພາ ​ທ່ານ Jeffrey Fowle ເດີນ​ທາງ​ມາ​ເຖິງ
ຖານ​ທັບ​ອາ​ກາດ​ແຫ່ງນຶ່ງ ​ໃນ​ລັດ​ໂອ​ໄຮ​ໂອ ທາງ​ພາ​ກກາງຂອງ​ສະຫະລັດ ບ່ອນ​ທີ່​ທ່ານ​ໄດ້
ເຕົ້າ​ໂຮມກັບ​ພັນ​ລະ​ຍາຂອງ​ທ່ານ​ ແລະ​ລູກ​ສາມ​ຄົນ ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ.

ເກົາ​ຫລີ​ເໜືອ ກ່າ​ວ​ວ່າ ​ຕົນ​ປ່ອຍ​ໂຕທ່ານ Fowle ​ຫລັງ​ຈາກ​ໄດ້​ມີອັນ​ທີ່ ເຈົ້າ​ໜ້າ​ທີ່​ບັນ​ລະ​
ຍາຍວ່າ ​ເປັນ​ຄຳ “ຮ້ອງ​ຂໍ​ຊ້ຳ​ແລ້ວ​ຊ້ຳ​ອີກ” ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ Barack Obama.

ທ່ານ Fowle ບໍ່​ໄດ້ມີ​ຄວາມ​ເຫັນ​ຕໍ່​ສື່ມວນ​ຊົນ ແຕ່​ທະ​ນາຍ​ຄວາມ ຂອງ​ຄອບ​ຄົວກ່າວ​ວ່າ
ທ່ານ​ໄດ້ຮັບ​ການ​ເບິ່ງ​ແຍງ ​ເປັນ​ຢ່າງ​ດີ​ຢູ່​ບ່ອນ​ຄຸມ​ຂັງ.

​ທ່ານ Timothy Tepe ທະ​ນາຍ​ຄ​ວາມຄອບ​ຄົວ Fowle ກ່າວ​ວ່າ :

​ເວລາ 24 ຊົ່ວໂມງທີ່ຜ່ານມານີ້ ​ແມ່ນໄດ້ເປັນຊ່ວງ​ເວລາ​ທີ່​ຜ່ານ​ໄປ​ຢ່າງ​ວ່ອງ​ໄວ
​ແລະ
ສັບສົນຫລາຍ ສຳ​ຫລັບ Jeff ແລະຄອບຄົວຂອງທ່ານ. ລາວຕ້ອງການ
ເວ
ລາລະຍະນຶ່ງ ເພື່ອປັບ​ໂຕ​ຄືນ ​ໃຫ້​ເຂົ້າ​ກັບຊີວິດຢູ່ບ້ານເຮືອນ.

ທ່ານ Fowle ໄດ້​ຖືກ​ຈັບຫລັງ​ຈາກ​ໄດ້​ປະ​ຄຳ​ພີສາສະໜາ​ຄຣິສ ​ໄວ້​ໃນ​ຮ້ານ​ອາ​ຫານ ແລະ
​ບາ​ແຫ່ງ​ນຶ່ງ ຢູ່ໃນເກົາ​ຫລີ​ເໜືອ.

​ເກົາ​ຫລີ​ເໜືອ ກ່າວ​ວ່າ ທ່ານ Fowle ໄດ້​ຖືກ​ປ່ອຍ​ໂຕ ຕາມ​ຄໍ​າ​ສັ່ງ​ຂອງຜູ້​ນຳ ທ່ານ Kim
Jong Un.

​ນັກ​ການ​ທູດ​ບໍ​ານານ ແ​ລະຜູ້ກໍ່​ຕັ້ງເວັບ​ໄຊ້ 38 North.Org ທ່ານ Joel (​ໂຈລ) Wit ​ເປັນ
​ຊ່ຽວ​ຊານ ກ່ຽວ​ກັບເກົາ​ຫລີ​ເໜືອ.

ທ່ານ Joel Wit ກ່າວ​ວ່າ: “​ມີການສັນນິຖານ​ກັນ ​ຕ່າງໆ​ນາໆວ່າ ການ​ປ່ອຍ​ໂຕ​ອາດ​ໝາຍ​ຄວາມ​ວ່າ ຈະ​ມີ​ຄວາມຄືບ​ໜ້າ​ໃນ​ຄວາມສຳ​ພັນ​ລະຫວ່າງ ສະ​ຫະ​ລັດກັບເກົາ​ຫລີ​ເໜືອ ​ໄປໃນທິດ​ທາງ​ບວກ ​ແຕ່​ວ່າ​ຄວາມ​ຈິງ​ແລ້ວ ມັນໄວ ​ເກີນ​ໄປ​ທີ່​ຈະບອກໄດ້​ວ່າ ມັນ​ຈະ​ເປັນ​ແບບ​ນັ້ນ​ຫລື​ບໍ່.”

​ຫວ່າ​ງ​ມໍ່ໆ​ມາ​ນີ້ ເກົາ​ຫລີ​ເໜືອໄດ້​ຫັນ​ປ່ຽນ​ທ່າ​ທີ​ກັບ​ໄປ​ກັບ​ມາ ​ໃນລະ​ຫວ່າງການ​ຍືນ​ມື​ຫາ
​ປະ​ເທດ​ອຶ່ນໆ ກັບ​ການ​ເອົາ​ທ່າທີກໍ່ກວນ ​ແຂງ​ກະດ້າງ.

ຜູ້​ຕາງ​ໜ້າ​ຂັ້ນ​ສູງຂອງເກົາ​ຫລີເໜືອຄະນະ​ນຶ່ງ ໄດ້ເດີນທາງໄປ​ ນະ​ຄອນຫລວງ​ໂຊ​ລ​ ຂອງ
​ເກົາຫລີ​ໃຕ້ ຢ່າງບໍ່​ຄາດ​ຝັນ.

ແຕ່​ວ່າ ຕໍ່​ມາໃນ​ລະຫວ່າງ​ທີ່​ຊາວເກົາ​ຫລີ​ໃຕ້ ສົ່ງ​ໜາກ​ປຸມ​ເປົ້າ​ພ້ອມ​ກັບ​ໃບ​ປີວ ເຂົ້າ​ໄປ​ໃນ
ເກົາ​ຫລີ​ເໜືອນັ້ນ ໄດ້​ມີ​ການ​ຍິງ​ປືນ​ໃສ່​ກັນ ​ແລະຜູ້​ຕາງ​ໜ້າ​ເກົາ​ຫລີ​ເໜືອ​ຂັ້ນ​ສູງເໜືອຄົນ
ນຶ່ງ ໄດ້​ເຊີນ​ນັກ​ຂ່າວສະ​ຫະ​ລັດ ​ໄປ​ພົບ ຮ​ວ​ມ​ທັງນັກ ​ຂ່າວ ວີ​ໂອ​ເອ ພະ​ແນ​ກ​ພາ​ສາເກົາ
​ຫລີ Sungwon Balk ເພື່ອ​ສົ່ງສານ​ອັນ​ແຈ້ງ​ຂາວ ​ໃຫ້​ຮູ້.

ນັກ​ຂ່າວວີ​ໂອ​ເອ ພະ​ແນກ​ພາ​ສາ​ເກົາ​ຫລີ Sungwon Balk ກ່າວ​ວ່າ

“ສິ່ງ​ທີ່ ເອກ​ອັກ​ຄະ​ລັດ​ຖະ​ທູດ Jung II Hun ໄດ້​ເນັ້ນ​ໜັກ​ ກໍ​ແມ່ນ​ວ່າ ຖ້​າ​ຫາກສະ​ຫະ​ລັດ
ຍັງ​ສືບ​ຕໍ່​ກົດ​ດັ​ນ​ເກົາຫລີ​ເໜືອ ​ໃນ​ເລື້ອງບັ​ນ​ຫາ​ສິດ​ທິ​ມະ​ນຸດຢູ່​ຕໍ່​ໄປ ເຂົາ​ເຈົ້າກໍ​ຈະຫັນ​ປ່ຽນ
​ນະ​ໂຍ​ບາຍຕໍ່ສະ​ຫະ​ລັດ ຢ່າງ​ສິ້ນ​ເຊີງ ໂດຍ​ໄດ້ເນັ້ນ​ໜັກ​ເຖິງ​ໂຄ​ງ​ການ​ນິວ​ເຄ​ລຍ ​ໂດຍ​ສະ
​ເພາະ.”

ການ​ເຈລະ​ຈາ​ເລື້ອງ​ນິວ​ເຄລຍກັບ​ເກົາຫລີ​ເໜືອ ​ໄດ້​ຢຸດ​ສະ​ງັກລົງໃນ​ເວລາ​ນີ້ ​ແລະ​ນັກ​
ການ​ທູດ​ບຳນານ ທ່ານ Joel Wit ຜູ້​ກໍ່​ຕັ້ງ​ເວັບ​ໄຊ້ 38 North.Org ກ່າວ​ວ່າ ​ແຕ່​ວ່າ
​ເກົາຫລີ​ເໜືອ​ກຳລັງ​ກ້າວໜ້າ​ໄປ ກັບ​ໂຄງການ​ນິວ​ເຄລຍຂອງ​ຕົນ.

ທ່ານ Wit ​ເວົ້າ​ວ່າ “ເຂົາ​ເຈົ້າ​ບໍ່​ໄດ້​ທົດ​ລອງ​ນິວ​ເຄ​ລຍ ຫລື​ທົດ​ລອງຍິງ​ລູກ​ສອນ​ໄຟລະຍະ
​ຍາວ ມາ​ໄດ້​ລະ​ຍະ​ນຶ່ງ​ແລ້ວ ​ແຕ່​ວ່າ ມີການ​ເຄື່ອນ​ໄຫວ​ຢ່າງ​ຫລວງ ​ຫລ​າຍ​ຢູ່ພາກພື້ນ​ດິນ
ແລະ​ພວກ​ເຮົາ​ສາ​ມາດ​ເຫັນ​ ຜ່ານທາງ​ດາວ​ທຽມພານິດ ​ຮູບ​ພາບ​ຂອງ​ສະ​ຖານ​ທີ່​ສຳ​ຄັນ
​ຕ່າງໆ.”

ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ John Kerry ກ່າວ​ວ່າ ບໍ່​ມີ​ການ​ຕໍ່​ລອງຕົກລົງ
​ກັນໃດໆ ​ກັບເກົາ​ຫລີ​ເໜືອ ກ່ອນ​ການປ່ອຍ​ໂຕ ທ່ານ Fowle.

​ລັດ​ຖະ​ມົນ​ຕີຕ່າງ​ປ​ະ​ເທດ John Kerry ກ່າວ​ວ່າ :

“ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບພົນລະ​ເມືອງອາ​ເມ​ຣິ​ກັນ ທີ່​ຍັງຖືກ​ຄຸມ​ຂັງຢູ່
​ໃນເກົາ​ຫລີ​ເໜືອ ແລະ​ພ​ວກ​ເຮົາ​ມີ​ຄວາມ​ຫວັງ​ອັນ​ໃຫຍ່ຫລວງ​ວ່າ ເກົາ​ຫລີ​ເໜືອຈະ​ຫລິ່ງ
ເຫັນ​ຜົນ​ປະ​ໂຫຍດ ​ໃນ​ການ​ປ່ອຍໂຕພວກ​ເຂົາ​ເຈົ້າ​ເຊັ່ນ​ກັນ ​ໃນ​ເວລາ​ອັນ​ໄວ​ທີ່​ສຸດເທົ່າ
​ທີ່​ຈະ​ເປັນ​ໄປ​ໄດ້.”

​ຍັງ​ມີ​ຄົນ​ອາ​ເມຣິກັນ​ອີກ​ສອງ​ຄົນ ຖືກ​ກັກ​ຂັງ​ຢູ່​ເກົາຫລີ​ເໜືອ ຄື Kenneth Bae ​ປັດ​ຈຸ​ບັນ​
ນີ້​ກຳ​ລັງຮັບໃຊ້ໂທດຈຳ​ຖືກ 15 ປີ ໃນ​ຂະ​ນະ​ທີ່ Mathew Miller ກຳ​ລັງ​ຮັບໃຊ້ໂທດ​ຈຳ​
ຄຸກ 6 ​ປີ. ທັງ​ສອງຖືກໂທດ​ໃນ​ຂໍ້​ຫາ ມີ​ພຶດຕິ​ກຳທີ່​ເປັນ​ປໍ​ລະ​ປັກ.

​ສະ​ຫະ​ລັດບໍ່​ມີ​ສາຍ​ສຳ​ພັນທາງ​ການ​ທູດ ​ກັບເກົາ​ຫລີ​ເໜືອ ແລະຮຽກຮ້ອງ​ຢ່າງແຂງແຮງ
​ ບໍ່​ໃຫ້ພົນລະ​ເມືອງ​ອາ​ເມຣິກັນ ​ເດີນ​ທາງ​ໄ​ປຍັງ​ເກົາຫລີ​ເໜືອ.

American Detained in North Korea Returns Home

After six months of detention in North Korea, Jeffrey Fowle has returned home to an emotional family reunion.

Fowle flew home Wednesday to his Midwestern home state of Ohio, where he was met by his wife and three young children with tears and hugs.

Pyongyang abruptly released Fowle on Tuesday with no explanation, except to say that he was freed following "repeated requests" from U.S. President Barack Obama.

U.S. Secretary of State John Kerry said no deal -- in his words "quid pro quo" -- had been struck with North Korea in Fowle's case.

While U.S. officials welcomed Fowle's release, State Department spokeswoman Marie Harf said there is continued concern about two Americans who remain in custody.

“We remain focused on the continued detention of Kenneth Bae and Matthew Miller, and again call on the DPRK to immediately release them,” said Harf.

Fowle was arrested after leaving a Bible in a North Korean restaurant and bar. His family denied that he traveled to the country on a church-related mission.

Miller was sentenced to six years of hard labor after being convicted of “hostile” acts against North Korea. Bae received a 15-year prison sentence, also for “hostile” acts.


XS
SM
MD
LG