ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Kerry ເລັ່ງລັດ ການເຈລະຈາ ດ້ານນິວເຄລຍ ຢ່າງ ຂຸ້ນຂ້ຽວ ກັບອີຣ່ານ


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ພວມອອກຈາກພະລາຊະວັງ Coburg ບ່ອນທີ່ການເຈລະຈາ ແບບປິດລັບກັບອີຣ່ານ ມີຂຶ້ນຢູ່ນະຄອນວຽນນາ ປະເທດອອສເຕຣຍ (21 ພະຈິກ 2014)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ພວມອອກຈາກພະລາຊະວັງ Coburg ບ່ອນທີ່ການເຈລະຈາ ແບບປິດລັບກັບອີຣ່ານ ມີຂຶ້ນຢູ່ນະຄອນວຽນນາ ປະເທດອອສເຕຣຍ (21 ພະຈິກ 2014)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ພວມປຶກສາຫາລືທາງໂທລະສັບກັບພາຄີນາໆຊາດຂອງທ່ານ ແລະເພື່ອນຮ່ວມງານທີ່ວໍຊິງຕັນຂະນະທີ່ທ່ານກະກຽມເພື່ອທຳ ການເຈລະຈາແບບຂຸ້ນຂ້ຽວຮອບໃໝ່ຢູ່ອອສເຕຣຍ ກັບຄູ່ຕຳ
ແໜ່ງຝ່າຍອີຣ່ານໃນຂະນະທີ່ເສັ້ນຕາຍເພື່ອໃຫ້ບັນລຸການຕົກ
ລົງພວມຫຍັບໃກ້ເຂົ້າມາ.

ຫລັງຈາກນັ້ນ ໃນວັນເສົາມື້ນີ້ ທ່ານ Kerry ກໍຈະແຈ້ງໃຫ້ລັດ
ຖະມົນຕີການຕ່າງປະເທດເຢຍຣະມັນ ທ່ານ Frank-Walter
Steinmeier ຊາບກ່ຽວກັບຄວາມຄືບໜ້າໃນການເຈລະຈາ.

ທ່ານ Kerry ແລະລັດຖະມົນຕີຕ່າງປະເທດອີຣ່ານທ່ານ Mohammad Javad Zarif ໄດ້ ຕັດສິນໃຈຢູ່ທີ່ນະຄອນວຽນນາຕໍ່ໃນຄືນວັນສຸກວານນີ້ເພື່ອຊອກຫາທາງເຮັດເຮັດໃຫ້ຊ່ອງ ຫວ່າງໃນການເຈລະຈາແຄບເຂົ້າ ໃນຂະນະທີ່ເສັ້ນຕາຍເພື່ອໃຫ້ບັນລຸການຕົກລົງຍັງເຫຼືອ ອີກ 2 ມື້ເທົ່ານັ້ນ.

ທ່ານ Kerry ກ່າວວ່າ ສະຫະລັດ ແລະກຸ່ມພັນທະມິດ ຫ້າປະເທດມະຫາອຳນາດ ບວກນຶ່ງ ຫຼື P5+1 ທີ່ປະກອບດ້ວຍອັງກິດ ຈີນ ຝຣັ່ງ ເຢຍຣະມັນແລະຣັດເຊຍນັ້ນແມ່ນເພັ່ງເລັງໃສ່ ເສັ້ນຕາຍໃນວັນທີ 24 ພະຈິກ ແລະບໍ່ໄດ້ພິຈາລະນາກ່ຽວກັບເລື່ອງການຕໍ່ອາຍຸເທື່ອ.

ສ່ວນລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ກ່າວທີ່ນະຄອນຫຼວງ ມົສກູວ່າ ອົງປະກອບທຸກໆຢ່າງ ສຳຫລັບການຕົກລົງ ແມ່ນຢູ່ເທິງໂຕະແລ້ວ. ທ່ານເວົ້າວ່າ ຄະນະເຈລະຈາແມ່ນຈຳເປັນຕ້ອງໄດ້ທຳການຕັດສິນໃຈທາງການເມືອງເພື່ອໃຫ້ບັນລຸຜົນ ທີ່ມີຄວາມກ້ຳເກິ່ງແລະຫລີກເວັ້ນໃນອັນທີ່ທ່ານເອີ້ິນວ່າການຕໍ່ລອງໃນນາທີສຸດທ້າຍແບບ ບໍ່ມີເຫດຜົນກ່ຽວກັບບັນຫາຕ່າງໆນັ້ນ.

ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ Philip Hammond ກ່າວວ່າ ມັນແມ່ນອີຣ່ານ ທີ່ຕ້ອງການສະແດງອອກໃຫ້ເຫັນເຖິງການຕັດສິນໃຈທາງດ້ານການເມືອງ.

ຂໍ້ຕົກລົງທາງດ້ານນິວເຄລຍ ແມ່ນຈະຍົກເລີກບາງສ່ວນ ຂອງການລົງໂທດຕໍ່ອີຣ່ານ ເພື່ອ ເປັນການແລກປ່ຽນໃນການທີ່ອີຣ່ານໄດ້ຫລຸດການກັ່ນທາດຢູເຣນຽມຂອງຕົນລົງ.

ສະຫະລັດ ໄດ້ກ່າວຫາມາເປັນເວລາດົນນານແລ້ວວ່າ ອີຣ່ານພວມຊອກຫາຊ່ອງທາງເພື່ອ ສ້າງອາວຸດນິວເຄລຍຊຶ່ງເປັນຂໍ້ຫາທີ່ອີຣ່ານໄດ້ປະຕິເສດ. ອີຣ່ານຢືນຢັດວ່າ ໂຄງການນິວ ເຄລຍຂອງຕົນແມ່ນມີຈຸດປະສົງໃນທາງສັນຕິດ້ານພົນລະເຮືອນ.

IRAN NUCLEAR VO
please wait
Embed

No media source currently available

0:00 0:00:39 0:00

U.S. Secretary of State John Kerry is consulting over the telephone Saturday with his international partners and his colleagues in Washington as he prepares to enter another round of intense nuclear talks in Austria with his Iranian counterpart as an agreement deadline looms.

Later Saturday, Kerry will brief German Foreign Minister Frank-Walter Steinmeier on the progress of the talks.

Kerry and Iranian Foreign Minister Mohammad Javad Zarif decided to remain in Vienna overnight Friday as they try to narrow the gaps in the negotiations with a deadline just two days away.

Kerry has said the United States and its P5 Plus 1 allies - Britain, China, France, Germany and Russia - are focused on the November 24 deadline and are not considering an extension.

Russian Foreign Minister Sergei Lavrov said in Moscow all the elements for a deal are already "on the table."He said negotiators need the political will to reach a balanced result and avoid what he says is last-minute haggling over unrealistic issues.

British Foreign Secretary Philip Hammond says it is Iran that needs to show the political will.

A nuclear agreement would lift some sanctions against Iran in exchange for Iran curbing its uranium enrichment program.

The United States has long accused Iran of seeking to build a nuclear weapon - a charge Iran denies. It insists its nuclear program is for peaceful civilian purposes.

VOA State Department correspondent Scott Stearns says U.S. diplomatic activity indicates the Obama administration is preparing its Middle East allies- chiefly Turkey and Saudi Arabia - for the possibility of a deal.

U.S. Vice President Joe Biden is in Turkey for talks, while Kerry met Thursday with the foreign ministers of France and Saudi Arabia to discuss the negotiations on Iran's atomic program. U.S. President Barack Obama met with the Saudi National Guard minister in Washington earlier this past week.

XS
SM
MD
LG