ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Kerry ຫວັງວ່າ ຈະພົບຊ່ອງທາງ ເພື່ອແກ້ໄຂບັນຫາ ການເລືອກຕັ້ງ ໃນ ອັຟການິສຖານ (ສະໄລດ໌/ວີດີໂອ)


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ແລະ ທ່ານ Hamid Siddiq ຫົວໜ້ານັກການທູດ ກະຊວງຕ່າງປະເທດ ອັຟການິສຖານ
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ແລະ ທ່ານ Hamid Siddiq ຫົວໜ້ານັກການທູດ ກະຊວງຕ່າງປະເທດ ອັຟການິສຖານ

ລັດຖະມົນຕີຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກຳລັງ​
ຢູ່​ທີ່ອັ​ຟການິສຖານ ​ໃນ​ຄວາມ​ພະຍາຍາມ​ເພື່ອຊ່ວຍ​ໄກ່​ເກ່ຍໃຫ້
​ຍຸດຕິ​ວິ​ກິດ​ການ​ທາງດ້ານການເມືອງລະຫວ່າງ​ຜູ້​ສະມັກ​ເປັນປະ
ທານາທິບໍດີທັງສອງ​ທ່ານ ທີ່​ໂຕ້​ຖຽງກັນ​ກ່ຽວກັບຜົນ​ການ​ເລືອກ
​ຕັ້ງຮອບສອງ ​ໃນ​ເດືອນ​ແລ້ວ​ນີ້.

ທ່ານ Abdullah Abdullah ​ແລະ​ຄູ່​ແຂ່ງຂອງທ່ານ​ ທ່ານ Ashraf
Ghani ຕ່າງກໍ​ອ້າງ​ເອົາ​ໄຊຊະນະ ໃນການ​ເລືອກ​ຕັ້ງຮອບ​ສອງ
​ເມື່ອວັນ​ທີ 14 ​ເດືອນ​ມິຖຸນາຜ່ານເພື່ອເຂົ້າຮັບຕຳແໜ່ງ​ແທນ​
ປະທານາທິບໍດີ Hamid Karzai ທີ່​ພົ້ນ ໜ້າທີ່ໄປນັ້ນ. ຜົນ​ການ​
ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Abdullah ມີຄະແນນ
ນຳ​ຫລັງ​ທ່ານ Ghani ປະມານ 1 ລ້ານ​ສຽງ.

ຢູ່ໃນ​ການພົບປະໃນ​ວັນ​ສຸກ​ມື້​ນີ້​ກັບທ່ານ Kerry ທ່ານ Ghani ​ເຫັນ​ດີ​ກັບສະຫະລັດ ທີ່ຮຽກ
ຮ້ອງໃຫ້ທົບ​ທວນເບິ່ງ ການສໍ້​ໂກງຄະແນນສຽງຕາມທີ່ມີການກ່າວຫາ ​ໂດຍເວົ້າ​ວ່າ ​ຄວນ
ຈະ​ມີ “ການ​ກວດກາຄືນຢ່າງຮອບ​ຄອບແລະຖີ່​ຖ້ວນ” ​ເພື່ອ ຟື້ນ​ຟູຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ນຳ
ຂັ້ນຕອນ​ການ​ເລືອກ​ຕັ້ງ.

ທ່ານ Kerry ຍັງໄດ້ພົບປະກັບທ່ານ Karzai ໃນວັນສຸກມື້ນີ້ແລະກໍມີແຜນທີ່ຈະ ພົບ​ປະ​ກັບ
ທ່ານ Abdullah ​ນຳດ້ວຍ.

ບໍ່ດົນຫຼັງ​ຈາກ​ໄດ້​ເດີນທາງ​ໄປເຖິງນະຄອນ Kabul ​ໃນຕອນ​ກາງຄືນແລ້ວ ທ່ານ Kerry ກ່າວ​
ໃນ​ວັນ​ສຸກ​ມື້ນີ້ວ່າ ອັຟກາ​ນິສຖານ ກຳລັງ​ຢູ່ “ສະພາບ​ການ​ທີ່​ໜ້າ​ວິ ຕົກ.”

ນັກ​ການ​ທູດ​ຂັ້ນ​ສູ​ງສຸດ ສະຫະລັດ ກ່າວ​ວ່າ ​ໂອກາດ​ຂອງ​ການ​ໂອນອຳນາດ​ໃນ​ອະນາ​ຄົດ
ແມ່ນ “​ຢູ່ໃນສະພາບທີ່ຫຼໍ່ແຫຼມສຳຄັນ ດັ່ງນັ້ນ​ເຮົາ​ຍັງ​ມີ​ວຽກ​ທີ່​ຈະ​ຕ້ອງໄດ້ເຮັດຢູ່​ຫລາຍຢ່າງ."

ທ່ານ Kerry ​ໄດ້​ເຕືອນ​ທ່ານ Abdullah ບໍ່ໃຫ້ໃຊ້ວິທີການ​ນອກເໜືອລັດຖະທຳ ມະນູນ ​ເພື່ອ
​ຍາດ​ເອົາ​ອຳນາດ ຫລັງ​ຈາກ​ຜູ້ສະມັກຮ່ວມຂອງ​ທ່ານ ​ໄດ້​ກ່າວ​ວ່າ ຈະຈັດ​ຕັ້ງລັດຖະບານຄຽງ
ຄູ່ຂຶ້ນ.

ສະຫະລັດກ່າວ​ວ່າ ຕົນ​ບໍ່​ໄດ້​ເຂົ້າ​ຂ້າງ​ອອກ​ຂາ​ໃນການ​ເລືອກ​ຕັ້ງ ​ແຕ່ໃຫ້ການສະ ໜັບສະໜຸນ
​ຕໍ່ຂັ້ນຕອນທີ່ໜ້າເຊື່ອຖືແລະມີຄວາມໂປ່ງໃສ.

KERRY AFGHANISTAN VO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG