ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Kerry ກ່າວວ່າ ອິສຣາແອລ ກຳລັງມຸ່ງ ໜ້າໄປສູ່ສະຖານທີ່ອັນຕະລາຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຄຳປາໄສ ໃນກອງປະຊຸມ Saban ທີ່ນະຄອນຫຼວງ ວໍຊິງຕັນ. 7 ທັນວາ, 2014.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຄຳປາໄສ ໃນກອງປະຊຸມ Saban ທີ່ນະຄອນຫຼວງ ວໍຊິງຕັນ. 7 ທັນວາ, 2014.

ການກ່າວຄຳປາໄສໂດຍລັດຖະມົນຕີການຕ່າງປະເທດ ສະຫະລັດ ໃນວັນອາທິວານນີ້ ໄດ້ ຖືກຕີຄວາມໝາຍຢ່າງໄວວາ ໂດຍສື່ມວນຊົນ ອິສຣາແອລວ່າ ເປັນການວິຈານທີ່ຮຸນແຮງ ແລະ ບໍ່ມີການທູດ.

ຕໍ່ໜ້າຜູ້ເຂົ້າຟັງທີ່ສ່ວນໃຫຍ່ເປັນຜູ້ສະໜັບສະໜູນ ອິສຣາແອລ ໃນນະຄອນຫຼວງວໍຊິງຕັນ, ທ່ານ John Kerry ໄດ້ເຕືອນວ່າ ປະເທດ ຢິວ ແມ່ນ “ກຳລັງມຸ່ງໜ້າໄປສະຖານທີ່ແຫ່ງ ຄວາມອັນຕະລາຍ” ຍ້ອນນະໂຍບາຍຕໍ່ຊາວ ປາແລັສຕາຍ ຂອງລັດຖະບານຂອງພວກ ເຂົາເຈົ້າ.

ທ່ານ Kerry ໄດ້ຕອບ ຄຳຖາມຫຼາຍຂໍ້ຈາກພິທີກອນນັກຂ່າວຄົນໜຶ່ງ ແລະ ຫຼາຍຄົນຈາກ ບ່ອນຮັບຟັງ ທີ່ກອງປະຊຸມ Saban ປະຈຳປີຂອງສະຖາບັນ Brookings, ທີ່ໄດ້ອະທິບາຍ ເຖິງຂະບວນການສັນຕິພາບທີ່ໄດ້ຢຸດເຊົາມາດົນນານວ່າ “ກຳລັງເສື່ອມຖອຍລົງກວ່າ ເກົ່າ. ມັນກຳລັງເຄື່ອນໄປໃນທິດທາງທີ່ຜິດ.”

“ການດ່າທີ່ເຈັບປວດ” ແມ່ນວິທີທີ່ໜັງສືພິມອິດສະຫຼະ Times of Israel ໄດ້ອະທິບາຍ ກ່ຽວກັບ ຄຳປາໄສຂອງທ່ານໃນຫົວຂໍ້ພາດຂ່າວທາງອອນລາຍ.

ໃນຂະນະທີ່ທ່ານ Kerry ຍອມຮັບ ວ່າ ທ່ານຮັກຫອມ ອິສຣາແອລ ແຕ່ ກໍໄດ້ກ່າວວ່າ ໃນ ລະຫວ່າງການດຳລົງຕຳແໜ່ງຂອງທ່ານນັ້ນ, ທ່ານໄດ້ເຈລະຈາກັບນາຍົກລັດຖະມົນຕີ ທ່ານ Benjamin Netanyahu ຫຼາຍກວ່າ 375 ເທື່ອ ແລະ ໄດ້ທຳການຢ້ຽມຢາມປະເທດ ເຖິງ 40 ຄັ້ງ, ແຕ່ກໍໄດ້ເອີ້ນຄຳເຫັນເມື່ອບໍ່ດົນມານີ້ຂອງລັດຖະມົນຕີກະຊວງສຶກສາ ທ່ານ Nafttali Bennett ເຊິ່ງຊົມເຊີຍການສິ້ນສຸດຂອງການແກ້ໄຂບັນຫາຂອງສອງປະເທດວ່າ “ເປັນການລົບກວນຈິດໃຈຢ່າງແຮງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Kerry Israel
please wait
Embed

No media source currently available

0:00 0:03:32 0:00

XS
SM
MD
LG