ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ພົບກັບ ປະທານາທິບໍດີ Hamid Kazai ເປັນຄັ້ງທີ 2


ລັດຖະມົນຕີການຕ່າງປະເທດ ທ່ານ John Kerry (ຂວາ) ໄປພົບປະ ເປັນຄັ້ງທີ 2 ກັບປະທານາທິບໍດີ Hamid Kazai ທີ່ທໍານຽບປະທານາທິບໍດີ
ລັດຖະມົນຕີການຕ່າງປະເທດ ທ່ານ John Kerry (ຂວາ) ໄປພົບປະ ເປັນຄັ້ງທີ 2 ກັບປະທານາທິບໍດີ Hamid Kazai ທີ່ທໍານຽບປະທານາທິບໍດີ
ລັດຖະມົນຕີ​ຕ່າງປ​ະ​ເທດສະຫະລັດ ທ່ານ John Kerry ​ແລະ
ປະທານາທິບໍດີ ອັຟກາ​ນິສຖານ ທ່ານ Hamid Karzai ​ໄດ້
ເຈລະຈາ​ຫາລືກັນ​ເປັນມື້​ທີສອງ​ທີ່ນະຄອນຫຼວງ Kabul ​ໃນ​ວັນ
​ເສົາມື້ນີ້ ​ເພື່ອຫາ​ທາງ​ແກ້ ໄຂ​ຂໍ້​ຂັດ​ແຍ້​ງ ​ໃນ​ການ​ຕົກລົງ​ເລື່ອງ
ຄວາ​ມປອດ​ໄພ ​ກ່ຽວກັບ​ອະນາ​ຄົດ ຂອງກຳລັງ​ທະຫານສະ
ຫະລັດ ຢູ່​ໃນປະ​ເທດດັ່ງກ່າວ.

ທ່ານ Kerry ​ໄດ້​ເດີນ​ທາງ​ໄປອັ​ຟກາ​ນິສຖານ​ໃນ​ວັນ​ສຸກ​ວານ​ນີ້
ໃນ​ການ ຢ້ຽມຢາມ ​ທີ່ບໍ່​ໄດ້​ມີ​ການປະກາດ​ໃຫ້​ຊາບ​ລ່ວງ​ໜ້າ ​ໃນ​
ຄວາມຫວັງ​ເພື່ອ ຢາກ​ສ້າງ​ຄວາມ​ຄືບໜ້າຕໍ່​ການ​ເຈລະຈາກ່ຽວ​
ກັບ​ຂໍ້​ຕົກລົງນີ້. ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ ໃນ​ນະຄອນ
Kabul ກ່າວວ່າ ​ໄດ້ມີຄວາມຄືບໜ້າຈໍາ ນວນ​ນຶ່ງ​.

ປະ​ເທດ​ທັງ​ສອງ​ພະຍາຍາມ​ທີ່​ຈະບັນລຸ​ຂໍ້​ຕົກລົງ ​ໃນ​ທ້າຍ​ເດືອນ
​ຕຸລາ ທີ່​ຈະ​ອະນຸ​ຍາດ​ໃຫ້ກໍາລັງທະຫານສະຫະລັດ ຢູ່​ໃນອັຟກາ
ນິສຖານໄດ້ ຫຼັງ​ຈາກ​ການປະຕິບັດ​ງານທາງ​ທະຫານ ພາຍ​ໃຕ້​
ການ​ນໍາພາ​ຂອງ​ອົງການ NATO ​ສີ້​ນສຸດ​ລົງ​ໃນ​ທ້າຍ​ປີໜ້າ.

ກຸງ​ວໍ​ຊິງ​ຕັນ ​ແລະກາ​ບູລ ​ໄດ້ເຈລະຈາ​ຫາລືກັນມາ​ເປັນ​ເວລາກວ່າ​ນຶ່ງ​ປີ​ແລ້ວ. ການເຈ
ລະຈາ​ໄດ້​ຢຸດ​ສະງັກລົງຍ້ອນ​ບັນຫາ​ອະທິປະ​ໄຕ​ຂອງ​ອັຟ ກາ​ນິສຖານ ບົດບາດ​ທີ່​ຄາດ​ວ່າ​ກຳລັງ​ສະຫະລັດ​ຈະ​ເອົາ ​ແລະ​ການ​ຮຽກ ຮ້ອງ​ຂອງທ່ານ Kazai ​ທີ່​ຢາກ ໃຫ້ສະຫະ
ລັດຄໍ້າປະກັນຕໍ່​ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ​ ໃນ​ອະນາ​ຄົດ.

ຖ້າ​ຫາກ​ວ່າບໍ່​ມີ​ການ​ຕົກລົງ​ກັນ​ໄດ້ ກໍາລັງ​ທະຫານສະຫະລັດກໍຈະ​ຖອນ ອອກ​ໄປ ພາຍ​ໃນທ້າຍປີ 2014.
XS
SM
MD
LG