ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ແລະ ທ່ານ Moniz ກັບຄືນໄປ ສະພາອີກ ເພື່ອຊຸກ​ຍູ້ ຂໍ້ຕົກລົງ ນິວເຄລຍ ກັບ ອີຣ່ານ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ໃຫ້ການ ກ່ຽວກັບຂໍ້ຕົກລົງນິວເຄລຍອີຣ່ານ ຕໍ່ຄະນະກຳມະການ ສະພາສູງ.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ໃຫ້ການ ກ່ຽວກັບຂໍ້ຕົກລົງນິວເຄລຍອີຣ່ານ ຕໍ່ຄະນະກຳມະການ ສະພາສູງ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ແລະ
ລັດຖະມົນຕີ ພະລັງງານ ທ່ານ Ernest Moniz ຈະໄປ​ປາກົດ
ຕົວ ຕໍ່ໜ້າຄະນະ​ກຳມະການ ສະພາ​ສູງອີກ​ໃນ​ວັນ​ອັງຄານມື້​ນີ້​
ໃນ​ຂະນະ​ທີ່​ພວກທ່ານ​ດຳ​ເນີນ​ຄວາມ​ພະຍາ​ຍາມ ເພື່ອຊອກ
​ຫາ​ການ​ສະໜັບສະໜູນ​ຈາກບັນດາ​ສະມາຊິກສະພາ ທີ່​ຍັງມີ
ຄວາມ​ລັງ​ເລ​ໃຈ ​ໃນ​ການ​ທົບ​ທວນເບິ່ງ​ຂໍ້​ຕົກລົງນິວ​ເຄລຍສາ
ກົນ ກັບ​ອີຣ່ານ.

ລັດຖະສະພາມີ​ເວລາເຫລືອຢູ່​ປະມານເຈັດ​ອາທິດ ຂອງໄລຍະ
60 ມື້ ກວດ​ເບິ່ງ​ຂໍ້​ຕົກລົງ ທີ່​ຈຳກັດໂຄ​ງການ​ນິວ​ເຄລຍຂອງອີ
ຣ່ານ ເພື່ອເປັນການ​ແລກປ່ຽນ​ກັບ ການບັນ​ເທົາ​ການ​ລົງ​ໂທດ
​ຕໍ່ເສດຖະກິດ​ທີ່​ໄດ້ສ້າງ​ຄວາ​ມເສຍ​ຫາຍຢ່າງຮ້າຍແຮງ. ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​
ຊາດ​ ໄດ້​ໃຫ້ການອະນຸມັດ ຕໍ່ເງື່ອນໄຂຕ່າງໆ ຂອງ​ຂໍ້​ຕົກລົງໃນອາທິດ​ແລ້ວ​ນີ້ໂດຍຕັັ້ງກຳ
ນົດ​ເວລາທີ່​ອາດ​ຈະ​ເຫັນ​ການ​ລົງໂທດ ​ຖືກ​ຍົກເລີກພາຍ​ໃນ​ທ້າຍ​ປີ​ນີ້.

ທ່ານ Kerry ​ແລະ ທ່ານ Moniz ​ທີ່​ໄດ້​ພົບ​ປະຊຳ້ແລ້ວ​ຊຳ້ອີກ ກັບ​ບັ​ນດາ​ເຈົ້າ​ໜ້າ​ທີ່​ອີຣ່ານ
ໃນ​ຕົ້ນ​ເດືອນ​ນີ້ ເພື່ອຊອກ​ຫາ​ຊ່ອງທາງໃຫ້ບັນລຸຂໍ້​ຕົກລົງ ທີ່​ມີ​ມາ ດົນນານ​ແລ້ວນັ້ນຈະ​
ລາຍ​ງານ​ຕໍ່​ຄະນະ​ກຳມະ​ການກິດຈະການ​ຕ່າງປະ​ເທດຂອງ ສະພາຕ່ຳ ພ້ອມ​ດ້ວຍລັດຖະ
ມົນຕີ​ການເງິນ ທ່ານ Jacob Lew.

ລັດຖະມົມນຕີທັງ​ສາມ​ທ່ານ ​ໄດ້​ເຂົ້າ​ຮ່ວມ​ຮັບ​ຟັງຄຳໃຫ້ການທີ່​ຄ້າຍຄື​ກັນນີ້ ຕໍ່ຄະນະ​ກຳມະ
ການ​ຄວາມສຳພັນຕ່າງປະເທດຂອງສະພາ​ສູງ​ໃນອາທິດ​ແລ້ວ​ນີ້ ບ່ອນ​ທີ່ທ່ານ Kerry ກ່າວ
​ວ່າ ການປະຕິ​ເສດ​ຕໍ່ຂໍ້​ຕົກລົງຈະເປັນການອ່ວຍ​ໜ້າ​ໜີຈາກ ​ໂອ​ກາດ​ອັນ​ດີ​ເລີດ ​ເພື່ອ​ແກ້​ໄຂ
​ບັນ​ຫາ​ກິດຈະການ​ນິວ​ເຄລຍຂອງອີຣ່ານຢ່າງ​ສັນຕິ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່​ຈະ​ໃຊ້ສິດຍັບ
​ຢັ້ງ ຕໍ່​ມາດຕະການປະຕິ​ເສດໃດໆກໍຕາມ ຂອງ​ລັດຖະສະພາ ຊຶ່ງ​ໝາຍເຖິງສະພາ​ຕໍ່າ ​ ແລະ
​ສະພາ​ສູງ ​ແລະ​ສະພາ​ສູງ​ຈຳເປັນຕ້ອງໄດ້ຮັບການສະ ໜັບສະໜູນສອງ​ສ່ວນ​ສາມ ​ເພື່ອຈະ
​ເອົາຊະນະປະທານາທິບໍດີໄດ້ ​ແລະ​ປະຕິ​ເສດຕໍ່ການ​ຍົກ​ເລິກການ​ລົງ​ໂທດ​ຂອງ​ສະພາ.

​ການ​ລົງ​ໂທດ​ເຫລົ່ານັ້ນ ພ້ອມ​ກັບການລົງໂທດຂອງສະຫະ​ປະຊາ​ຊາດ ​ແລະ​ສະ ຫະພາບ
​ຢູ​ໂຣບ ​ມີ​ຂື້ນ​ເພື່ອເປັນ​ການ​ຕອບ​ໂຕ້​ຕໍ່ການ​ກ່າວ​ຫາວ່າ ອີຣ່ານ ​ໄດ້​ໃຊ້​ເທັກໂນ​ໂລ​ຈີ​ນິ​ວ
ເຄລຍ ​ເພື່ອ​ຊອກ​ຫາ​ທາງ​ສ້າງ​ອາວຸດ​ນິວ​ເຄລຍ ​ແລະໄດ້​ສ້າງ ຄວາມ​ເສຍຫາຍຢ່າງຮ້າຍ
ແຮງຕໍ່​ເສດຖະກິດ​ຂອງ​ປະ​ເທ​ດ.

ອີຣ່ານ ​ໄດ້​ປະຕິ​ເສດຕໍ່​ການ​ກ່າວ​ຫາ​ຕ່າງໆ ​ແລະ​ຢືນຢັດ​ວ່າ ​ໂຄ​ງການ​ນິວ​ເຄລຍ ​ຂອງຕົນ
ມີຈຸດປະສົງໃນທາງສັນຕິ. ອີຣ່ານໄດ້​ຊອກ​ຫາຊ່ອງທາງເພື່ອໃຫ້​ຍົກ​ເລີກ ການລົງ​ໂທດ ທີ່
​ເປັນ​ອົງປະກອບທີ່ສຳຄັນຂອງ​ຂໍ້​ຕົກລົງ ​ເພື່ອຈຳກັດ​ກິດຈະການ​ກັ່ນທາດຢູເຣນຽມ ​ແລະ
ອະນຸຍາດໃຫ້ສະຫະປະຊາຊາດເຂົ້າໄປກວດກາເບິ່ງສະ ຖານທີ່​ນິວ​ເຄລຍຂອງຕົນ.

Iran Nuclear Pact Wins Few New US Congressional Backers
please wait

No media source currently available

0:00 0:02:07 0:00

XS
SM
MD
LG