ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ແລະ ຣັດເຊຍ ທຳຄວາມກ້າວໜ້າ ເພີ້ມຕື່ມອີກ ກ່ຽວກັບ ຊີເຣຍ

Kerry Seeks Common Ground in Moscow Talks With Lavrov
please wait

No media source currently available

0:00 0:01:50 0:00

ເຊີນຊົມ ວີດີໂອ ລາຍງານນີ້

ປາກົດວ່າ ສະຫະລັດ ແລະ ຣັດເຊຍ ແກ້ໄຂບາງສ່ວນຂອງການ
ບໍ່ລົງລອຍກັນ ກ່ຽວກັບ ສົງຄາມທີ່ໄດ້ທຳລາຍປະເທດຊີເຣຍ ໂດຍ
Moscow ຮັບຮອງເອົາແຜນການ ເພື່ອການເຈລະຈາກັນ ຮອບທີ
3 ຢູ່ໃນນະຄອນ ນິວຢອກ ໃນວັນສຸກທີ່ຈະມາເຖິງນີ້ ເພື່ອປຶກສາ
ຫາລື ການປ່ຽນແປງທາງດ້ານການເມືອງ.

ຣັດເຊຍໄດ້ປະກາດ ການສະໜັບສະໜູນຂອງຕົນ ຕໍ່ແຜນການ
ດັ່ງກ່າວ ເມື່ອຕອນແລງວັນອັງຄານວານນີ້ ຫຼັງຈາກ ລັດຖະມົນຕີ
ຕ່າງປະເທດ ສະຫະລັດ ທ່ານຈອນ ແຄຣີ ໄດ້ພົບປະ ກັບປະທາ
ນາທິບໍ ວລາດີເມຍ ພູຕິນ ແລະ ລັດຖະມົນຕີຕ່າງປະເທດຣັດເຊຍ
ທ່ານເສີເກ ລາວຣັອປວ໌ ໃນນະຄອນຫຼວງມົສກູ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມ ກັບ ລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ກ່ອນໜ້າກອງປະຊຸມ ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 15 ທັນວາ 2015.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມ ກັບ ລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ກ່ອນໜ້າກອງປະຊຸມ ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 15 ທັນວາ 2015.

ທ່ານແຄຣີ ເວົ້າວ່າ “ໃນຂະນະທີ່ພວກເຮົາ ບໍ່ເຫັນດີເຫັນພ້ອມກັນ ໃນທຸກໆດ້ານ ກ່ຽວ
ກັບ ຊີເຣຍກໍຕາມ ແຕ່ພວກເຮົາກໍມອງເຫັນຊີເຣຍຢ່າງເລິກເຊິ່ງແບບຄ້າຍຄືກັນ.”
ທ່ານ
ກ່າວອີກວ່າ ສະຫະລັດ ແລະ ຣັດເຊຍ ເບິ່ງຄວາມທ້າທາຍທັງຫຼາຍ ແລະ ໄພອັນຕະລາຍ
ຕ່າງໆ ແບບດຽວກັນ ແລະ ຢາກໃຫ້ມີຜົນປາກົດອອກມາແບບດຽວກັນ.

ທ່ານ ລາວຣັອປວ໌ ກ່າວວ່າ ມົສກູ ແລະ ວໍຊິງຕັນ ໄດ້ຕົກລົງກັນ ວ່າຈະທະວີຄວາມພະຍາຍາມ
ເພື່ອຕໍ່ຕ້ານການກໍ່ການຮ້າຍ, ປະສານງານຢ່າງໃກ້ຊິດ ກ່ຽວກັບ ກິດຈະກຳທາງດ້ານທະຫານ
ແລະ ສືບຕໍ່ທຳງານ ລົງບັນຊີ ອົງການກໍ່ການຮ້າຍຕ່າງໆທີ່ມີ ຢູ່ໃນຊີເຣຍ.

ປະທານາທິບໍດີ ຊີເຣຍ ທ່ານ Bashar Assad ກ່າວຖະແຫຼງ ໃນລະຫວ່າງ ການໃຫ້ສຳພາດ ແກ່ໂທລະພາບ Telesur ຂອງເວເນຊູເອລາ ຂອງທາງການ ໃນນະຄອນຫຼວງ Damascus ຂອງຊີເຣຍ.
ປະທານາທິບໍດີ ຊີເຣຍ ທ່ານ Bashar Assad ກ່າວຖະແຫຼງ ໃນລະຫວ່າງ ການໃຫ້ສຳພາດ ແກ່ໂທລະພາບ Telesur ຂອງເວເນຊູເອລາ ຂອງທາງການ ໃນນະຄອນຫຼວງ Damascus ຂອງຊີເຣຍ.

ທ່ານກ່າວຕື່ມວ່າ ຫຼັງຈາກການເຈລະຈາ ມີຂຶ້ນຢູ່ໃນນະຄອນນິວຢອກ ໃນວັນສຸກ ທີ່ຈະມາ
ເຖິງນີ້ແລ້ວ ກຸ່ມສະໜັບສະໜູນຊີເຣຍສາກົນ ຫຼື ISSG ຫວັງວ່າ ຈະຍື່ນຮ່າງຂໍ້ແກ້ໄຂ ວ່າ
ດ້ວຍບົດບັນຍັດ ສຳລັບການຫັນປ່ຽນ ໃນຊີເຣຍ ຕໍ່ອົງການສະຫະປະຊາຊາດ.

ເມື່ອກາງເດືອນພະຈິກຜ່ານມາ ກຸ່ມ ISSG ໄດ້ຈັດການເຈລະຈາຮອບສອງໃນນະຄອນ
Vienna ແລະ ໄດ້ຕົກລົງກັນ ກ່ຽວກັບ ແຜນການທີ່ກວ້າງຂວາງ ສຳລັບໄລຍະຂ້າມຜ່ານ.
ບັນດາຜູ້ຕາງໜ້າ ກຸ່ມຝ່ານຄ້ານຊີເຣຍຕ່າງໆ ຍັງໄດ້ຈັດການເຈລະຈາ ແບບດຽວກັນ ເມື່ອ
ອາທິດແລ້ວນີ້ ໃນນະຄອນຫຼວງ Riyadh ຂອງຊາອຸດີ ອາຣາເບຍ.

ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ສະແດງຄວາມເຄົາລົບນັບຖື ຢູ່ທີ່ອະນຸສອນສະຖານ ເປັນກຽດແກ່ ນັກປະທ້ວງຫຼາຍສິບຄົນ ທີ່ຖືກຂ້າຕາຍ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ເມື່ອ ປີ 2013 ຫາ 2014 ໃນນະຄອນຫຼວງກີແອຟ ຂອງຢູເຄຣນ, ວັນທີ 7 ທັນວາ 2015.

XS
SM
MD
LG