ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະມົນຕີ ຕ່າງປະເທດ ສຫລ ທ່ານ John Kerry ກໍາລັງຢ້ຽມຢາມ ຫວຽດນາມ

ລມຕ ຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ໄດ້ຮັບການຕ້ອນຮັບ ຈາກບັນດາຄຸນພໍ່ ຂະນະທີ່ທ່ານໄປຮອດ ວັດ Notre Dame Cathedral ໃນນະຄອນ Ho Chi Minh City ເພື່ອຮ່ວມພິທີທາງສາສະໜາ, ວັນທີ 14 ທັນວາ 2013. REUTERS/Brian Snyder (VIETNAM - Tags: POLITICS RELIGION) - RTX16HRE

ລັດຖະມຸນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ກໍ​າລັງ
ຢ້ຽມ ຢາມ​ປະ​ເທດຫວຽດນາມ ​ເພື່ອພະຍາຍາມ​ປັບປຸງ​ສາຍ​ພົວ
ພັນ​ທາງ​ການ​ຄ້າ​ແລະຄວາມ​ໝັ້ນຄົງ ​ໃຫ້ໃກ້​ຊິດຍິ່ງ​ຂຶ້ນ ​ລະ
ຫວ່າງ​ ວໍ​ຊິງ​ຕັນກັບຮາໂນ່ຍ.

ທ່ານ Kerry ​ໄດ້​ເດີນທາ​ງ ມາ​ ເຖິງ​ນະຄອນ​ໂຮ​ຈີ​ມິນ ​ໃ​ນວັນ​ເສົາ
ມື້ນີ້. ທ່ານຈະ​ໃຊ້​ເວລາ​ນຶ່ງ​ມື້ ຢູ່​ໃນ​ເມືອງ ທີ່​ທ່ານເຄີຍຮູ້ຈັກໃນ​ສະ
​ໄໝສົງຄາມ​ຫວຽດນາມ​ ວ່າ ​ໄຊ​ງ່ອນ ກ່ອນ​ເດີນທາງ​ໄປຍັງ​ເມືອງ​
ຫລວງຮາໂນ່​ຍ ​ເປັນ​ເວລາ​ສາມ​ວັນ ເພື່ອສົນທະນາກັບ​ເຈົ້າ​ໜ້າ
​ທີ່​ຫວຽດນາມ​ ກ່ຽວ​ກັບ ຫລາຍໆ​ບັນຫາ ທີ່​ຈະ​ຮວມ​ທັງເລື້ອງ​ສິດທິ​ມະນຸດ.

ທ່ານ Kerry ​ເຄີຍ​ໄດ້​ຮັບໜ້າ​ທີ່​ເປັນ​ນາຍ​ທະຫານກອງ​ທັບ​ເຮືອ
ສະຫະລັດ ຢູ່​ໃນ​ຫວຽດນາມ​ໃຕ້ ​ໃນ​ປີ 1968 ​ແລະ​ໄ​ດ້ຢ້ຽມຢາມ
​ປະເທດດັ່ງກ່າວ 13 ​ເທື່ອ​ໃນ​ຕອນ​ທີ່​ທ່ານ​ເປັນຜູ້​ແທນ​ສະພາ​ສູງ
ສະຫະລັດ. ​ເທື່ອນີ້​ເປັນ​ຄັ້ງ​ທໍາ​ອິດ​ ທີ່​ທ່ານ​ໄປ​ຫວຽດນາມໃນ​ນາມ​
ນັກ​ການ​ທູດ​ສຸງສຸດ​ຂອງສະຫະລັດ.

ຈາກ ຫວຽດນາມ ທ່ານ Kerry ຈະ​ເດີນທາງຕໍ່​ໄປຍັງ ຟິລິບ​ປີນ.
XS
SM
MD
LG