ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຜິດ​ຫວັງ ທີ່ຣັດ​ເຊຍ ​​ອະນຸມັດ​ ການຂໍ​ລີ້​ໄພ ​​ໃຫ້ທ້າວ Snowden ​(ວີ​ດີ​ໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວວ່າ
ທ່ານຮູ້ສຶກ “ຜິດ​ຫວັງ” ທີ່ຣັດ​ເຊຍໄດ້​ອະນຸມັດ​ການຂໍ​ລີ້​ໄພໃຫ້
ອະດີດ​ພະນັກງານ​ສັນຍາ​ຈ້າງ​ ຂອງ​ອົງການ​ສືບ​ລັບ​ສະຫະລັດ
ທ້າວ Edward Snowden ​ທີ່ສະຫະລັດ​ຕ້ອງການ​ໂຕມາ​ດຳ
​ເນີນ​ຄະດີ ​ໃນ​ຂໍ້​ຫາ​ເປີດ​ເຜີຍຂໍ້​ມູນຄວາມ ​ລັບ​ກ່ຽວ​ກັບໂຄງການ
ຕິດຕາມ​ສິ້ງ​ຊອມ​ຂອງ​ລັດຖະບານ​ສະຫະລັດ.

​ໃນ​ການຈັດ​ທໍາ​ເທບ​ການ​ປະກົດ​ຕົວ ​ໃນລາຍການ “Tonight
Show” ​ຂອງ​ຕາໜ່າງ​ໂທລະພາບ NBC ນັ້ນ ​ທ່ານ Obama
​ໄດ້​ກ່າວ​ໃນ​ວັນ​ອັງ​ຄານວານ​ນີ້​ວ່າ ​“ເຖິງ​ແມ່ນ​ວ່າສະຫະລັດ​
ແລະຣັດ​ເຊຍ ຈະ​ບໍ່​ມີ​ຂໍ້​ຕົກລົງໃນການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ
ຢ່າງ​ເປັນທາງ​ການ​ກໍ​ຕາມ ​ແຕ່ສະຫະລັດ​ກໍໄດ້ ພະຍາຍາມ​ທີ່​ຈະ​ຮ່ວມ​ມື​ກັນ​ກັບ
ຣັດ​ເຊຍ ​ໃນ​ຫຼາຍຄະດີ​ໃນ​ອະດີດ​ມາ​ແລ້ວ ທ່ານ​ຍັງ​ກ່າວ​ວ່າ ມັນ​ມີ​ບາງ​ເວ​ລາ​ເມື່ອ​
ຣັດ​ເຊຍ​ໄດ້ກັບ​ຄືນໄປ​ສູ່ຄວາມຄິດ​ໃນ​ສະ​ໄໝສົງຄາມ​ເຢັນນັ້ນ.”


ທ່ານ Obama ໃຫ້ການ​ຢືນຢັນວ່າ ​ທ່ານ​ມີ​ແຜນການ​ທີ່ໄປຮ່ວມ​ກອງ​ປະຊຸມ​ສຸດ​ຍອດຂອງ​ກຸ່ມ
G20 ທີ່ St. Petersburg ​ໃນ​ເດືອນກັນຍາຈະ​ມາ​ເຖິງ​ນີ້ ​ແຕ່​ບໍ່​ໄດ້​ກ່າວ​ວ່າ ທ່ານ​ຈະພົບ​ປະ
​ແບບ 1 ຕໍ່ 1 ກັບ​ປະທານາທິບໍດີ Vladimir Putin ຫຼື​ບໍ່?

ນອກ​ນັ້ນ ທ່ານ Obama ຍັງກ່າວ​ອີກ​ວ່າ​ທ່ານ “​ບໍ່​ມີ​ຄວາມ​ອົດທົນຕໍ່​ໄປ​ອີກ​ແລ້ວ”
ກັບ​ກົດໝາ​ຍນາໆ​ຊາດ ທີ່​ຕໍ່ຕ້ານ​ຕໍ່​ພວກ​ຮັກ​ຮ່ວມ​ເພດທັງ​ຊາຍແລະຍິງໃນ​ການ​ຕອບຄໍາ​ຖາມ​
ກ່ຽວ​ກັບກົດໝາຍ ​ຂອງ​ຣັດ​ເຊຍ​ທີ່ເກືອດ​ຫ້າມ ຕໍ່ອັນ​ທີ່ຣັດ​ເຊຍ​ເອີ້ນວ່າ ​ການ​ໂຄສະນາຊວນ​
ເຊື່ອຂອງ​ພວກ​ຮັກ​ຮ່ວມ ​ເພດນັ້ນ. ທ່ານ Obama​ໄດ້​ກ່າວ​ວ່າ ຣັດ​ເຊຍ ​ບໍ່ໄດ້​ແປກ​ປະຫຼາດ​
ໄປເລີຍ​ທີ່​ໄດ້ຮັບ​ຜ່ານ​ຮ່າງ​ກົດ ໝາຍດັ່ງກ່າວນີ້​ແຕ່​ຢ່າງ​ໃດ.

​ໃນ​ຂະນະ​ດຽວ​ກັນ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງ
ປະເທດ ທ່ານ John Kerry ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Chuck Hagel
ຈະ​ພົບປະ​ກັບ​ຄູ່​ຕຳ​ແໜ່​ງຝ່າຍຣັດ​ເຊຍ ທີ່​ກຸງ​ວໍ​ຊິງ​ຕັນ ​ໃນ​ມື້ວັນ​ສຸກ​ນີ້.

US SURVEILANCE SNOWDEN SOTVO.mov
please wait

No media source currently available

0:00 0:01:00 0:00



XS
SM
MD
LG