ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ຈະພົບປະ ກັບທ່ານ Lavrov ຢູ່ນອກ ກອງປະຊຸມອາຊ່ຽນ ທີ່ ສປປ ລາວ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov,
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov,

ໂດຍ​ທີ່ວັນ​ທີ 1 ​ສິງຫາ​ຊຶ່ງ​ເປັນ​ເປົ້າ​ໝາຍ​ໃນການໂອນ​ອຳນາດ​ທາງ​ການ​ເມືອງ​ໃນ​ຊີເຣຍ ກຳລັງ​ຫຍັບ​ໃກ້​ເຂົ້າ​ມາ​ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ຈຶ່ງ​ພວມ ກະກຽມ​ທີ່​ຈະ​ພົບ​ປະ​ ກັບລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ຢູ່​ນອກ​ກອງ​ປະ​ຊຸມ ສະມາຄົມ​ບັນດາ​ປະ​ເທດ​ຊາດ​ໃນ​ເຂ​ດ​ເອ​ເຊຍ​ອາຄະ​ເນຫຼືອາ​ຊ່ຽນທີ່ນະຄອນ ຫຼວງ​ວຽງ​ຈັນ ປະ​ເທດລາວ ໃນ​ຕົ້ນ​ອາທິດ​ໜ້າ.

ທ່ານ Kerry ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ການ​ພົບ​ປະ​ຂອງ​ພວກ​ເຮົາ ​ຄັ້ງ​ຕໍ່​ ໄປຈະ​ຢູ່​ນອກ​ກອງ​ປະຊຸມ​ໃນ​ເຂດ​ເອ​ເຊຍ. ຂ້າພະ​ເຈົ້າ​ຈະ​ພົບ​ກັບ​ທ່ານຢູ້​ເອເຊຍ​.”

​ໃນ​ຕົ້ນ​ອາທິດ​ນີ້ ທ່ານ Kerry ກ່າວວ່າ ສະຫະລັດ ​ແລະຣັດ​ເຊຍ ​ໄດ້​ວາງ​ແຜນ “​ເອົາບາດ​ກ້າວ​ອັນ​ໜັກ​ແໜ້ນ” ​ໃນ​ທິດ​ທາງ​ທີ່​ພວກ​ທ່ານຈະ​ປະຕິບັດ​ຢູ່່​ໃນ​ຊີ​ເຣຍ.

ທ່ານ Kerry ​ໄດ້​ກ່າວ​ເພີ້ມອີກ​ວ່າ “ພວກ​ເຮົາ​ຈະ​ທົດ​ລອງ​ເລື້ອງ​ນີ້​ຢ່າງ​ລະມັດລະວັງ ບໍ່​ແມ່ນ ອີງ​ຕາມ​ຄວາມ​ໄວ້ເນື້ອ​ເຊື່ອ​ໃຈ​ແຕ່ອີງ​ຕາມ​ບາດກ້າວທີ່​ສະ​ເພາະ​ເຈາະ​ຈົງ ​ແລະ​ພວກ​ເຮົາ​ກຳລັງ​ໂອ້​ລົມ​ກັນກ່ຽວ​ກັບ​ບັນດາບາດກ້າວ​ເຫລົ່າ​ນັ້ນ. ​ແລະ​ໃນ ປັດຈຸບັນ ມັນ​ກຳລັງ​ດຳ​ເນີນ​ໄປ​ໃນ​ທາງ​ທີ່ສ້າງ​ສັນ ​ແລະ​ດ້ວຍ​ຄວາມ​ຄືບໜ້າ.

​ບາດກ້າວ​ເຫລົ່າ​ນັ້ນ​ແມ່ນ​ຮວມທັງເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຢຸດ​ຍິງ ​ແລະເພີ້ິ້ມການ​ສູ້​ລົບ​ຕ້ານ​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ​ຕະຫຼອດທັງ​ກຸ່ມ Al-Nusra.

ບັນດາ​ລາຍ​ງານ​ຕ່າງໆ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ວໍ​ຊິງ​ຕັນ​ໄດ້​ສົ່ງ​ຂໍ້​ສະ​ເໜີໄປ​ຍັງ​ມົສກູ ​ເພື່ອ​ແບ່ງປັນຂໍ້​ມູນ​ກ່ຽວ​ກັບ​ເປົ້າ​ໝາຍ​ທີ່ສະ​ເພາະ​ເຈາະ​ຈົງ ​ໃນ​ການໂຈມ​ຕີ​ຢູ່​ໃນ​ຊີ​ເຣຍ. ​ແຜນ​ດັ່ງກ່າວ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຄັດຄ້ານ ຈາກທຳນຽບຫ້າ​ແຈ ​ແລະ​ປະຊາ​ຄົມ​ສືບລັບ.

ພວກ​ຄັດ​ຄ້ານ​ກ່າວ​ວ່າ ສະຫະລັດ ບໍ່​ໄດ້​ຮ້ອງ​ຂໍ​ເອົາ​ຂໍ້​ມູນຈາກຣັດ​ເຊຍ​ເພື່ອ​ເປັນ​ການ​ແລກ ປ່ຽນ ​ແລະ​ເຂົາ​ເຈົ້າ​ໄດ້​ກ່າວ​ຢ້ຳ​ວ່າ ມົສກູ​ໃນ​ທີ່​ສຸດກໍ​ຈະ​ສວຍ​ໃຊ້​ຂໍ້​ຕົກ ລົງໃດໆ​ກໍ​ຕາມ ເພື່ອເສີມຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ຊີ​ເຣຍໃນ​ຂະນະ​ທີ່​ເຮັດ​ໃຫ້​ພວກ​ນັກ​ລົບ​ຕໍ່ຕ້ານ​ລັດຖະບານຊີ​ເຣຍ ອ່ອນແອ​ລົງ.

ທ່ານ Kerry ກ່າວ​ວ່າ “​ແຕ່​ວ່າ​ນັ້ນ​ເປັນ​ໜ້າ​ຢາກຫົວ. ມັນ​ບໍ່ເປັນ​ຄວາມ​ຈິງ ຂ້າ ພະ​ເຈົ້າ​ໝາຍ​ຄວາມ​ວ່່າ ທ່ານ​ຄິດ​ວ່າການໃສ່​ໂທດ Assad ບໍ່ເປັນ​ການ​ຮຽກຮ້ອງ ​ເອົາ​ສິ່ງ​ໃດ​ສິ່ງ​ນຶ່ງ​ຄືນ​ມາ​ບໍ?

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG