ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ກ່າວຢ້ຳເຖິງ ຄວາມກ້າວໜ້າ ຂອງຂໍ້​ຕົກລົງ ການຄ້າ ຂ້າມມະຫາສະມຸດ​ ປາຊິ​ຟິກ.


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຢູ່ທີ່ Singapore Management University ໃນ Singapore .
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຢູ່ທີ່ Singapore Management University ໃນ Singapore .

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​
ໃນ​ວັນ​ອັງຄານ​ມື້​ນີ້​ວ່າ 12 ປະ​ເທດທີ່ເຈລະຈາກ່ຽວກັບຂໍ້​ຕົກລົງ
ການຄ້າຂະໜາດໃຫຍ່ພາຄີ​ຂ້າມມະຫາສະມຸດ​ປາຊິ​ຟິກໄດ້​ສ້າງ
ຄວາມ “ຄືບ​ໜ້າ​” ​ໄປ​ສູ່​ການ​ບັນລຸ​ຂໍ້​ຕົກລົງ​ຂັ້ນ​ສຸດ​ທ້າຍ ​ແຕ່ວ່າ
ລາຍ​ລະອຽດ​ຈຳນວນ​ນຶ່ງ ​ຍັງ​ຕ້ອງ​ໄດ້ແກ້ໄຂກັນ ກ່ອນ.

ທ່ານ​ໄດ້​ກ່າວຢ້ຳເຖິງເປົ້າໝາຍຂອງຂໍ້​ຕົກລົງ ​ໃນ​ຂະນະ​ທີ່​ທ່ານ​
ໄດ້​ກ່າວຄຳປາໄສໃນລະຫວ່າງການ​ຢ້ຽມຢາມ​ສິງກະ​ໂປ ​ໂດຍ​ເວົ້າ​
ວ່າ ຂໍ້​ຕົກລົງນີ້​ຈະ​ບໍ່ພຽງ​ແຕ່ສ້າງ​ໂອກາດ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ
ແກ່​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ ​ແຕ່​ຍັງ​ເປັນ​ການສ​ະ​ແດງ​ໃຫ້​ເຫັນ
ເຖິງ​ການ​ສະໜັບສະໜູນ​ຕໍ່ “ການ​ປົກຄອງ​ທີ່​ດີ ມີຄວາມໂປ່ງໃສ ​ແລະມີຄວາມຮັບຜິດຊອບ.”

ການ​ເຈ​ລະ​ຈາ​ໄດ້​ແກ່ຍາວມາ​ເປັນ​ເວລາ​ຫລາຍ​ປີ ​ແລະໃນ​ອາທິດ​ແລ້ວ​ນີ້ ບັນດາລັດຖະມົນ
ຕີ​ການ​ຄ້າ ບໍ່ສາມາດ​ຕົກລົງກັນໄດ້ ​ກ່ຽວ​ກັບຂໍ້​ຕົກລົງຂັ້ນ​ສຸດ​ທ້າຍ​ໃນ​ການເຈລະຈາທີ່ລັດ
ຮາ​ວາຍ. ຖ້າຫາກເສັດສິ້ນ ອັນທີ່ເອີ້ນວ່າ ຂໍ້ຕົກລົງພາຄີຂ້າມ ມະຫາສະມຸດປາຊີຟິກຫຼື
TTP ນີ້ ຈະກວມເອົາ 40 ເປີເຊັນຂອງເສດຖະກິດ ໂລກ.

ທ່ານ Kerry ກ່າ​ວວ່າ TTP ຈະ​ຍົກ​ລະດັບຂອງມາດຕະຖານ ໂດຍ​ຮຽກຮ້ອງໃຫ້ປະ​ຕິ​ບັດ
​ຕາມມາດຕະຖານດ້ານ​ແຮ​ງງາ​ນສາກົນ ​ແລະສິ່ງແວດ​ລ້ອມ ​ສຳລັບ​ບັນ ດາ​ບໍລິສັດ​ທີ່​ລັດ
​ເປັນ​ເຈົ້າ​ຂອງ ​ເພື່ອ​ໃຫ້​ມີ​ການ​ແຂ່ງຂັນ​ກັນ​ຢ່າງ​ທ່ຽງ​ທຳ​ກັບບໍລິສັດ ເອກ​ກະ​ຊົນ ​ແລະ​ບັນດາ
ທຸລະ​ກິດ ​ເພື່ອ​ໃຫ້ລະເວັ້ນຈາກ​ການ​ໃຊ້ພວກ​ຄົນງານທີ່ ອາຍຸບໍ່ເຖິງ ຫລື​ເປັນ​ບ່ອນ​ເຮັດ​ວຽກ
​ທີ່​ບໍ່​ມີ​ຄວາມ​ປອດ​ໄພ.

ທ່ານ Kerry ກ່າວ​ວ່າ “ມັນ​ຈະ​ເປັນ​ພິຍານ​ຕໍ່ອັນ​ທີ່​ພວກ​ເຮົາໄດ້​ເຫັນ ຢູ່​ໃນ​ສິງກະໂປ ​ແລະ​ສະຫະ​ລັດ ທີ່​ຄຳ້ຈຸນ​ການ​ພັດ​ທະນາ ​ແລະ​ຄວາມ​ອຸດົມຮັ່ງ​ມີແບບຍືນຍົງຍ້ອນສິດ​ເສລີພາບ​
ໃນດ້ານນະວັດຕະກຳ ການທົດ​ລອງ ​ແລະ​ການແຂ່ງຂັນທາງ ດ້ານ​ເສດຖະກິດ ຢູ່​ໃນ​ລະ
ດັບ ​ແລະ​ເປີດ​ກວ້າງແບບເທົ່າທຽມກັນ.” ທ່ານ​ຍັງ​ໄດ້ກ່າວ​ເພີ້ມເຂົ້າ ເຖິງ​ແຜນ​ໃໝ່​ຂອງ
ປະທານ​າທິບໍດີ Barack Obama ​ເພື່ອ​ຕັດການ​ທາດ​ຄາບ​ອນທີ່ເປັນປ່ອຍ​ຄວັນ​ພິດລົງ
ຂອງ​ບັນດາໂຮງ​ໄຟຟ້າ ໃນ ສະຫະລັດ ​ໂດຍ​ກ່າ​ວວ່າ ການ​ແກ້​ໄຂ​ຕໍ່ການປ່ຽນ​ແປງຂອງ​ດິນ
​ຟ້າ​ອາກາດກຳລັງ ​ຫັນປ່ຽນ​ນະ​ໂຍບາຍ​ພະລັງງານແລະ​ບັນ​ຫາ​ທີ່​ໄດ້​ສະ​ເໜີ “​ເປັນ​ໂອກາດ​
ທາງດ້ານ ເສດຖະກິດ​ທີ່​ໃຫຍ່​ຫລວງ.”

US Kerry Asia
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG