ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອີຣ່ານ ສະຫະລັດ ແລະ ອີ​ຢູ ພົບປະກັນ ເປັນມື້ທີສອງ ທີ່ ໂອມານ


ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ (ຂວາ) ຈັບມືກັບ ທ່ານ Javad Zarif ລັດຖະມົນຕີຕ່າງປະເທດອີຣ່ານ (ຊ້າຍ) ຊ້ອງໜ້າທ່ານ Omani Yussef bin Alawi ລັດຖະມົນຕີຕ່າງປະເທດໂອມານ ແລະທ່ານ
ນາງ Catherine Ashton ທູດພິເສດສະຫະພາບຢູໂຣບ ທີ່ນະຄອນ Muscat, Oman, ວັນທີ 9 ພະຈິກ 2014.
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ (ຂວາ) ຈັບມືກັບ ທ່ານ Javad Zarif ລັດຖະມົນຕີຕ່າງປະເທດອີຣ່ານ (ຊ້າຍ) ຊ້ອງໜ້າທ່ານ Omani Yussef bin Alawi ລັດຖະມົນຕີຕ່າງປະເທດໂອມານ ແລະທ່ານ ນາງ Catherine Ashton ທູດພິເສດສະຫະພາບຢູໂຣບ ທີ່ນະຄອນ Muscat, Oman, ວັນທີ 9 ພະຈິກ 2014.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ທ່ານ Mohammad Javad Zarif ລັດຖະມົນຕີ​ຕ່າງປະ​
ເທດ​ອີຣ່ານ ​ແລະທ່ານ​ນາງ Catherine Ashton ຫົວໜ້າ
​ນະ​ໂຍບາຍ​ຕ່າງປະ​ເທດສະຫະພາບ​ຢູ​ໂຣບ ​ໄດ້​ເລີ້ມ​ການ​
ໂອ້​ລົມ​ສົນທະນາ​ກັນ​ເປັນ​ມື້​ທີ​ສອງ ທີ່​ປະ​ເທດ Oman ຂະນະ
​ທີ່​ວັນ​ເສັ້ນ​ຕາຍ​ສຳລັບ​ໃຫ້​ມີ​ການ​ບັນລຸ​ຂໍ້​ຕົກລົງ​ກັນ​ຢ່າງຮອບ
ດ້ານ​ວ່າ​ດ້ວຍ​ນີວ​ເຄລຍ​ກັບ​ອີຣ່ານຈະ​ໝົດ​ໄປນັ້ນ.

ການ​ໂອ້​ລົມ​ສົນທະນາ​ທີ່​ໄດ້​ຍືດອອກ​ມາ​ຮອດ​ວັນ​ຈັນມື້​ນີ້ ມີ​ຂຶ້ນ
​ຫຼັງ​ຈາກ​ພວກ​ທີ່​ມາ​ຮ່ວມ​ການ​ພົບ​ປະ​ຫາລື​ກັນ​ນີ້​ບາງ​ທ່ານ​ມີ​
ໝາຍ​ກຳນົດວ່າ​ຈະ​ອອກ​ຈາກ​ປະ​ເທດ​ໄປ​ແລ້ວ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ໃນ​ການ​ໃຫ້​ສຳພາດ​ທາງ​ໂທລະ​ພາບ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ ໝົດ​ທຸກ​ຝ່າຍ​ຍັງ​ຢູ່ຫ່າງ​ໄກ​ກັນ​ຫຼາຍ​ກ່ອນ​ຈະ​ບັນລຸ​ຂໍ້​ຕົກລົງ​ດ້ານ​ນີວ​ເຄລຍກັນ​ໄດ້ ກ່ອນ​ວັນ​ເສັ້ນ​ຕາຍ​ຈະ​ໝົດ​ລົງ​ໃນ​ທ້າຍ​ເດືອນ​ນີ້. ການ​ພົບ​ປະກັນ​ທີ່
Oman ​ເປັນໂອກາດ​ດີ​ທີ່​ສຸດ​ສຳລັບ​ລັດຖະບານ​ທ່ານ​ໂອບາ​ມາ ​ເພື່ອ​ຊຸກຍູ້​ໃຫ້​ມີ​ຂໍ້​ຕົກລົງ​
ກັນ​ດ້ານ​ນີວ​ເຄລຍກັບ​ອີຣ່ານ ກ່ອນ​ພວກ​ສະມາຊິກ​ພັກ Republican ທີ່​ມີ​ຄວາ​ມສົງ​ໄສ
ກັນວ່າ​ຈະ ​ເຂົ້າ​ຄອບ​ຄອງລັດຖະສະພາ​ໃນ​ປີ​ຕໍ່ໜ້າ​ນີ້.

​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ງກ່ອນ​ເດີນທາງ​ອອກ​ຈາກປັກ​ກິ່ງ​ໃນ​ວັນ​ເສົາ​ມື້ກ່ອນ​ນີ້ ທ່ານ Kerry ​ໄດ້​ກ່າວ​ເຊັ່ນ​ກັນ​ວ່າ “ມີ​ຊ່ອງ​ຫວ່າງ​ຢ່າງ​ແທ້​ຈິງ​ຫຼວງ​ຫຼາຍ​ຢູ່” ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ກັບ​ອີຣ່ານກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ. ນອກ​ນັ້ນ​ທ່ານ​ຍັງ​ໄດ້​ກ່າວ​ເນັ້ນ​ເຊັ່ນ​ກັນ​ວ່າ ການ​ເຈລະຈາ​ດ້ານ​ນີວ​ເຄລຍກັນ​ນີ້ ​ແມ່ນ​ແຍກ​ອອກ​ຈາກ​ເລື້ອງ​ອື່ນໆ ຮວມທັງ​ການ​ຮ່ວມ​ໄມ້​ຮ່ວມ​ມື​ທີ່​ເປັນ​ໄປ​ໄດ້​ກັບ​ອີຣ່ານ ​ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ​ນັ້ນ.

ທ່ານ Zarif ທີ່​ໄດ້​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ເຊັ່ນ​ກັນ ກ່ອນ​ການ​ພົບ​ປະກັນ​ນີ້ກ່າວ​ວ່າ ການ​ລົງ​ໂທດ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ວາງໃສ່​ອີຣ່ານນັ້ນ ຈະ​ບໍ່​ອຳ​ນວຍ​ໃຫ້​ມີ​ການ​ແກ້​ໄຂ​ກັນ​ໄດ້ ​ໃນ​ການ​ປະ​ເຊີນ​ໜ້າ​ກັນ​ກ່ຽວ​ກັບ​ໂຄງການນີວ​ເຄລຍຂອງ​ອີຣ່ານນີ້.

ທ່ານ Zarif ກ່າວ​ວ່າ ຄວາມ​ບໍ່​ລົງ​ຮອຍ​ກັນ​ຕ່າງໆ​ທີ່​ຍັງ​ມີ​ຢູ່ ​ກໍ​ຄືວ່າ ອີຣ່ານຈະ​ຫຼອມ​ທາດ​ຢູ​ເຣນຽມ​ຂອງ​ຕົນ​ໄດ້​ໜ້ອຍ​ຫຼາຍ​ສໍ່າ ໃດ ​ແລະ​ການລົງ​ໂທດຕໍ່​ອີຣ່ານຈະ​ຖືກ​ຍົກ​ເລີກ​ດ້ວຍ​ວິທີ
​ໃດ​.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ວ່າ ສະຫະລັດ​ແລະ​ພວກ​ປະ​ເທດ​ສະມາຊິກ P5 ບວກ 1 ທີ່​ປະກອບ​ດ້ວຍ​ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ສະຫະລັດ ​ແລະ​ເຢຍ
ຣະມັນ ​ໄດ້​ມອບ​ໂຄງ​ຮ່າງ​ສຳລັບ​ຂໍ້​ຕົກລົງ​ນີວ​ເຄລຍ ​ໃຫ້ແກ່ອີຣ່ານ​ແລ້ວ.

XS
SM
MD
LG