ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ພະຍາຍາມ ສ້າງຕັ້ງແນວໂຮມ ຕ້ານກະບົດ ລັດອິສລາມ (ສະໄລດ໌/ວີດີໂອ)


ພວກຫົວຮຸນແຮງ ຈາກກຸ່ມລັດອິສລາມ ກຳລັງແຫ່ຂະບວນ ໄປຕາມທາງ ຢູ່ໃນເມືອງ Raqqa ທາງພາກເໜືອຂອງຊີເຣຍ.
ພວກຫົວຮຸນແຮງ ຈາກກຸ່ມລັດອິສລາມ ກຳລັງແຫ່ຂະບວນ ໄປຕາມທາງ ຢູ່ໃນເມືອງ Raqqa ທາງພາກເໜືອຂອງຊີເຣຍ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກຳ​ລັງ
​ເດີນທາງໄປ​ຍັງພາກ​ຕາ​ເວັນ​ອອກ​ກາງ ​ໃນ​ວັນ​ອັງຄານ​ມື້​ນີ້ ບ່ອນ​
ທີ່​ທ່ານ​ຈະ​ປຶກສາ​ຫາລື​ ກ່ຽວກັບສະຖານະ​ການ ​ຢູ່​ໃນ​ອີຣັກ ​ແລະ
ການ​ຂົ່ມຂູ່​ຂອງ​ພວກ​ຫົວ​ຮຸນແຮງ​ລັດ​ອິສລາມ.

ທ່ານ​ມີ​ກຳນົດ​ ຈະ​ພົບ​ກັບ​ບັນດາ​ເຈົ້າໜ້າ​ທີ່​ໃນ​ຈໍ​ແດັນ ແລະຊາ​ອຸ​
ດີ ອາຣາ​ເບຍ ​ແລະ​ຍັງຈະປຶກສາຫາລື ກັບ​ພັນທະ​ມິດ​ອື່ນໆ ລະ
ຫວ່າງ​ການ​ເດີນທາງ​ໃນ​ຄັ້ງນີ້.

ຢູ່​ໃນ​ຄຳ​ຖະ​ແຫລ​ງ​ເມື່ອຕອນ​ຄ່ຳ​ຂອງ​ວັນ​ຈັນ​ວານ​ນີ້ ທ່ານ Kerry
ກ່າວ​ວ່າ ທ່ານ​ພະຍາຍາມ​ທີ່​ຈະ​ສ້າງຕັ້ງ “ແນວ​ໂຮມ​ທີ່​ກວ້າງ
ຂວາງ​ທີ່ສຸດເທົ່າ ທີ່​ອາດ​ເປັນ​ໄປ​ໄດ້”
​ເພື່ອ​ຈະ​ປະ​ເຊີນ​ໜ້າ​ກັບພວກ​ກຸ່ມ​ລັດ​ອິສລາມແລະ ​ປາບ​ປາມພວກເຂົາໃຫ້ສິ້ນຊາກໃນທີ່ສຸດ.



ທ່ານ Kerry ​ເວົ້າວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາ​ສ້າງຕັ້ງ ແນວໂຮມ​ຂຶ້ນນີ້ ຂ້າພະ​ເຈົ້າ
ຢາກເນັ້ນໃຫ້​ເຫັນ​ວ່າ ​ເກືອບ​ທຸກໆ​ປະ​ເທດຢູ່​ໃນ​ໂລກ​ນີ້ ​ແມ່ນ​ມີ​ບົດບາດ​ເຂົ້າຮ່ວມ
ໃນ​ການ​ກຳຈັດໄພຂົ່ມຂູ່ຂອງ​ກຸ່ມຫົວຮຸນແຮງ ISIL ​ແລະຄວາມ​ຊົ່ວ​ຮ້າຍ​ທີ່​ພວກ​
ເຂົາ​ເປັນ​ຕົວ​ແທນນັ້ນ. ສຳ​ຫຼັບ​ບາງປະເທດແລ້ວ ​ແມ່ນ​ຈະໝາຍເຖິງການ​ຊ່ວຍ​
ເຫຼືອທາງ​ດ້ານ​ທະຫານລວມທັງ​ການຊ່ວຍເຫຼືອໂດຍ​ກົງ ​ແລະ​ໃນ​ແບບ​ຂອງ​ການ​
ເຝິກຊ້ອມ ການ​ຕິດ​ອາວຸດ​ໃຫ້ແລະ​ການ​ໃຫ້ຄຳແນະ​ນຳ ​ຕະຫຼອດທັງການ​ໃຫ້​
ອຸປະ​ກອນ​. ສຳ​ຫລັບ​ບາງປະເທດນັ້ນ ຈະ​ໝາຍເຖິງການປະກອບ​ສ່ວນເຂົ້າ​ໃນ
ຄວາມ​ພະຍາຍາມ​ໃຫ້ການ​ບັນ​ເທົາ​ທຸກ ທີ່ມີ​ຄວາມ​ຕ້ອງການ ຢ່າງຮີບ​ດ່ວນ​ທີ່​
ສຸດນັ້ນ.”

ທ່ານກ່າວ​ຕື່ມ​ວ່າ ການ​ຊ່ວຍ​ເຫຼືອ​ຕ່າງໆ ແມ່ນຈະພົວ​ພັນ​ກັບ​ການ​ຕັດ​ການໃຫ້ເງິນສະໜັບ
ສະໜຸນ​ພວກ​ຫົວຮຸນແຮງ ການ​ສະກັດ​ກັ້ນ​ບໍ່ໃຫ້ ພວກນັກລົບ​ຕ່າງ​ຊາດໄປຮ່ວມ ​ແລະການ
​ຕໍ່ຕ້ານ​ການໂຄສະນາ​ຊວນ​ເຊື່ອ.

ພ້ອມນີ້ ທ່ານ Kerry ຍັງ​ໄດ້​ກ່າວຍົກຍ້ອງ ສະພາ​ແຫ່ງ​ຊາດ​ຂອງ​ອີຣັກ ໃນ​ການ​ຮັບຮອງ​
ເອົາ​ລັດຖະບານ​ສາມັກຄີຊາດຊຸດໃໝ່ ໂດຍ​ຮ້ອງ​ບາດ​ກ້າວ​ດັ່ງກ່າວ​ນີ້ວ່າ ​ເປັນ​ຂີດ​ໝາຍ​
ສຳຄັນສຳຫລັບ​ອີຣັກ ​ແລະ ​“​ເປັນທີ່ ສຳ​ຄັນ” ​ໃນການດຳເນີນ​ພະຍາຍາມ​ຂອງ​ສະຫະ
ລັດ​ເພື່ອ​ຕໍ່​ຕ້າ​ນພວກ ຫົວຮຸນແຮງລັດ​ອິສລາມ.

IRAQ SOTVO
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG