ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ແລະ Kiir ຫາລື ກ່ຽວກັບ ແຜນການ ເຈລະຈາ ສັນຕິພາບ (ສະໄລດ໌/ວີດີໂອ)


ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir (ຂວາ) ພົບປະກັບລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ທີ່ທຳນຽບປະທານາທິບໍດີຊູດານໃຕ້ ໃນນະຄອນ Juba (2 ພຶດສະພາ 2014)
ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir (ຂວາ) ພົບປະກັບລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ທີ່ທຳນຽບປະທານາທິບໍດີຊູດານໃຕ້ ໃນນະຄອນ Juba (2 ພຶດສະພາ 2014)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ໄດ້ເດີນທາງ ໄປເຖິງນະຄອນ Juba ເພື່ອເຈລະຈາຫາລື ໃນ
ການຊອກຫາຊ່ອງທາງ ຍຸດຕິການສູ້ລົບຢ່າງຮຸນແຮງ ທີ່ຂົ່ມຂູ່
ວ່າຈະແກ່ດຶງເອົາຊູດານໃຕ້ ເຂົ້າໄປສູ່ສົງຄາມກາງເມືອງນັ້ນ.

ທ່ານ Kerry ໄດ້ພົບປະກັບປະທານາທິບໍດີ Salva Kiir ເປັນ
ເວລານຶ່ງຊົ່ວໂມງກວ່າໆໃນວັນສຸກມື້ນີ້ ແລະທ່ານມີແຜນການ ຈະໂອ້ລົມທາງໂທລະສັບກັບອະດີດຮອງປະທານາທິບໍດີ Riek
Machar ຊຶ່ງໃນເວລານີ້ເປັນຜູ້ນຳຂອງພວກກະບົດ.

ລັດຖະມົນຕີການຕ່າງປະເທດສະຫະລັດ ພວມຊອກຫາຊ່ອງ
ທາງ ເພື່ອຈັດແຈງໃຫ້ມີການເຈລະຈາແບບເຊິ່ງໜ້າລະຫວ່າງບຸກຄົນທັງສອງ ໃນການປະ ຊຸມທີ່ທ່ານເອີ້ນວ່າ ມີຄວາມຫຼໍ່ແຫລມສຳຄັນ ຕໍ່ການດຳເນີນຄວາມພະຍາຍາມ ເພື່ອຍຸດຕິ ການເປັນປໍລະປັກຕໍ່ກັນ ແລະຫາລື ເພື່ອສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ.

ໃນວັນພະຫັດວານນີ້ ທ່ານ Kerry ໄດ້ຖິ້ມໂທດ ກ່ຽວກັບການກໍ່ຄວາມຮຸນແຮງ ໃສ່ການ ເປັນປໍລະປັກຂອງພວກຜູ້ນຳທັງສອງ. ທ່ານເວົ້າວ່າ ທັງສອງທ່ານຕ້ອງໄດ້ປະນາມການ ໂຈມຕີຢ່າງໂຫດຮ້າຍ ຕໍ່ປະຊາຊົນທີ່ບໍ່ມີຄວາມຜິດ.

ນອກນັ້ນທ່ານ Kerry ຍັງໄດ້ພະຍາຍາມເຈລະຈາເພື່ອໃຫ້ບັນລຸຂໍ້ຕົກລົງ ກ່ຽວກັບການສົ່ງ ກຳລັງຮັກສາສັນຕິພາບ ຂອງສະຫະພາບອາຟຣິກາ ໄປຍັງປະເທດດັ່ງກ່າວ ໂດຍໄວເທົ່າ ທີ່ຈະໄວໄດ້ ເພື່ອຊ່ອຍຍຸດຕິການສູ້ລົບ ແລະປົກປ້ອງພົນລະເຮືອນ.

ການກໍ່ຄວາມຮຸນແຮງເລີ້ມຂຶ້ນ ໃນເດືອນທັນວາປີກາຍ ເວລາທ່ານ Kiir ໄດ້ກ່າວຫາທ່ານ
Machar ວ່າພະຍາຍາມກໍ່ລັດຖະປະຫານຂຶ້ນ. ຄວາມຮຸນແຮງສ່ວນໃຫຍ່ແມ່ນເກີດຢູ່ຕາມ ເສັ້ນຊົນຊາດຊົນເຜົ່າ.

ເປັນທີ່ເຊື່ອກັນວ່າ ມີຫລາຍໆພັນຄົນໄດ້ຖືກຂ້າຕາຍ ແລະຫລາຍກວ່ານຶ່ງລ້ານຄົນ ຕ້ອງໄດ້ ອົບພະຍົບຫລົບໜີ ອັນເປັນຜົນເນື່ອງມາຈາກຄວາມຮຸນແຮງທີ່ເກີດຂຶ້ນຢູ່ໃນປະເທດທີ່ໃໝ່ ສຸດໃນໂລກດັ່ງກ່າວນີ້.
US AFRICA KERRY SOT
please wait
Embed

No media source currently available

0:00 0:00:30 0:00
XS
SM
MD
LG