ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ກ່າວ​ວ່າ ​​ນີ້ແມ່ນ​ຊ່ວງ​ເວລາ​ສຳຄັນ ​​ໃນ​ການ​ເສີມ​ສ້າງ ​​ແຮງ​ກະ​ຕຸ້ນ ໃນ​ຊີເຣຍ


Syria Cease Fire
please wait
Embed

No media source currently available

0:00 0:01:55 0:00

ການຢຸດຍິງໃນຊີເຣຍ

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກ່າວ​ວ່າ ​ໃນອີກບໍ່​ເທົ່າ​ໃດ​ມື້ ຕໍ່ໜ້າ​ນີ້ ຈະ​ເປັນ​ຊ່ວງ​ເວລາ​ສຳຄັນ
ໃນ​ການ​ເສີມ​ສ້າງແຮງ​ກະ​ຕຸ້ນ ເພື່ອ​ກ້າວ​ໄປ​ສູ່​ເປົ້າໝາຍ
“ຂອງ​ການ​ຫຼຸດຜ່ອນບັນຫາ​ຂັດ​ແຍ້​ງທີ່​ດຳ​ເນີນ​ມາ​ເປັນ​ເວລາ
5 ປີ ​ຢູ່ໃນ​ຊິ​ເຣຍ.”

ທ່ານ​ໄດ້​ກ່າວຕໍ່​ບັນດາ​ພວກ​ນັກ​ຂ່າວ ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ​
ໃນ​ນະຄອນຫຼວງ​ວໍ​ຊີງ​ຕັນ ໃນ​ຂະນະ​ທີ່ ຊິ​ເຣຍ ກຳລັງ​ຢ່າງ​ກ້າວ​
ເຂົ້າ ເຂົ້າສູ່​ວັນ​ທີ 4 ​ໃນ​ການ​ຍຸດຕິ​ການ​ເປັນ​ປໍ​ລະ​ປັກ ທີ່​ຮວມທັງ
ພວກຕໍ່ສູ້​ທີ່​ສະໜັບສະ​ໜຸນ​ຝ່າຍ​ລັດຖະບານ​ ​ແລະ​ກອງ​ກຳລັງ​
ຕໍ່ຕ້ານ ​ແຕ່​ບໍ່​ຮວມ​ເອົາກຸ່ມ​ລັດ​ອິສລາມ ຫຼື​ ກຸ່ມ Jabhat al-
Nusra
ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida.

ທ່ານ Kerry ​ໄດ້ກ່າວ​ວ່າ ທ່ານ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊ​ຍ ທ່ານ Sergei Lavrov ​ເຫັນ​ພ້ອມ​ນຳ​ກັນ​ທີ່​ວ່າ ​ໄດ້​ມີ​ການລະ​ເມີດ​ຈຳນວນ​ນຶ່ງ​ເກີດ​ຂຶ້ນ ນັບ​ຕັ້ງ​ແຕ່ການຢຸດ​ຍິງ​ເລີ້ມ ຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແຕ່​ວ່າ​ພວກ​ທ່ານບໍ່​ຕ້ອງການຍົກ​ເອົາ​ຂຶ້ນມາ​ເວົ້າ ຢ່າງ​ເປັນ​ການ​ເປີດ​ເຜີຍ. ​ແຕ່​ແທນ​ທີ່ ພວກ​ທ່ານຈະ​ກາງ​ຕໍ່​ຄະນະ​ກຳມະການທີ່​ນຳພາ​ໂດຍປະ​ເທດ​ທັງ​ສອງ​ ທີ່​ຈະ​ທຳ​ການ​ສືບສວນ​ສອບ​ສວນ ​ໃນ​ທຸກໆກໍລະນີ​ທີ່​ໄດ້ຖືກລາຍ​ງານ ກ່ຽວ​ກັບ​ການລະ​ເມີດ​ ​ແລະ​ສົ່ງ​ເສີມ​ໃຫ້​ມີ​ການປະຕິບັດ​ຕາມ​ດ້ວຍ​ການ​ຢຸດ​ຍິງ.

Next Few Days Critical to Success of Syrian Cease-Fire
please wait

No media source currently available

0:00 0:01:46 0:00

ທ່ານ Kerry ​ໄດ້ກ່າວ​ວ່າ “ມັນ​ເປັນ​ການຍາກ​ລຳບາກ​ຫຼາຍ ​ແຕ່​ວ່າ ຄວາ​ມຈິງ​ແລ້ວ​ພວກ​ເຮົາ​ແມ່ນ​ຕ້ອງ​ໄດ້​ຍຸຕິວົງ​ຈອນ​ຂອງການ​ສູ້​ລົບແລະ​ການ​ນອງ​ເລືອດ​ທີ່​ທຳລາຍ​ຊິ​ເຣຍ. ນັ້ນ​ລະ​ເປັນ​ການ​ງ່າຍ.”

ຄະນະ​ກຳມະການ​ທີ່​ຕິດຕາມ​ເບິ່ງການຢຸດ​ຍິງ ​ໄດ້​ພົບ​ປະກັນ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ທ່ານ Kerry ​ໄດ້​ກ່າວ​ວ່າ ຍັງ​ຈະ​ສືບ​ຕໍ່​ມີ​ການ​ປະຊຸມ​ກັນ ຢູ່​ເປັນ​ປະຈຳ.

​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຍັງ​ໄດ້ກ່າວວ່າ ເຖິງ​ແມ່ນວ່າ​ “ໄດ້​ມີເຫດ​ຮ້າຍ​ຈຳນວນ​ນຶ່ງ” ​ເກີດ​ຂຶ້ນ​ກໍ່ຕາມ ​ແຕ່​ວ່າການ​ຢຸດ​ຕິ​ການເປັນ​ປໍ​ລະ​ປັກ​ຕໍ່​ກັນ​ນັ້ນ ​ຍັງໄດ້​ຮັບ​ການ​ເຄົາລົບ​ຢູ່​ຕໍ່​ມາ.

ລັດຖະມົນຕີ​ປ້ອງ​ກັນປະ​ເທດສະຫະລັດ ທ່ານ Ash Carter ໄດ້ກ່າວວ່າ “ຖ້າຫາກວ່າ ໄດ້ມີ
ການເຄົາລົບກັນຢ່າງເໝາະສົມ ຕໍ່ ການຢຸດຍິງ​ແລ້ວ ມັນ​ກໍຈະນຳໄປສູ່ການຫຼຸດຜ່ອນຄວາມ
ຮຸນແຮງລົງ.”

XS
SM
MD
LG