ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ຢູ່ນີສ ສະແດງເຖິງ ຄວາມຈຳເປັນ ທີ່ຕ້ອງໄດ້ເອົາ ມາດຕະການ ໃນຊີເຣຍ


ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov (ຊ້າຍ) ລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຂວາ) ຢືນສະຫງົບ ສະຕິອາລົມຊົ່ວຂະນະນຶ່ງ ເພື່ອໄວ້ອາໄລໃຫ້ພວກເຄາະຮ້າຍ ຈາກການໂຈມຕີຢູ່ເມືອງນິສປະເທດຝຣັ່ງ.
ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov (ຊ້າຍ) ລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຂວາ) ຢືນສະຫງົບ ສະຕິອາລົມຊົ່ວຂະນະນຶ່ງ ເພື່ອໄວ້ອາໄລໃຫ້ພວກເຄາະຮ້າຍ ຈາກການໂຈມຕີຢູ່ເມືອງນິສປະເທດຝຣັ່ງ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໃນ​ຂະນະ​ທີ່​ໂອ້ລົມ​ກັບ​ລັດ ຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໃນ​ວັນສຸກ​ມື້ນີ້ກ່າວ​ວ່າ ການ​ໂຈມ​ຕີ​ທີ່​ເມືອງ Nice ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຈຳ​ເປັນທີ່​ເພີ້ມທະວີ​ຂຶ້ນເພື່ອຈະ​ກຳຈັດ​ພວກ​ກໍ່​ການ​ຮ້າຍ​ ​ໂດຍ​ສະ​ເພາະ ​ຢູ່​ໃນ​ຊີ​ເຣຍ.

ທ່ານ Kerry ພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ນະຄອນຫຼວງມົສກູ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຊັກ​ຊວນ​ໃຫ້ຣັດ​ເຊຍ​ຮ່ວມ​ມື​ໃນ​ການ​ປະຕິບັດ​ງານ​ຕໍ່ຕ້ານ​ພວກ​ກໍ່ການ​ຮ້າຍ​ຢູ່​ໃນ​ຊີ​ເຣຍ ​ທັງໆ​ທີ່​ໄດ້​ມີ​ການ​ແຕກ​ຫັກ​ລົງ​ໃນ​ຄວາມ​ສຳພັນ​ລະ​ຫວ່າງ​ສະຫະລັດແລະຣັດ​ເຊຍ ກ່ຽວ​ກັບ​ເລື້ອງຢູເຄຣນ ອົງການ​ເນ​ໂຕ້ ແລະ​ບັນຫາອື່ນໆທີ່​ເຮັດ​ໃຫ້​ທັງ​ສອງ​ປະ​ເທ​ດມີ​ຄວາມ​ບໍ່​ເຊື່ອ​ໃຈ​ກັນ.

ເຮືອບິນຂົນສົ່ງ C-130 ຂອງກອງທັບສະຫະລັດ ທີ່ຖານທັບອາກາດເທີກີ.
ເຮືອບິນຂົນສົ່ງ C-130 ຂອງກອງທັບສະຫະລັດ ທີ່ຖານທັບອາກາດເທີກີ.

ໃນແລງ​ວັນ​ພະຫັດ​ວານ​ນີ້ ຊາຍ​ຄົນ​ນຶ່ງ​ ໄດ້​ຂັບ​ລົດ​ບັນທຸກ ​ເຂົ້າໃສ່ຝູງ​ຊົນ ​ທີ່​ພວມ​ພາກັນ​ສະຫຼອງ​ວັນຊາດ​ຝຣັ່ງ ຢູ່​ຕາມ​ທາງ​ຍ່າງຫລິ້ນ​ ແຄມ​ຝັ່ງ​ທະ​ເລ ​ໃນ​ເມືອງ Nice ທີ່​ເຮັດ​ໃຫ້ 84 ຄົນ​ເສຍ​ຊີວິດ ​ແລະ​ອີກ​ຫລາຍສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ. ທ່ານ Kerry ກ່າວ​ເຖິງ​ເຫດ​ການ​ນີ້ວ່າ ​ ​ການ​ສັງຫານ​ໝູ່​ທີ່​ບໍ່​ໜ້າ​ເຊື່ອ ຢູ່​ເມືອງ Nice ​ເວລາ​ທ່ານ​ເວົ້າວ່າ ມີ​ຄວາມ​ຈຳ​ເປັນ ​ທີ່ຈະ​ຕ້ອງ​ໄດ້​ດຳ​ເນີນ​ການ​ບາງ​ສິ່ງ​ຢ່າງ ກ່ຽວ​ກັບ​ພວກ​ກໍ່​ການ​ຮ້າຍ​ໃນ​ຊີ​ເຣຍ ແລະ​ກ່າວ​ວ່າ ສະຫະລັດ​ແລະຣັດ​ເຊຍ ແມ່ນຢູ່​ໃນ​ທ່າ​ທີ​ທີ່​ເໝາະ​ສົມ​ທີ່​ສຸດ ທີ່​ຈະ​ດຳ​ເນີນ​ການ​ກ່ຽວ​ກັບ​ເລື້ອງນີ້.

"ຂ້າ​ພະ​ເຈົ້າຄິດ​ວ່າ ປະຊາຊົນ​ຢູ່​ໃນ​ທົ່ວ​ໂລກ ກຳລັງ​ເບິ່ງ​ມາ​ຍັງ​ພວກ​ເຮົາ ​ແລະ​ລໍ​ຖ້າ​ໃຫ້​ພວກ​ເຮົາ ​ຊອກ​ຫາ​ຊ່ອງ​ທາງ​ທີ່​ວ່ອງ​ໄວ ​ແລະ​ເປັນ​ຮູບ​ປະ​ທຳ ​ເພື່ອ​ໃຫ້​ພວກເຂົາ​ເຈົ້າຮູ້ສຶກ​ວ່າ ມັນ​ເປັນ​ໄປ​ໄດ້​ທີ່​ຈະ​ຍຸຕິ​ພວກ​ກໍ່​ການ​ຮ້າຍ​ຈຸນີ້ ​ແລະ​ໃຫ້​ໂລກ​ມີຄວາມ​ເປັນ​ເອກະ​ພາບ​ກັນ ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຢ່າງ​ກວ້າງຂວາງທີ່​ສຸດ​ ເທົ່າ​ທີ່​ເປັນ​ໄປ​ໄດ້​ເພື່ອ​ຕີ​ຕ້ານວິທີ​ການ​ແບບທຳລາຍ​ແລະ​ຕ່ຳ​ຊ້າ​ຕໍ່​ຊີວິດແລະການຕາຍຂອງ​ພວກ​ເຂົາ" ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Kerry.

ເຮືອບິນລົບຣັດເຊຍ ກຳລັງບິນຢູ່ເໜືອເມືອງ Latakia ທີ່ຕັ້ງຢູ່ແຄມຝັ່ງທະເລເມດີແຕເຣນຽນ
ເຮືອບິນລົບຣັດເຊຍ ກຳລັງບິນຢູ່ເໜືອເມືອງ Latakia ທີ່ຕັ້ງຢູ່ແຄມຝັ່ງທະເລເມດີແຕເຣນຽນ

ຫຼັງ​ຈາກ​ນັ້ນ ທ່ານ​ກໍເບິ່ງ​ໄປ​ຍັງ​ທ່ານ Lavrov ​ແລະ​ກ່າວ​ຕື່ມ​ວ່າ ​"ແລະ​ທ່ານ​ແລະ​ຂ້າພະ​ເຈົ້າ ພ້ອມ​ດ້ວຍ​ຄະນະ​ຂອງ​ພວກ​ເຮົາ ​ແມ່ນ​ຢູ່​ໃນ​ທ່າ​ທີ​ທີ່​ໜ້າ​ເຫຼື້ອມ​ໃສ ທີ່​ມີ​ຄວາມ​ສາມາດ​ ໃນ​ການ​ດຳ​ເນີນ​ການ​ສິ່ງ​ໃດ​ສິ່ງ​ນຶ່ງ​ໄດ້."

ທ່ານ Kerry ​ແລະ​ປະທານາທິບໍດີຣັດ​ເຊຍ ທ່ານ Vladilmir Putin ​ໄດ້​ພົບ​ປະກັນ​ໃນ​ຄືນ ວານ​ນີ້ເພື່ອ​ຫາ​ລືກັນກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ. ທ່ານ Kerry ກ່າວ​ວ່າ ການ​ໂອ້​ລົມ​ໄດ້​ດຳ​ເນີນ​ໄປ​ແບບ​ຈິງ​ຈັງ​ແລະ​ກົງ​ໄປ​ກົງ​ມາ ​ແຕ່​ໂຄສົກ​ຂອງ​ວັງ​ເຄຣັມລິນ​ກ່າວ​ວ່າ ບຸກຄົນ​ທັງ​ສອງ​ບໍ່​ໄດ້​ຫາລື​ກັນ​ ​ກ່ຽວ​ກັບການ​ຮ່ວມ​ມື​ໂດຍ​ກົງ ​ທາງ​ທະຫານ​ຢູ່​ໃນ​ຊີ​ເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG