ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະມົນຕີ ຕ່າງປະເທດ ສຫລ ຢ້ຽມຢາມ ໂປແລນ (ວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກໍາລັງໄວ້ ອາໄລ
ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກໍາລັງໄວ້ ອາໄລ
ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກໍ​າລັງ
ຢູ່ທີ່​ປະ​ເທດ Poland ​ເພື່ອ​ສົນທະນາ​ຫາລືໃນ​ຂອບ​ເຂດ​ທີ່​ກວ້າງ
ຂວາງກັບ​ບັນດາ​ຜູ້​ນໍາ​ຂອງປະ​ເທດດັ່ງກ່າວ ກ່ອນ​ທ່ານຈະ​ກັບ​ຄືນ
​ໄປຢ້ຽມຢາມ​ຕາ​ເວັນ​ອອກກາງອີ​ກ.

ທ່ານ Kerry ​ມີ​ກໍານົດ​ທີ່​ຈະ​ພົບ​ປະ​ກັບ ນາຍົກລັດຖະມົນຕີ
Danold Tusk ​ແລະ ລັດຖະມົນຕີຕ່າງປະ​ເທດ ທ່ານ
Radoslaw Sikorski ​ເພື່ອ​ສົນ​ທະນາ​ຫາລື​ກ່ຽວ​ກັບ​ແຜນການ
ຕິດ​ຕັ້ງ​ຕໍ່ຕ້ານລູກ​ສອນ​ໄຟແລະ​ການ​ຜູກ​ສໍາພັນດ້ານ​ປ້ອງກັນ​ປະ
​ເທດ ລະຫວ່າງສະຫະລັດ-​ໂປແລນ ​ແລະມີ​ທ່າ​ທາງ​ວ່າ​ຄົງ​ຈະປະ​
ເຊີນກັບ​ການສໍ້​ຖາມ ກ່ຽວກັບ​ການ​ກ່າວ​ຫາ​ທີ່​ວ່າ ສະຫະລັດສອດ​ແນມ​ເບິ່ງບັນດາ​ຜູ້​ນໍາ​ຢູ​ໂຣບ.

ທ່ານ Kerry ​ເລີ້ມ​ເດີນທາງ​ຢ້ຽມຢາມ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ໄດ້ແວ່​ຢ້ຽມ​ສຸສານ​ ບ່ອນ​ຝັງ​ສົບ​ມື້ລາງນາຍົກລັດຖະມົນຕີຄົນທໍາ​ອິດ ​ໃນ​ຍຸກຫລັງ​ການ​ປົກຄອງ​ຂອງ ຄອມ​ມິ​ວນິສ ທ່ານ Tadeusz Mazowiecki ຜູ້​ທີ່​ໄດ້ເຖິງ​ອະສັນ​ຍະ​ກຳ​ໄປ​ໃນ​ອາທິດ​ແ​ລ້ວນີ້.

ລັດຖະມົນຕີຕ່າງປະ​ເທດ Kerry ຈະ​ເດີນທາງ​ຕໍ່​ ໄປ​ຍັງອິສຣາ​ແອ​ລ ​ແລະ​ເຂດ ຝັ່ງ​ຕາ​ເວັນ​ຕົກ​ຂອງແມ່​ນໍ້າ​ຈໍ​ແດັນ​ຫຼື West Bank ບ່ອນ​ທີ່​ທ່ານ​ຈະ​ພົບ​ປະ​ກັບ ພວກ​ເຈົ້າໜ້າ​ທີ່ອິສຣາ​ແອລ ​ແລະ​ປາ​ແລ​ສ​ໄຕ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າສືບ​ຕໍ່​ການ​ເຈ ລະຈາ​ສັນຕິພາບ. ທ່ານຍັງ​ມີ​ກໍານົດ​ໄປ​ຢ້ຽມຢາມ​ຈໍ​ແດັນ ສະຫະລັດ​ອາຣັບ​ເອ​ເມີ​ເຣັສ ອານ​ຈີ​ເຣຍ ​ແລະ ​ໂມຣົກ​ໂກ.

US, Saudi Arabia Differ on Tactics, Agree on Goals in Syria
please wait

No media source currently available

0:00 0:02:02 0:00
ລິງໂດຍກົງ


XS
SM
MD
LG